ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

EDL-Gen ໄດ້ຮັບລາງວັນ ‘the International Diamond Prize for Excellence in Quality 2023’ ທີ່ ປະເທດແບນຊິກ

18/07/2023

CSR · 18/07/2023

ໃນວັນທີ 9 ກໍລະກົດ 2023 ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື EDL-Gen ເຊິ່ງນຳໂດຍ ທ່ານ ວັນແສງ ວັນນະວົງ ຮັກສາການຜູ້ອຳນວຍການ​ໃຫຍ່ EDL-Gen ພ້ອມດ້ວຍ ທ່ານ ນາງ ສຸກສັນ ພົງພິລາ ຮອງຜູ້ອຳນວຍການ​ໃຫຍ່, ສາຍງານບໍລິຫານ ໄດ້ຮັບກຽດເຂົ້າຮ່ວມຮັບລາງວັນ ‘The International Diamond Prize for Excellence in Quality 2023’ ຈາກສະຖາບັນ European Society for Quality Research ຫຼື ESQR ປະເທດສະວິດສະແລນ, ທີ່ນະຄອນ ບຣຸກແຊນ, ປະເທດແບນຊິກ.

ລາງວັນ ‘The International Diamond Prize for Excellence in Quality 2023’ແມ່ນລາງວັນ​ທີ່​ມອບ​ໃຫ້ກັບບັນ​ດາ​ອົງ​ກອນ, ວິສາຫະກິດ ແລະ ສະຖາບັນຕ່າງໆ ທີ່ມີຜົນງານດີເດັ່ນໃນການພັດທະນາຄວາມກ້າວໜ້າທາງດ້ານເສດຖະກິດ ແລະ ບໍລິຫານຈັດການອົງກອນທີ່ມີຄຸນນະພາບ, ມີຜົນການດຳເນີນທຸລະກິດທີ່ໂດດເດັ່ນ, ຊຶ່ງ ຜ-ຟຟລ ກໍ່ແມ່ນໜຶ່ງໃນ ອົງກອນທົ່ວໂລກທີ່ໄດ້ຖືກຄັດເລືອກໃຫ້ຮັບລາງວັນດັ່ງກ່າວ.

ພິທີມອບ-ຮັບລາງວັນດັ່ງກ່າວ ແມ່ນໄດ້ຈັດຂຶ້ນທີ່ໂຮງແຮມ Le Plaza, ແລະ ມີນັກທຸລະກິດຈາກຫຼາຍປະເທດ ທີ່ຕາງໜ້າຈາກພາກສ່ວນຕ່າງໆ ທັງຈາກເອີຣົບ, ອາຊີ, ອາເມລິກາ, ອາຟຣິກາ, ແລະ ອົດສະຕາລີ ເຂົ້າຮ່ວມຮັບລາງວັນໃນຄັ້ງນີ້.

ໃນໂອກາດການເຂົ້າຮ່ວມ ພິທີ​ມອບລາງວັນໃນຄັ້ງນີ້ ທີມງານ EDL-Gen ຍັງໄດ້ມີໂອກາດຮ່ວມ ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບຂອງການບໍລິຫານອົງກອນ, ໄດ້ຮັບຟັງການບັນຍາຍ ແລະ ປ່ຽນປະສົບການ ຈາກ​ບໍລິສັດຕ່າງໆ ທີ່ໄດ້ເຂົ້າຮ່ວມຮັບລາງວັນໃນຄັ້ງນີ້.​

ກ່ຽວກັບ ສະມາຄົມ European Society for Quality Research’ ຫຼື ESQR ແມ່ນອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລທີ່ອຸທິດຕົນເພື່ອສົ່ງເສີມການຄຸ້ມຄອງຄຸນນະພາບການບໍລິຫານອົງກອນ.

ESQR ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1972 ແລະ ມີສະມາຊິກຫຼາຍກວ່າ 1,000 ຄົນຈາກທົ່ວໂລກ. ESQR ຈັດຕັ້ງກອງປະຊຸມ, ກອງປະຊຸມ, ແລະ ການຝຶກອົບຮົມກ່ຽວກັບການຄຸ້ມຄອງຄຸນນະພາບ ໃຫ້ແກ່ບັນດາອົງກອນໃນທົ່ວໂລກທີ່ມີຜົນງານດີເດັ່ນ ແລະ ພິມເຜີຍແຜ່ວາລະສານ "Quality - The European Journal for Quality."


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)