EDL-Gen logo ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
Home › News › News

ດຳເນີນການປ່ອຍນ້ຳເພື່ອປັບລະດັບນ້ຳຂອງອ່າງເກັບນ້ຳ ຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່, ເລີ່ມແຕ່ເວລາ: 10:00 ໂມງ ຂອງວັນທີ 07/10/2020 ເຖີງ ເວລາ: 24:00ໂມງ ຂອງວັນທີ10/10/2020.

07/10/2020

News · 07/10/2020

ແຈ້ງການ:

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ຂໍຖືເປັນກຽດແຈ້ງເຕືອນມາຍັງອຳນາດການປົກຄອງແຂວງ, ອຳນາດການປົກຄອງເມືອງ, ອຳນາດການປົກຄອງ ທ້ອງຖີ່ນ, ພໍ່ແມ່ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຊາບວ່າ ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ມີຄວາມຈຳເປັນຈະໄດ້ລະບາຍນ້ຳອອກຈາກອ່າງເກັບນໍ້າ ໃນຊ່ວງວັນທີ 07/10/2020 ຫາ ວັນທີ 10/10/2020 ຜ່ານປະຕູລະບາຍນໍ້າ (Spillways) ລົງສູ່ນໍ້າຄອງເດີມ ເພື່ອຮັກສາລະດັບນ້ຳໃນໜ້າເຂື່ອນບໍ່ໃຫ້ສູງເກີນລະດັບເຕືອນໄພ. ສະນັ້ນ, ຈຶ່ງແຈ້ງເຕືອນມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນ ທີ່ທຳມາຫາກິນຕາມສາຍຫ້ວຍລຳພັນໃຫຍ່ (ໂດຍສະເພາະແມ່ນບໍລິເວນກ້ອງເຂື່ອນຫ້ວຍລຳພັນໃຫຍ່ ຫາ ເຂື່ອນຫ້ວຍລຳພັນຕອນລຸ່ມ) ຈົ່ງມີສະຕິລະມັດລະວັງ  ຖ້າບໍ່ຈໍາເປັນກໍ່ໃຫ້ຫຼີກລ້ຽງການໄປທໍາມາຫາກິນຕາມສາຍນໍ້າ, ລົງຫຼີ້ນນໍ້າ, ການນຳສັດລ້ຽງໄປຜູກໄວ້ພື້ນທີສູງ ເພື່ອຄວາມປອດໄພ ແລະ ຊັບສີນຂອງທ່ານ. ລາຍລະອຽດດັ່ງລຸ່ມນີ້:

  • ຊ່ວງວັນທີ 7/10/2020 ແມ່ນເວລາ 10h:00' ໂມງ ຫາ ວັນທີ 8/10/2020 ເວລາ 13h:00' ລະບາຍນໍ້າທັງໜົດ 45,08 m3/s
  • ປະຕູລະບາຍນ້ຳເບີ 1 ເປີດຂຶ້ນ 25 cm ນ້ຳຈະຜ່ານປະຕູ 15,39 m3/s
  • ປະຕູລະບາຍນ້ຳເບີ 2 ເປີດຂຶ້ນ 25 cm ນ້ຳຈະຜ່ານປະຕູ 15,39 m3/s
  • ນ້ຳຜ່ານກົງຫັນ (ແລ່ນຈັກ 65 MW) 14,31 m3/s
  • ລວມການປ່ອຍນ້ຳອອກຈາກອ່າງທັງໝົດ 45,08 m3/s
  • ຮອດເວລາ 13h:00' ຂອງວັນທີ 8/10/2020 ປິດປະຕູເບີ 2
  • ລະບາຍນໍ້າ ຜ່ານປະຕູເບີ 1 ແລະ ຜ່ານກົງຫັນ ລວມທັງໜົດ 29,7 m3/s
  • ຮອດເວລາ 24h:00' ຂອງວັນທີ 10/10/2020 ປິດປະຕູ ເບີ 1
  • ລະບາຍນ້ຳຜ່ານກົງຫັນພຽງຢ່າງດຽວ ເທົ່າກັບ 14,31 m3/s. (ກັບສູ່ສະພາບປົກກະຕິ)

ໜາຍເຫດ: ຖ້າມີຄວາມຈຳເປັນຕ້ອງໄດ້ລະບາຍນ້ຳຈຳນວນຫຼາຍຈະໄດ້ແຈ້ງໃຫ້ທ່ານຊາບອີກເທື່ອໜຶ່ງ.

ດັ່ງນັ້ນ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຈິ່ງແຈ້ງມາເຖິງອຳນາດການປົກຄອງ, ພໍ່ແມ່ປະຊາຊົນໄດ້ຮັບຊາບ ແລະ ມີສະຕິລະວັງຕົວໃນການໄປທຳມາຫາກິນ ຢູ່ຕາມແຄມສາຍນໍ້າຫ້ວຍລຳພັນໃຫຍ່ໄດ້ຮັບຊາບດ້ວຍ.

** ສຳລັບລາຍລະອຽດຕ່າງໆ ທ່ານ ສາມາດດາວໂຫຼດຟາຍເອກະສານ PDF ໄດ້ຕາມ Link ຂ້າງລຸ່ມນີ້

 http://www.edlgen.com.la/wp-content/uploads/2020/10/ແຈ້ງການປ່ອຍນ້ຳ.pdf


← All news

Sustainable Choice For You, Sustainable Power For The Nations.

Outlook ↗Staff e-mail (Outlook)