ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

EDL-Gen ແລະ THPC ມອບແນວພັນເຂົ້າແກ່ແຂວງ ສະຫວັນນະເຂດ ແລະ ແຂວງສາລະວັນ

29/01/2021

ຂ່າວ · 29/01/2021

ໃນຕອນເຊົ້າຂອງ ວັນທີ 27 ມັງກອນ 2021 ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ທ່ານ ທອງເພັດ ດ້ວງເງິນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ແລະ ທ່ານ ໂຣເບີດ ອາເລັນ ຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ພ້ອມດ້ວຍຄະນະ ຕາງຫນ້າຈາກທັງສອງບໍລິສັດ ໄດ້ຮ່ວມກັນມອບແນວພັນເຂົ້າຈຳນວນ 14.5 ໂຕນ ມູນຄ່າ 94 ລ້ານກີບ ໃຫ້ແຂວງສະຫວັນນະເຂດ ໂດຍມີ ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ ເປັນຜູ້ຕາງໜ້າຮັບເອົາແນວພັນເຂົ້າ.

ໃນວັນດຽວກັນ ຄະນະຂອງທັງສອງບໍລິສັດ EDL-Gen ແລະ THPC ໄດ້ເດີນທາງໄປທີ່ຫ້ອງວ່າການປົກຄອງ ແຂວງສາລະວັນ ເພື່ອມອບແນວພັນເຂົ້າ ຈຳນວນ 14,5 ໂຕນ ມູນຄ່າ 94 ລ້ານກີບ ໃຫ້ແຂວງສາລາວັນ ເຊັ່ນດຽວກັນ ໂດຍມີ ທ່ານ ພູທົງ ຄຳມະນີວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງສາລະວັນ ເປັນຜູ້ຕາງໜ້າຮັບເອົາແນວພັນເຂົ້າ.

ໃນໂອກາດ ການມອບ-ຮັບແນວພັນເຂົ້າໃນຄັ້ງນີ້ ມີ ພະແນກກະສິກຳ-ປ່າໄມ້ແຂວງ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຂອງທັງສອງແຂວງ ເຂົ້າຮ່ວມ ແລະ ເຊັນຮັບ-ມອບ ຈຳນວນແນວພັນເຂົ້າດັ່ງກ່າວເພື່ອນຳໄປແຈກຢາຍຕໍ່.

ຈຸດປະສົງໃນການຊ່ວຍເຫຼືອໃນຄັ້ງນີ້ ກໍ່ເພື່ອເປັນການແບ່ງປັນນ້ຳໃຈ ແລະ ແບ່ງເບົາພາລະຊ່ວຍ ພັກ-ລັດ ກໍ່ຄືສອງແຂວງ ສະຫວັນນະເຂດ ແລະ ແຂວງສາລະວັນ ບໍ່ຫຼາຍກໍ່ນ້ອຍ ໄດ້ສືບຕໍ່ເອົາໄປຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມທີ່ຜ່ານມາ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)