ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົ້າຮ່ວມພິທີມອບ-ຮັບ ອຸປະກອນ ຄອມພິວເຕີ ແລະ ອຸປະກອນສ້ອມແປງລະບົບໄຟຟ້າ ໃຫ້ແກ່ໂຮງຮຽນມັດທະຍົມຕົ້ນ ສີສັດຕະນາກ, ທີ່ບ້ານ ທົ່ງກາງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ວັນທີ 18 ກັນຍາ 2026
ເຂົ້າຮ່ວມ ແລະ ມອບອຸປະກອນໃນຄັ້ງນີ້ຕາງໜ້າໂດຍ ທ່ານ ນາງ ຈິດຕະນາ ແກ້ວລາວົງ, ຜູ້ຊ່ວຍຜູ້ອຳນວຍການຝ່າຍເລຂານຸການ ແລະ ຄຸ້ມຄອງບໍລິຫານ ຜ-ຟຟລ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ. ໂດຍມີ ຕາງໜ້າ ຫ້ອງການສຶກສາ ເມືອງ ສີສັດຕະນາກ, ຄະນະຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ຕົວແທນນັກຮຽນ ໂຮງຮຽນມັດທະຍົມຕົ້ນ ສີສັດຕະນາກ ເປັນຕາງໜ້າຮັບ.
ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີການສະໜອງອຸປະກອນຄອມພິວເຕີ, ພັດລົມແຂວນຝາ, ພັດລົມແຂວນເພດານ ພ້ອມທັງອຸປະກອນ ແລະ ການສ້ອມແປງລະບົບໄຟຟ້າພາຍໃນອາຄານຮຽນ ເພື່ອປ່ຽນແທນລະບົບໄຟຟ້າເກົ່າທີ່ຊຳລຸດຊຸດໂຊມ.
ທັງນີ້ ກໍເພື່ອສ້າງສະພາບແວດລ້ອມການຮຽນ-ການສອນທີ່ດີ, ສົ່ງເສີມຄວາມປອດໄພຈາກອັນຕະລາຍຂອງໄຟຟ້າ ແລະ ອຳນວຍຄວາມສະດວກໃຫ້ແກ່ ນັກຮຽນທັງໝົດ ຈໍານວນ 300 ກ່ວາຄົນ ແລະ ຄູ-ອາຈານ ພາຍໃນໂຮງຮຽນ.
ກິດຈະກຳດັ່ງກ່າວ ແມ່ນສ່ວນໜຶ່ງຂອງນະໂຍບາຍການມີສ່ວນຮ່ວມ ແລະ ຊ່ວຍເຫຼືອສັງຄົມ (CSR) ຂອງ ຜ-ຟຟລ ໃນການພັດທະນາຊຸມຊົນ ແລະ ສະໜັບສະໜູນຂົງເຂດການສຶກສາຢ່າງຍືນຍົງ.








