ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ມອບທາງເຂົ້າໂຮງຮຽນປະຖົມ ແລະ ມັດທະຍົມ ສົມບູນເຊເສັດ

04/05/2016

CSR · 04/05/2016

ຜ-ຟຟລ ມອບທາງເຂົ້າໂຮງຮຽນປະຖົມ ແລະ ມັດທະຍົມ ສົມບູນເຊເສັດ

ໃນວັນທີ 27 ເມສາ 2016, ທີ່ ໂຮງຮຽນປະຖົມ ແລະ ມັດທະຍົມເຊເສັດ ໄດ້ຈັດພິທີມອບ-ຮັບ ທາງເຂົ້າໂຮງຮຽນ ໃຫ້ແກ່ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນເຊເສັດ ໂດຍການເຂົ້າຮ່ວມຂອງທ່ານຜູ້ອຳນວຍການໃຫຍ່ ຜ-ຟຟລ ທ່ານ ບຸນອູ້ມ ສີວັນເພັງ ພ້ອມດ້ວຍ ຄະນະຝ່າຍ ແລະ ຄະນະຜູ້ອຳນວຍການເຂື່ອນໄຟຟ້າເຊເສັດ 1-2  ເຊິ່ງມີການກ່າວຮັບໂດຍ ທ່ານ ຮອງເຈົ້າເມືອງ ເມືອງສາລະວັນ ພ້ອມດ້ວຍຄະນະຫ້ອງການທີ່ກ່ຽວຂ້ອງ ແລະ ນາຍບ້ານ ບ້ານຄຽງຕາດສູງ ຈຸດປະສົງໃນການມອບເສັ້ນທາງດັ່ງກ່າວແມ່ນ ເພື່ອຊຸກຍູ້ການເປັນຢູ່ຂອງປະຊາຊົນ ແລະ ອໍານວຍຄວາມສະດວກສະບາຍໃຫ້ແກ່ນ້ອງນ້ອງນັກຮຽນໃນການໄປມາໂຮງຮຽນໃນລະຫວ່າງລະດູແລ້ງ ແລະ ລະດູຝົນ ໃຫ້ສະດວກຂຶ້ນກວ່າເກົ່າ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)