ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ເຂົ້າຮ່ວມຮັບລາງວັນໃນງານ The Annual Global Economics Awards 2022

24/01/2023

ຂ່າວ · 24/01/2023

ໃນວັນທີ 20 ມັງກອນ 2023 ທີ່ບາງກອກ ແຫ່ງ ປະເທດໄທ ຕາງໜ້າບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົ້າຮ່ວມຮັບລາງວັນ The Annual Global Economics Awards 2022, ໃນສາຂາ Most Sustainable Practices in Energy Laos.

ລາງວັນດັ່ງກ່າວນີ້  ເປັນສາຂາລາງວັນທີ່ມອບໃຫ້ແກ່ບໍລິສັດ ທີ່ມີແນວທາງການດຳເນີນທຸລະກິດແບບຍືນຍົງ ໂດຍສະເພາະແມ່ນໃນຂະແໜງພະລັງງານ ໃນ ສປປ ລາວ

The Global Economics (TGE) ເປັນບໍລິສັດສື່ໂຄສະນາສິ່ງພິມທາງການເງິນ ຂອງປະເທດອັງກິດ ແລະ ຈັດພິມວາລະສານກ່ຽວກັບການເງິນໃນຫຼາກຫຼາຍຂະແໜງອຸດສະຫະກຳຕ່າງໆໃນທົ່ວໂລກ.

ພິທີມອບ-ຮັບລາງວັນດັ່ງກ່າວ ໄດ້ຈັດຂຶ້ນທີ່ ໂຮງແຮມ AVANI Riverside ແລະ ຕາງໜ້າ ຜ-ຟຟລ ເຂົ້າຮ່ວມຮັບລາງວັນໃນຄັ້ງນີ້ ນຳໂດຍ ທ່ານ  ນ. ສຸກສັນ ພົງພິລາ ຮອງຜູ້ອຳນວຍໃຫຍ່ ສາຍງານບໍລິຫານ ຜ-ຟຟລ ແລະ ຜູ້ອໍານວຍການຝ່າຍການເງິນ ຜ-ຟຟລ ພ້ອມດ້ວຍຄະນະ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)