ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ມອບອຸປະກອນການສຶກສາ ແລະ ກິລາ ໃຫ້ແກ່ ໂຮງຮຽນເດັກກໍາພ້າ ຢູ່ທີ່ ແຂວງຫຼວງພະບາງ

23/04/2015

CSR · 23/04/2015

ຜ-ຟຟລ ມອບອຸປະກອນການສຶກສາ ແລະ ກິລາ ໃຫ້ແກ່ ໂຮງຮຽນເດັກກໍາພ້າ ຢູ່ທີ່ ແຂວງຫຼວງພະບາງ

ໃນວັນທີ 21 ເມສາ 2015 ທີ່ຜ່ານມາ ຢູ່ທີ່ ສໍານັກງານໃຫຍ່ ບໍລິສັດ ຜະລິດ - ໄຟຟ້າລາວ ມະຫາຊົນ ໄດ້ມີການມອບຮັບເຄື່ອງອຸປະກອນການສຶກສາ ແລະ ເຄື່ອງກິລາ ເຊິ່ງຕາງໜ້າມອບ ຈາກ ບໍລິສັດ ຜະລິດ - ໄຟຟ້າລາວ ໂດຍ ທ່ານ ນ. ລັດຕະນາ ປະທຸມວັນ, ຮອງຜູ້ອໍານວຍການໃຫຍ່ສາຍງານການຜະລິດ ຜ-ຟຟລ ໂດຍໄດ້ມອບເຄື່ອງອຸປະກອນດັ່ງກ່າວ ທີ່ມີມູນຄ່າ 8.107.000 ກີບ ໃຫ້ແກ່ ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດ, ຄະນະວິສະວະກໍາສາດ, ພາກວິຊາວິສະວະກໍາຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ໄດ້ຈັດກິດຈະກໍາ ໂຄງການທັດສະນະສັນຈອນແບ່ງປັນນໍ້າໃຈເພື່ອການສຶກສາ ໂດຍຈະນໍາເອົາບັນດາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ແກ່ ໂຮງຮຽນເດັກກໍາພ້າແຂວງຫຼວງພະບາງ ໃນລະຫວ່າງ ວັນທີ 27 – 30 ເມສາ 2015 ຢູ່ທີ່ ແຂວງຫຼວງພະບາງ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)