ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ກອງປະຊຸມສາມັນ ຜູ້ຖືຮຸ້ນ ປະຈຳປີ 2015

27/04/2016

ຂ່າວ · 27/04/2016

ກອງປະຊຸມສາມັນ ຜູ້ຖືຮຸ້ນ ປະຈຳປີ 2015

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2015 ໃນວັນທີ 25 ເມສາ 2016 ທີ່ ຫ້ອງປະຊຸມໃຫຍ່ ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສີສະຫວາດ ທິຣະວົງ, ຜູ້ອຳນວຍການໃຫຍ່ ຟຟລ, ຮອງສະພາບໍລິຫານ ຜ-ຟຟລ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີ ທ່ານ ບຸນອູ້ມ ສີວັນເພັງ, ຜູ້ອຳນວຍການໃຫຍ່ ຜ-ຟຟລ, ພ້ອມດ້ວຍ ຄະນະສະພາບໍລິຫານຂອງ ຜ-ຟຟລ, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນ.ຈຸດປະສົງສຳຄັນຕົ້ນຕໍໃນກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານຄືນ ຜົນການດໍາເນີນງານຂອງ ຜ-ຟຟລ ໃນປີ 2015 ແກ່ຜູ້ຖືຮຸ້ນ ຮັບຊາບ ແລະ ຮັບຮອງແຜນການດໍາເນີນທຸລະກິດ ລວມທັງແຜນຍຸດທະສາດສຳລັບປີ 2016.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)