ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2020

26/07/2020

ຂ່າວ · 26/07/2020

ຜ-ຟຟລ ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2020

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2020 ໃນວັນທີ 24 ກໍລະກົດ 2020 ທີ່ ຫ້ອງປະຊຸມໃຫຍ່ ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ. ຄຳມະນີ ອິນທິລາດ, ປະທານສະພາບໍລິຫານ ຜ-ຟຟລ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍ ຄະນະສະພາບໍລິຫານຂອງ ຜ-ຟຟລ ຜູ້ເກົ່າ ແລະ ໃໝ່, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຮອງບົດບັນທຶກກອງປະຊຸມສາມັນຜູ້ຖືຮຸ້ນປະຈຳປີ 2019, ຮັບຮອງການ​​ແຕ່ງຕັ້ງຜູ້ອຳນວຍການ​ໃຫຍ່ຜູ້​ໃໝ່ ພ້ອມ​ດ້ວຍ​ຄະນະ ​ເພື່ອ​ປ່ຽນ​ແທນ​ຜູ້ອຳນວຍການ​ໃຫຍ່​ຜູ້​ເກົ່າ ພ້ອມດ້ວຍ​ຄະນະທີ່​ເຂົ້າຮັບກະສຽນບໍາເນັດ, ຮັບຮອງການແຕ່ງຕັ້ງຮອງປະທານສະພາບໍລິຫານ ​ແລະ ກໍາມະການພາ​ບໍລິຫານຜູ້​ໃໝ່ ​ເພື່ອ​ປ່ຽນ​ແທນ​ຜູ້​ເກົ່າ​ທີ່​ເຂົ້າ​ກະສຽນ​ບໍາ​ເນັດ, ການ​ກຳນົດ​ຜູ້​ທີ່​ມີອຳນາດ​ໃນ​ການ​ລົງ​ລາຍ​ເຊັນ​ຜູກ​ພັນ​ບໍລິສັດ ​ແລະ ອາ​ຍຸ​ການ​ຂອງ​ບັນດາ​ກຳມະການ​ສະພາບໍລິຫານບໍລິສັດ ແລະ ຮັບຮອງ​ການ​ດັດ​ແກ້​ກົດ​ລະບຽບ​ ຂອງ​ບໍລິສັດ ມາດຕາ 9 ວ່າ​ດ້ວຍກຳມະການ ແລະ ມາດຕາ 12 ວ່າດ້ວຍສະພາບໍລິຫານ​.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)