ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2022

01/08/2022

ຂ່າວ · 01/08/2022

ຜ-ຟຟລ ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2022

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2022 ໃນວັນທີ 29 ກໍລະກົດ 2022 ທີ່ ຫ້ອງປະຊຸມສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ທີ່ນະຄອນຫຼວງວຽງຈັນ.
ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ, ຮອງປະທານສະພາບໍລິຫານ ຜ-ຟຟລ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ພ້ອມດ້ວຍ ຄະນະສະພາບໍລິຫານຂອງ ຜ-ຟຟລ, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຮອງບົດບັນທຶກກອງປະຊຸມສາມັນຜູ້ຖືຮຸ້ນປະຈຳປີ 2021, ຮັບຮອງການ​​ແຕ່ງຕັ້ງຮັກສາການຜູ້ອຳນວຍການ​ໃຫຍ່ ແລະ ກຳມະການສະພາບໍລິຫານຜູ້ໃຫມ່ ​ເພື່ອ​ປ່ຽນ​ແທນ​ຜູ້​ເກົ່າທີ່ໄປຮັບໜ້າທີ່ໃຫມ່, ຮັບຮອງການດັດແກ້ກົດລະບຽບບໍລິສັດ ມາດຕາ 9 ວ່າດ້ວຍກຳມະການສະພາບໍລິຫານຄື: ປ່ຽນຊື່ ແລະ ປ່ຽນຂໍ້ມູນຂອງກຳມະການສະພາບໍລິຫານຜູ້ໃຫມ່ ເພື່ອປ່ຽນແທນຜູ້ເກົ່າ​.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)