ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຄະນະສະພາທຸລະກິດໄທ-ລາວ ເຂົ້າຢ້ຽມຢາມ ຜ-ຟຟລ

16/08/2022

ຂ່າວ · 16/08/2022

ຄະນະສະພາທຸລະກິດໄທ-ລາວ ເຂົ້າຢ້ຽມຢາມ ຜ-ຟຟລ

ໃນວັນທີ 12 ສິງຫາ 2022 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ເປັນ​ກຽດ​ຕອນ​ຮັບ ຄະນະສະພາທຸລະກິດໄທ-ລາວ ແລະ ສະມາຄົມນັກທຸລະກິດໄທໃນ ສປປ ລາວ

ເຊິ່ງ​ນຳ​ທີມ​ໂດຍ ທ່ານ​ ກະ​ວິນ ວິ​ຣິ​ຍາ​ພາ​ນິດ ອັກ​ຄະ​ລາດ​ຊະ​ທູດ​ທີ່​ປຶກ​ສາ (ຝ່າຍ​ການ​ຄ້າ) ປະຈຳນະຄອນຫຼວງວຽງຈັນ ແລະ ທ່ານ​ ປອ. ຈາ​ຕຸ​ລົງ ບຸນ​ນາກ ປະ​ທານ​ສະພາທຸ​ລະ​ກິດ​ໄທ-ລາວ ເພື່ອ​ຢຽມ​ຢ້າມ ພົບ​ປະ ແລະ ແລກ​ປ່ຽນຄວາມຮູ້ກ່ຽວກັບສະພາບການຄ້າລະຫວ່າງລາວ-ໄທ ທີ່ ສຳນັກງານໃຫຍ່ ຜ-ຟຟລ ໃຫ້ກຽດຕ້ອນຮັບໂດຍ ທ່ານ ວັນແສງ ວັນນະວົງ ຮັກສາການຜູ້ອຳນວຍການໃຫຍ່ ຜ-ຟຟລ, ໃນການຢ້ຽມຢາມ ແລະ ພົບປະຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດທີ່ອົບອຸ່ນ ແລະ ການໃຫ້ຄວາມສົນໃຈຂອງແຂກ ຕໍ່ກັບ ການດໍາເນີນທຸລະກິດ ຂອງ ຜ-ຟຟລ ທັງນີ້ກໍ່ເພື່ອເປັນການເສີມສ້າງສາຍພົວພັນໃນດ້ານການຮ່ວມທຸລະກິດນຳກັນໃນອະນາຄົດ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)