ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ການນໍາພາຂອງ EDL-Gen ລົງຕິດຕາມໂຄງການ ເຂື່ອນໄຟຟ້ານໍ້າງື່ມ-1

21/08/2025

CSR · 21/08/2025

ໃນວັນທີ 20 ສິງຫາ 2025, ທ່ານ ສີລິພົມ ແສງອ່ອນແກ້ວ ຮອງຜູ້ອຳນວຍການ​ໃຫຍ່ ສາຍງານຜະລິດ ຂອງ EDL-Gen ພ້ອມຄະນະ, ໄດ້ລົງຕິດຕາມ ແລະ ກວດກາການດໍາເນີນວຽກງານການຜະລິດໄຟຟ້າ ລວມທັງການຕິດຕາມລະດັບນໍ້າໃນອ່າງຂອງເຂື່ອນໄຟຟ້ານໍ້າງື່ມ-1.

ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອ:

  • ຕິດຕາມລະດັບນໍ້າ: ເພື່ອຮັບປະກັນປະສິດທິພາບຂອງການບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້ານໍ້າງື່ມ-1 ໂດຍສະເພາະເລັງເຫັນຄວາມປອດໄພຂອງປະຊາຊົນທີ່ອາໄສຢູ່ທ້າຍເຂື່ອນ.
  • ຕິດຕາມ ແລະ ກວດກາການຜະລິດໄຟຟ້າ: ເພື່ອໃຫ້ການຜະລິດມີປະສິດທິພາບສູງສຸດ ໃນການສະໜອງພະລັງງານໄຟຟ້າໃຫ້ທັງພາຍໃນ ປະເທດ ແລະ ສົ່ງອອກ.

EDL-Gen ຍັງຄົງມຸ່ງໝັ້ນໃນການບໍລິຫານຈັດການນໍ້າ ແລະ ການຜະລິດພະລັງງານໄຟຟ້າຢ່າງປອດໄພ ແລະ ໝັ້ນຄົງ ທັງດ້ານພະລັງງານ ແລະ ສິ່ງແວດລ້ອມ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)