ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

EDL-Gen ຮັບລາງວັນ ‘The ESQR’s Quality Choice Prize 2022’ ທີ່ ປະເທດສະເປນ

15/07/2022

CSR · 15/07/2022

EDL-Gen ຮັບລາງວັນ ‘The ESQR’s Quality Choice Prize 2022’ ທີ່ ປະເທດສະເປນ

ໃນວັນທີ 03 ກໍລະກົດ 2022, ຕາງໜ້າຄະນະນຳຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຮັບກຽດເຂົ້າ​ຮ່ວມພິທີ​ຮັບ​ລາງວັນ ‘ESQR’s Quality Choice Prize 2022’ ທີ່ ເມືອງ ບາເຊວໂລນາ ປະເທດສະເປນ.

ລາງວັນ ‘ESQR’s Quality Choice Prize 2022’ ແມ່ນລາງວັນ​ທີ່​ມອບ​ໃຫ້ກັບບັນ​ດາ​ອົງ​ກອນ, ວິສາຫະກິດ ແລະ ສະຖາບັນຕ່າງໆ ທີ່ມີຜົນງານດີເດັ່ນໃນການບໍລິຫານຈັດການອົງກອນທີ່ດີ, ມີຜົນການດຳເນີນທຸລະກິດທີ່ໂດດເດັ່ນ, ແລະ ມີຄຸນນະພາບໃນ​ປີ 2022, ຊຶ່ງ ຜ-ຟຟລ ກໍ່ແມ່ນໜຶ່ງໃນ 50 ກວ່າອົງກອນທົ່ວໂລກທີ່ໄດ້ຖືກຄັດເລືອກໃຫ້ຮັບລາງວັນດັ່ງກ່າວ.

ສຳລັບພິທີຮັບລາງວັນໃນປີນີ້ ມີຕົວແທນເຂົ້າຮ່ວມຫຼາຍກວ່າ 50 ສະຖາບັນ ທີ່ເປັນບໍລິສັດຊັ້ນນຳໃນທົ່ວໂລກ, ອົງກອນ ແລະ ຂະແໜງທຸ​ລະ​ກິດ ທີ່ມາຈາກບັນດາປະເທດເອີລົບ, ອາຊີ, ອາເມລີກາ, ອາຟຣີກາລວມທັງໝົດ 38 ປະເທດ.

ອົງການ European Society for Quality Research (ESQR) ສ້າງຕັ້ງຂຶ້ນໃນປີ 2012, ມີສໍານັກງານໃຫຍ່ຕັ້ງຢູ່ເມືອງ ໂລຊານ, ປະເທດສະວິດສະແລນ, ໂດຍມີຈຸດປະສົງເປົ້າໝາຍໃນການສົ່ງ​ເສີມ​ຄວາມ​ຮັບ​ຮູ້ທາງດ້ານ​ຄຸນ​ນະ​ພາບຂອງການບໍລິຫານອົງກອນ​, ​ສົ່ງເສີມການດຳເນີນ​ທຸ​ລະ​ກິດ​ທີ່ມີປະສິດທິພາບ, ສົ່ງເສີມຄວາມສາມາດຂອງອົງກອນໃນການຫັນເປັນນະ​ວັດ​ຕະ​ກໍາ​ເຕັກ​ໂນ​ໂລ​ຊີທີ່ທັນສະໄໝ​, ພ້ອມນີ້ຍັງເປັນອົງກອນທີ່​ເຜີຍ​ແຜ່​ ກົນລະຍຸດ ແລະ ຍຸດ​ທະ​ສາດ​ການ​ປະຕິບັດງານຂອງ​ອົງ​ກອນໃຫ້ມີຄຸນນະພາບ ແລະ ໃຫ້ບົດຮຽນອັນດີແກ່ອົງກອນຕ່າງໆໃນທົ່ວໂລກ.

ESQR ມີບົດບາດໃນການເຮັດບົດຄົ້ນຄວ້າ-ວິໄຈ, ໃຫ້ຄຳແນະນຳ, ປືກສາທາງດ້ານທຸລະກິດ, ຈັດຝຶກອົບຮົມ ແລະ ໃຫ້ລາງວັນແກ່ບັນດາອົງກອນໃນທົ່ວໂລກທີ່ມີຜົນງານດີເດັ່ນ.

ລາງວັນ ‘ESQR’s Quality Choice Prize 2022’ ທີ່ ຜ-ຟຟລ ໄດ້ຮັບໃນປີນີ້ ຖືເປັນຄວາມພາກພູມໃຈໃຫ້ແກ່ການນຳ ແລະ ພະນັກງານຂອງ ຜ-ຟຟລ ທີ່ໄດ້ຮັບການຍອມຮັບ ແລະ ເປັນທີ່ຮັບຮູ້ໃນເວທີລະດັບສາກົນ, ເປັນຄວາມເອກອ້າງທະນົງໃຈຂອງ ບໍລິສັດ ທີ່ສາມາດຍາດເອົາລາງວັນດັ່ງກ່າວນີ້ມາເປັນກຽດໃນອົງກອນ ເຊິ່ງມີຄວາມໝາຍ ຄວາມສຳຄັນໃນລະດັບສາກົນ.

ຕະຫຼອດໄລຍະເວລາທີ່ຜ່ານມາ ໃນການດຳເນີນທຸລະກິດ ຂອງ ຜ-ຟຟລ ໄດ້ຮັບຄວາມໜ້າເຊື່ອຖື ແລະ ສະໜັບສະໜູນຈາກລັດຖະບານ ນັກລົງທືນ ແລະ ສະຖາບັນການເງີນທັງພາຍໃນ ແລະ ຕ່າງປະເທດ ໃນຫຼາຍໆດ້ານ ການດຳເນີນທຸລະກິດທີ່ຜ່ານມາ ໄດ້ເຮັດໃຫ້ ຜ-ຟຟລ ໄດ້ຮັບລາງວັນດີເດັ່ນໃນ​ລະ​ດັບສາກົນ ແລະ ພາຍໃນຫຼາຍລາງວັນ.

ຜ-ຟຟລ ຈະສືບຕໍ່ກໍ່ສ້າງຄວາມເຂັ້ມແຂງ ແລະ ເຊື່ອໝັ້ນ ໃນການດຳເນີນທຸລະກິດຕາມວິໃສທັດ, ພາລະກິດ ເພື່ອໃຫ້ອົງກອນມີຄວາມໝັ້ນຄົງ ໂດດເດັ່ນ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ຖືຮຸ້ນໃນການດຳເນີນທຸລະກິດນັບມື້ນັບດີຂຶ້ນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)