ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

EDL-Gen ຈັດກິດຈະກໍາ ປູກຕົ້ນໄມ້ ແລະ ປ່ອຍປາ

02/06/2022

CSR · 02/06/2022

EDL-Gen ຈັດກິດຈະກໍາ ປູກຕົ້ນໄມ້ ແລະ ປ່ອຍປາ

ບໍລິສັດ ຜະລິດ-​ໄຟຟ້າລາວ ມະຫາຊົນ (ຜ–ຟຟລ) ຫຼື EDL-Gen ໄດ້ຈັດກິດຈະກຳ ປູກ​ຕົ້ນ​​ໄມ້ ແລະ ປ່ອຍປາ ທີ່ເຂື່ອນ ໄຟຟ້າ ນ້ຳສະນາ, ເມືອງ​ ກາສີ, ​ແຂວງ ວຽງຈັນ ເພື່ອເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ປະຈໍາປີ 2022.

ກິດຈະກຳໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ  ທ່ານ ສີທົນ ແສງພະຈັນ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງເມືອງກາສີ, ທ່ານ ດວງສີ ພາຣາຍົກ ຜູ້ອໍານວຍການໃຫຍ່  ຜ-ຟຟລ ພ້ອມດ້ວຍຄະນະ, ອຳນາການປົກຄອງທ້ອງຖິ່ນ ແລະ ຄະນະເຂື່ອນ ພ້ອມດ້ວຍພະນັກງານ ຂອງ ຜ-ຟຟລ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກິດຈະກຳດັ່ງກ່າວ ເພື່ອເປັນການເພີ່ມຄວາມອຸດົມສົມບູນໃຫ້ມີຄວາມຍືນຍົງ ແລະ ເປັນການສົ່ງເສີມການປູກໄມ້ໃຫ້ກາຍເປັນປ່າ, ຜ-ຟຟລ ໄດ້ມີການປູກຕົ້ນໄມ້ໃນບໍລິເວນເຂື່ອນ ເປັນຕົ້ນແມ່ນ: ໄມ້ແຕ້ຄ່າ, ຕົ້ນໄມ້ດູ່, ຕົ້ນໄມ້ຂະຍຸງ ແລະ ອື່ນໆ ລວມທັງໝົດ ຈຳນວນ 200 ເບ້ຍ ແລະ ນອກນັ້ນ ເພື່ອເປັນການອານຸລັກ ແລະ ຂະຫຍາຍພັນປາຕາມແຫຼ່ງນ້ຳທຳມະຊາດ ກໍ່ໄດ້ປ່ອຍປາ ຈຳນວນ 10.000 ໂຕ ປະກອບດ້ວຍ ປາເກັດແລບ, ປາປາກ, ປາໃນ ແລະ ປານິນ ລົງໃສ່ຄອງນໍ້າທ້າຍເຮືອນຈັກຂອງເຂື່ອນດັ່ງກ່າວ

ສຳລັບປີ 2022 ນີ້ ນອກຈາກຈະມີການຈັດກິດຈະກຳທີ່ເຂື່ອນໄຟຟ້ານ້ຳສະນາແລ້ວ ບັນດາເຂື່ອນຕ່າງໆ ຂອງ ຜ-ຟຟລ ກໍ່ໄດ້ມີການຈັດກິດຈະກໍຳປູກຕົ້ນໄມ້ ແລະ ປ່ອຍປາ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວນີ້ເຊັ່ນດຽວກັນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)