ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີ 2026 ເພື່ອສືບຕໍ່ຊຸກຍູ້ການເຕີບໂຕຢ່າງຍືນຍົງ

07/08/2026

ຂ່າວ · 07/08/2026

ໃນວັນທີ 05 ສິງຫາ 2026, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີ 2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 01 ລັດວິສາຫະກິດໄຟຟ້າລາວ ແລະ ຜ່ານລະບົບກອງປະຊຸມທາງໄກ (Video Conference).

ກອງປະຊຸມໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ, ຄະນະຜູ້ອຳນວຍການໃຫຍ່ ຜ-ຟຟລ, ພ້ອມດ້ວຍຄະນະຜູ້ອຳນວຍການຝ່າຍ, ຜູ້ອຳນວຍການເຂື່ອນ ທີ່ຄຸ້ມຄອງໂດຍ ຜ-ຟຟລ, ຜູ້ອຳນວຍການບໍລິສັດໃນເຄືອ, ແລະ ວິຊາການທີ່ກ່ຽວຂ້ອງ.

ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອ:

• ຕີລາຄາຄືນໝາກຜົນຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຜ່ານມາ

• ປຶກສາຫາລືກ່ຽວກັບແຜນວຽກ Action Plan ທີ່ສຳຄັນເພື່ອສືບຕໍ່ຈັດຕັ້ງປະຕິບັດໃນໄລຍະທ້າຍປີ.

• ພິຈາລະນາແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ຂໍ້ສະເໜີຕ່າງໆ ເພື່ອເພີ່ມປະສິດທິພາບໃນການດຳເນີນງານຂອງບໍລິສັດ.

ໃນຕອນທ້າຍຂອງກອງປະຊຸມ, ຄະນະຜູ້ອຳນວຍການໃຫຍ່ ໄດ້ໃຫ້ທິດຊີ້ນຳ ແລະ ປະກອບຄຳເຫັນ ເພື່ອເປັນເຂັມທິດທາງໃຫ້ແກ່ພະນັກງານທຸກພາກສ່ວນ ໃນການຮ່ວມແຮງຮ່ວມໃຈກັນຂັບເຄື່ອນ ຜ-ຟຟລ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ເພື່ອສ້າງຄວາມໝັ້ນຄົງທາງດ້ານພະລັງງານໃຫ້ແກ່ປະເທດຊາດ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)