ໃນວັນທີ 22 ກັນຍາ 2026, ຄະນະຜູ້ບໍລິຫານຈາກ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ນຳໂດຍ ທ່ານ ດາວວຽງ ສຸນັນທະລາດ, ຮັກສາການຜູ້ອຳນວຍການໃຫຍ່ ຜ-ຟຟລ, ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ທີມງານ ໄດ້ເຂົ້າຮ່ວມງານສຳມະນາ “ບໍລິສັດຈົດທະບຽນພົບປະຜູ້ລົງທຶນ” (Opportunity Day) ເຊິ່ງຈັດຂຶ້ນໂດຍ ຕະຫຼາດຫຼັກຊັບລາວ (ຕລຊລ).
ໃນໂອກາດດັ່ງກ່າວ, ຄະນະຜູ້ບໍລິຫານ ຜ-ຟຟລ ໄດ້ນຳສະເໜີ ຜົນການດຳເນີນງານຂອງບໍລິສັດໃນໄລຍະ 6 ເດືອນຕົ້ນປີ 2026, ພ້ອມທັງທິດທາງ ແລະ ແຜນການດຳເນີນທຸລະກິດໃນໄລຍະຕໍ່ໄປ ໃຫ້ແກ່ນັກລົງທຶນ, ຜູ້ຖືຮຸ້ນ ແລະ ຜູ້ທີ່ສົນໃຈໄດ້ຮັບຊາບ.
ການເຂົ້າຮ່ວມ Opportunity Day ເປັນໂອກາດສຳຄັນທີ່ ຜ-ຟຟລ ໄດ້ສື່ສານຂໍ້ມູນກ່ຽວກັບຜົນການດຳເນີນງານ ແລະ ທິດທາງທຸລະກິດຂອງບໍລິສັດໃຫ້ແກ່ຕະຫຼາດທຶນ ພ້ອມທັງເປີດໂອກາດໃຫ້ນັກລົງທຶນ ແລະ ຜູ້ສົນໃຈ ໄດ້ຮັບຮູ້ຂໍ້ມູນຂອງບໍລິສັດຢ່າງກວ້າງຂວາງຍິ່ງຂຶ້ນ.
ງານສຳມະນາ “ບໍລິສັດຈົດທະບຽນພົບປະຜູ້ລົງທຶນ” (Opportunity Day) ຈັດຂຶ້ນໃນລະຫວ່າງວັນທີ 22–23 ກັນຍາ 2026 ຢູ່ທີ່ ອາຄານຕະຫຼາດຫຼັກຊັບລາວ ແລະ ມີການຖ່າຍທອດສົດຜ່ານຮູບແບບອອນລາຍທາງ LSX Facebook Page, ເລີ່ມແຕ່ເວລາ 09:00 ໂມງ ເປັນຕົ້ນໄປ.
ການເຂົ້າຮ່ວມງານໃນຄັ້ງນີ້ ຍັງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ຜ-ຟຟລ ໃນການເປີດເຜີຍຂໍ້ມູນຢ່າງໂປ່ງໃສ, ສ້າງຄວາມເຂົ້າໃຈ ແລະ ເສີມສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ, ຜູ້ຖືຮຸ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຄຽງຄູ່ກັບການພັດທະນາການດຳເນີນທຸລະກິດຂອງບໍລິສັດຢ່າງຍືນຍົງ.



