ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ພິທີມອບ-ຮັບ ຕຳແໜ່ງລະຫ່ວາງ ຜູ້ອຳນວຍການໃຫຍ່ຜູ້ເກົ່າ ແລະ ຜູ້ໃໝ່

26/07/2020

ຂ່າວ · 26/07/2020

ພິທີມອບ-ຮັບ ຕຳແໜ່ງລະຫ່ວາງ ຜູ້ອຳນວຍການໃຫຍ່ຜູ້ເກົ່າ ແລະ ຜູ້ໃໝ່

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດ ພິທີມອບ-ຮັບ ໜ້າທີ່ລະຫ່ວາງຜູ້ອຳນວຍການໃຫຍ່ຜູ້ເກົ່າ ແລະ ຜູ້ໃໝ່, ເຊິ່ງໄດ້ແຕ່ງຕັ້ງ ທ່ານ ດວງສີ ພາຣະຍົກ ເປັນຜູ້ອຳນວຍການ ຜ-ຟຟລ ຜູ້ໃໝ່, ແລະ ຮອງຜູ້ອຳນວຍການໃຫຍ່ຄື ທ່ານ ທອງເພັດ ດ້ວງເງິນ, ທ່ານ ວົງສະກຸນ ຍິ່ງຍົງ, ທ່ານ ນາງ ສຸກສັນ ພົງພິລາ  ແລະ ທ່ານ ວັນແສງ ວັນນະວົງ, ປ່ຽນແທນຄະນະຜູ້ອຳນວຍການຊຸດເກົ່າທີ່ເຂົ້າຮັບກະສຽນບຳເນັດ. ໂດຍພິທີດັ່ງກ່າວຈັດຂຶ້ນ ໃນວັນທີ 24 ກໍລະກົດ 2020 ທີ່ ຫ້ອງປະຊຸມໃຫຍ່ ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ທີ່ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີດັ່ງກ່າວນີ້ ໂດຍແມ່ນທ່ານ ທ່ານ ປອ. ຄຳມະນີ ອິນທິລາດ, ປະທານສະພາບໍລິຫານ ຜ-ຟຟລ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍ ຄະນະສະພາບໍລິຫານຂອງ ຜ-ຟຟລ ຜູ້ເກົ່າ ແລະ ໃໝ່, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)