ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ເຂົ້າຖືຮຸ້ນໃນເຂື່ອນໃຫຍ່ແມ່ນ້ຳຂອງສ້າງຄວາມໝັ້ນໃຈແກ່ນັກລົງທຶນ

17/10/2019

ຂ່າວ · 17/10/2019

ຜ-ຟຟລ ເຂົ້າຖືຮຸ້ນ ໃນເຂື່ອນໃຫຍ່ ແມ່ນ້ຳຂອງ ສ້າງຄວາມໝັ້ນໃຈ ແກ່ນັກລົງທຶນ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ສ້າງຄວາມໝັ້ນໃຈແກ່ນັກລົງທຶນ ດ້ວຍການເຂົ້າຊື້ຮຸ້ນໃນເຂື່ອນໄຟຟ້າດອນສະໂຮງ ແລະ ເຂື່ອນໄຟຟ້າ ໄຊຍະບູລີ ເຊິ່ງເປັນເຂື່ອນຂະໜາດໃຫຍ່ ຕັ້ງຢູ່ແມ່ນ້ຳຂອງ ໂດຍມີກຳນົດການເລີ່ມເດີນເຄື່ອງຈັກ ຜະລິດໄຟຟ້າຢ່າງເປັນທາງການ ໃນເດືອນ ພະຈິກ 2019 ນີ້. ໂຄງການ ເຂື່ອນໄຟຟ້າດອນສະໂຮງ ຕັ້ງຢູ່ ເມືອງ ໂຂງ ແຂວງຈຳປາສັກ ເປັນເຂື່ອນໄຟຟ້າ ແບບຝາຍນ້ຳລົ້ນ (Run-off-River) ມີກໍາລັງຕິດຕັ້ງ 260 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໂດຍສະເລ່ຍໄດ້ 2.028 ລ້ານກິໂລວັດໂມງ ຕໍ່ປີ.

ນອກຈາກເຂື່ອນໄຟຟ້າດອນສະໂຮງຈະເລີ່ມດຳເນີນການຜະລິດ ຢ່າງເປັນທາງການແລ້ວ ເຂື່ອນໄຟຟ້າ ໄຊຍະບູລີເຊິ່ງເປັນໂຄງການຂະໜາດໃຫຍ່ ເປັນເຂື່ອນໄຟຟ້າແບບຝາຍນ້ຳລົ້ນ (Run-off-River) ມີີກໍາລັງຕິດຕັ້ງທັງໝົດ 1.285 ເມກາວັດ ສາມາດຜະລິດ ພະລັງງານໄຟຟ້າໄດ້ 7.370 ລ້ານກິໂລວັດໂມງຕໍ່ປີ ກໍ່ກຽມພ້ອມ ດຳເນີນການຜະລິດຢ່າງເປັນທາງການໃນທ້າຍປີ 2019 ນີ້ເຊັ່ນກັນ. ທັງສອງ ເຂື່ອນນີ້ ຜ-ຟຟລ ເຂົ້າຖືຮຸ້ນ 20 ສ່ວນຮ້ອຍ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)