ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

EDL-Gen ຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ!

06/08/2025

ຂ່າວ · 06/08/2025

ດ້ວຍຄວາມເປັນຫ່ວງເປັນໃຍ ໃນສະຖານະການນ້ຳຖ້ວມ ໃນວັນທີ 4 ສິງຫາ 2025, ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ພ້ອມດ້ວຍທີມງານກູ້ໄພມູນນິທິຈີນ 1628 ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກໄປມອບໃຫ້ປະຊາຊົນທີ່ປະສົບໄພນ້ຳຖ້ວມ ທີ່ບ້ານດອນ, ບ້ານຫາດດອກແກ້ວ ແລະ ບ້ານຫາດກັນຊາ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ສິ່ງຂອງທີ່ນຳໄປຊ່ວຍເຫຼືອໃນຄັ້ງນີ້ ປະກອບດ້ວຍ ອາຫານແຫ້ງ, ປາກະປ໋ອງ, ເຂົ້າສານ, ນ້ຳດື່ມ ແລະ ເຄື່ອງນຸ່ງຫົ່ມຈຳນວນໜຶ່ງ ເຊິ່ງໄດ້ບັນຈຸໃສ່ຖົງຢ່າງຮຽບຮ້ອຍ ເພື່ອນຳໄປແຈກຢາຍໃຫ້ແກ່ຊາວບ້ານກວ່າ 100 ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນອາທິດທີ່ຜ່ານມາ.
ວັດຖຸປັດໃຈດັ່ງກ່າວມີມູນຄ່າປະມານ 10 ລ້ານກີບ, ເຊິ່ງໄດ້ມາຈາກການລະດົມສົມທົບຈາກຄະນະພັກ-ຄະນະນຳ, 3 ອົງການຈັດຕັ້ງມະຫາຊົນ ແລະ ບັນດາພະນັກງານທັງພາຍໃນສຳນັກງານໃຫຍ່, ບໍລິສັດລູກ ແລະ ບໍລິສັດໃນເຄືອຂອງ EDL-Gen.
ເຂົ້າຮ່ວມພິທີມອບ-ຮັບໃນຄັ້ງນີ້ ໂດຍແມ່ນຕາງໜ້າໂດຍ 3 ອົງການຈັດຕັ້ງມະຫາຊົນ ແລະ ທີມງານຊາວໜຸ່ມຕະລຸມບອນຂອງ EDL-Gen. ຜູ້ຮັບມອບແມ່ນ ຫົວໜ້າຫ້ອງວ່າການປົກຄອງເມືອງຫາດຊາຍຟອງ, ອຳນາດການປົກຄອງທັງ 3 ບ້ານ ແລະ ຕົວແທນປະຊາຊົນຜູ້ຖືກຜົນກະທົບ.
EDL-Gen ຂໍເປັນສ່ວນໜຶ່ງໃນການສ້າງສັນຄົມໃຫ້ດີຂຶ້ນ ແລະ ພ້ອມທີ່ຈະເປັນກຳລັງໃຈໃຫ້ຜູ້ປະສົບໄພທຸກຄົນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)