ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

EDL-Gen ເອົາໃຈໃສ່! ລົງພາກສະໜາມກວດກາຄຸນນະພາບນ້ຳ 7 ເຂື່ອນໄຟຟ້າ ເພື່ອຄວາມຍືນຍົງຂອງທຳມະຊາດ ແລະ ຊຸມຊົນ

21/10/2025

CSR · 21/10/2025

ທີມງານພະແນກສິ່ງແວດລ້ອມ ແລະ ຊຸມຊົນ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ລົງປະຕິບັດວຽກພາກສະໜາມຢ່າງຕໍ່ເນື່ອງໃນລະຫວ່າງວັນທີ 29/09/2025 - 03/10/2025 ແລະ ວັນທີ 15-17/10/2025 ເພື່ອຕິດຕາມກວດກາຄຸນນະພາບນ້ຳຢູ່ບັນດາເຂື່ອນໄຟຟ້າທີ່ພວກເຮົາຄຸ້ມຄອງ.

ຈຸດປະສົງຫຼັກຂອງການລົງພາກສະໜາມ:

ພວກເຮົາໄດ້ກວດສອບຄຸນນະພາບນ້ຳຢ່າງລະອຽດ ຢູ່ 7 ເຂື່ອນໄຟຟ້າຄື:

• ເຂື່ອນໄຟຟ້າ: ນ້ຳຄານ 2-3

• ເຂື່ອນໄຟຟ້າ: ນ້ຳສະນາ

• ເຂື່ອນໄຟຟ້າ: ນ້ຳຊອງ

• ເຂື່ອນໄຟຟ້າ: ນ້ຳງື່ມ 1

• ເຂື່ອນໄຟຟ້າ: ນ້ຳມັງ 3

• ເຂື່ອນໄຟຟ້າ: ນ້ຳຈຽນ

• ເຂື່ອນໄຟຟ້າ: ນ້ຳເລິກ

ການກວດກາຄັ້ງນີ້ໄດ້ເກັບກຳຂໍ້ມູນທາງດ້ານຄຸນນະພາບນ້ຳຢ່າງຮອບດ້ານ, ທັງນ້ຳໜ້າອ່າງເກັບນ້ຳ, ນ້ຳທ້າຍໂຮງຈັກ, ລວມໄປເຖິງນ້ຳທີ່ພະນັກງານນຳໃຊ້ໃນຊີວິດປະຈຳວັນ.

ຜົນໄດ້ຮັບ:

ພວກເຮົາໄດ້ນຳໃຊ້ເຄື່ອງກວດຄຸນນະພາບນ້ຳມາດຕະຖານສູງ HORIBA U-50 ເພື່ອຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນ.

✅ ສ່ວນໃຫຍ່ຂອງຄ່າຄຸນນະພາບນ້ຳແມ່ນຢູ່ໃນເກນມາດຕະຖານທີ່ກຳນົດໄວ້! ນີ້ແມ່ນສັນຍານທີ່ດີທີ່ສະແດງໃຫ້ເຫັນວ່າການຄຸ້ມຄອງສິ່ງແວດລ້ອມຂອງພວກເຮົາແມ່ນໄດ້ຜົນ.

ຄວາມສຳຄັນຂອງການຕິດຕາມ:

ຂໍ້ມູນທີ່ໄດ້ເກັບກຳໃນຄັ້ງນີ້ ມີຄວາມສຳຄັນຕໍ່ການຄຸ້ມຄອງໄລຍະຍາວຂອງ EDL-Gen.

ພວກເຮົາຈະນຳຂໍ້ມູນເຫຼົ່ານີ້ໄປ:

1. ບັນທຶກ ແລະ ສົມທຽບ: ເປັນຫຼັກຖານຄຸນນະພາບນ້ຳປະຈຳປີຂອງແຕ່ລະເຂື່ອນ, ສົມທຽບກັບຜົນກວດຈາກຫ້ອງທົດລອງສາກົນ ແລະ ສາຂານ້ຳປະປາຕ່າງໆ.

2. ປະກອບໃສ່ບົດລາຍງານປະຈຳປີ 2025 ໃຫ້ແກ່ ກົມສິ່ງແວດລ້ອມ, ກົມຊັບພະຍາກອນນ້ຳ, ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນການຢັ້ງຢືນການຕິດຕາມຕາມລະບຽບການ.

3. ປ້ອງກັນ ແລະ ແກ້ໄຂ: ຖ້າຫາກກວດພົບກໍລະນີສານປົນເປື້ອນທີ່ເກີດຈາກກິດຈະກຳອື່ນໆ ທີ່ອາດເຮັດໃຫ້ປາຕາຍ, ຫຼື ປະຊາຊົນມີຜົນກະທົບຕໍ່ສຸຂະພາບ, ພວກເຮົາຈະສາມາດ ແຈ້ງເຕືອນ ແລະ ຫາວິທີແກ້ໄຂໄດ້ທັນການ!

ການດໍາເນີນທຸລະກິດຂອງ EDL-Gen ພວກເຮົາແມ່ນໄປຄຽງຄູ່ກັບການຮັກສາສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງຊຸມຊົນຢູ່ອ້ອມຂ້າງ.

ພວກເຮົາສືບຕໍ່ເຮັດວຽກຢ່າງໜັກ ເພື່ອຮັບປະກັນວ່າພະລັງງານສີຂຽວທີ່ຜະລິດອອກມາຈະມາພ້ອມກັບນ້ຳທີ່ສະອາດ ແລະ ທຳມະຊາດທີ່ຍືນຍົງ!


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)