ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຕ້ອນຮັບຄະນະ ຜູ້ຖືຮຸ້ນລາຍໃຫຍ່ ຢ້ຽມຢາມເຂື່ອນໄຟຟ້າ ນໍ້າຄານ 3 ແລະ ເຂື່ອນໄຟຟ້າໄຊຍະບູລີ

01/11/2022

ຂ່າວ · 01/11/2022

ໃນ​ລະ​ຫວ່າງ ວັນ​ທີ 27-29 ຕຸ​ລາ 2022, ທ່ານ ວັນ​ແສງ ວັນ​ນະ​ວົງ ຮັກ​ສາ​ການ​ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ ​ຜະ​ລິດ-ໄຟ​ຟ້າ​ລາວ ມະ​ຫາ​ຊົນ ພ້ອມດ້ວຍຄະນະ ໄດ້​​ຮ່ວມຕ້ອນ​ຮັບ ຄະ​ນະຕາງ​ໜ້າຜູ້​ຖື​ຮຸ້ນ​ລາຍ​ໃຫ​ຍ່ ຂອງ ຜ-ຟຟລ ຈຳນວນ 14 ທ່ານ ທັດສະນະ​ຢ້ຽມ​ຢາມ ເຂື່ອນ​ໄຟ​ຟ້ານ້ຳ​ຄານ 3 ທີ່​ເມືອງ ​ຊຽງ​ເງິນ ແຂວງ​ ຫຼວງ​ພະ​ບາງ, ເຊິ່ງເປັນໜຶ່ງ ໃນບັນດາເຂື່ອນໄຟຟ້າທີ່ ຜ-ຟຟລ ເປັນຜູ້ຄຸ້ມຄອງ.

ໃນ​ໂອ​ກາດ​ດັ່ງ​ກ່າວ ທ່ານ ວັນແສງ ວັນ​ນະ​ວົງ ໄດ້​ສະ​ແດງ​ຄວາມ​ຕ້ອນ​ຮັບນັກລົງທຶນ​ຢ່າງ​ອົບ​ອຸ່ນ  ແລະ ກ່າວຂອບໃຈທີ່​ເຊື່ອ​ໝັ້ນ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ຂອງ ​ຜ-ຟ​ຟ​ລ ຕໍ່ຄະ​ນະ​ຕາງ​ໜ້າ​ຜູ້ຖື​ຮຸ້ນລາຍ​ໃຫຍ່ ຂອງ ຜ-ຟຟລ.

ພາຍຫຼັງສຳເລັດການຢ້ຽມຢາມເຂື່ອນໄຟຟ້ານ້ຳຄານ 3 ແລ້ວ ຄະນະດັ່ງກ່າວ ໄດ້ສືບຕໍ່ຢ້ຽມຢາມ ເຂື່ອນ​ໄຟ​ຟ້າ ໄຊ​ຍະ​ບູ​ລີ ເຊິ່ງເປັນໜຶ່ງໃນບັນດາເຂື່ອນໄຟຟ້າເອກະລາດ ທີ່ຜ-ຟຟລ ມີສັດສ່ວນການຖືຮຸ້ນໃນເຂື່ອນດັ່ງກ່າວ ຈຳນວນ 20 ສ່ວນຮ້ອຍ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)