ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດການຝຶກອົບຮົມພາຍໃຕ້ ຫົວຂໍ້ “ISO 9001:2026 DIS / Update Key Change Point ແລະ ການກວດປະເມີນລະບົບບໍລິຫານຄຸນນະພາບພາຍໃນ” ຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 07-08 ກັນຍາ 2026 ຢູ່ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1, ບໍລິສັດ ລັດວິສາຫະກິດ ໄຟຟ້າລາວ
ພິທີເປີດການຝຶກອົບຮົມໄດ້ຈັດຂຶ້ນໂດຍການເປັນປະທານ ຂອງ ທ່ານ ນາງ ໂພຄິນ ອັບໄພ, ຮອງຜູ້ອຳນວຍການໃຫຍ່ ສາຍງານບໍລິຫານ ຜ-ຟຟລ ແລະ ກ່າວເປີດພິທີຝຶກອົບຮົມ.
ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບກຽດຈາກ ທ່ານ ອາຈານ ວັດສະລະ ສີປານ, ວິທະຍາກອນ ແລະ ທີ່ປຶກສາລະບົບການບໍລິຫານຄຸນນະພາບ ອາຊີວະອານາໄມ, ຄວາມປອດໄພ ແລະ ສິ່ງແວດລ້ອມ ມາເປັນຜູ້ຖ່າຍທອດຄວາມຮູ້ ແລະ ແບ່ງປັນປະສົບການ.
ຕະຫຼອດໄລຍະການຝຶກອົບຮົມ 2 ວັນ, ບັນດາສາມະນາກອນ ແລະ ຄະນະຜູ້ບໍລິຫານ ຜ-ຟຟລ ໄດ້ຮຽນຮູ້ ແລະ ສ້າງຄວາມເຂົ້າໃຈກ່ຽວກັບປະເດັນສຳຄັນ ແລະ ການປ່ຽນແປງຂອງມາດຕະຖານ ISO 9001:2026 DIS ເມື່ອປຽບທຽບກັບສະບັບປີ 2015.
ເນື້ອຫາຫຼັກປະກອບດ້ວຍ: ຫຼັກການບໍລິຫານງານຄຸນນະພາບ 7 ປະການ, ໂຄງສ້າງ ISO 9001:2015 ແລະ ພາບລວມການປ່ຽນແປງສູ່ ISO 9001:2026, ການປ່ຽນແປງສໍາຄັນ (Key Changes) ໃນຂໍ້ກຳນົດ Clause 4–10 ແລະ ແຜນການປ່ຽນຜ່ານ (Transition Plan) ເພື່ອເຂົ້າສູ່ມາດຕະຖານສະບັບໃໝ່
ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບ ລະບົບການກວດປະເມີນຄຸນນະພາບພາຍໃນ (Internal Quality Audit - IQA) ຕາມມາດຕະຖານ ISO 9001:2026 ໂດຍນຳໃຊ້ແນວທາງ ISO 19011:2026 Fourth Edition (New Version). ເຊິ່ງຊ່ວຍໃຫ້ຜູ້ເຂົ້າຮ່ວມສາມາດວາງແຜນ, ຈັດທຳ Audit Checklist, ເຮັດລາຍງານ, ຕິດຕາມຜົນການແກ້ໄຂ, ແລະ ນຳຜົນການກວດປະເມີນໄປປັບປຸງລະບົບຢ່າງຕໍ່ເນື່ອງ.
ການຝຶກອົບຮົມຄັ້ງນີ້ ຈະຊ່ວຍໃຫ້ ຜ-ຟຟລ ອັບເດດມາດຕະຖານທັງຜູ້ຖືກກວດ ແລະ ຜູ້ກວດປະເມີນ ເພື່ອຮອງຮັບມາດຕະຖານ ISO ປີ 2026.
ໃນພິທີປິດການຝຶກອົບຮົມ, ທ່ານ ດາວວຽງ ສຸນັນທະລາດ, ຮັກສາກັນ ຜູ້ອຳນວຍການໃຫຍ່ ຜ-ຟຟລ ໄດ້ໃຫ້ກຽດກ່າວປິດການຝຶກອົບຮົມຢ່າງເປັນທາງການ.
ທ່ານໄດ້ສະແດງຄວາມຂອບໃຈຢ່າງສູງເຖິງ ທ່ານ ອາຈານ ວັດສະລະ ສີປານ, ຄະນະຈັດຕັ້ງ ແລະ ສໍາມະນາກອນທຸກທ່ານ ທີ່ເຂົ້າຮ່ວມ. ພ້ອມທັງໄດ້ເນັ້ນກ່າວວ່າ ຄວາມຮູ້ຈາກການຝຶກອົບຮົມຄັ້ງນີ້ ຈະຖືກນຳໄປປະຍຸກໃຊ້ຢ່າງເປັນຮູບປະທຳ ເພື່ອປັບປຸງວຽກງານໃນແຕ່ລະພາກສ່ວນ.
ທ່ານໄດ້ເນັ້ນຢ້ຳວ່າ “ຖ້າຫາກ ຜ-ຟຟລ ມີລະບົບຂະບວນການປະເມີນທີ່ດີ ແລະ ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດແລ້ວ, ຜົນສຳເລັດຂອງອົງກອນກໍຈະເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ການພັດທະນາຢ່າງຍືນຍົງ”.











