ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ອີດີແອວ-ເຈັນ ໂຊລ່າ ພາວເວີ້

ອີດີແອວ-ເຈັນ ໂຊລ່າ ພາວເວີ້

ຄວາມເປັນມາ

ເພື່ອເປັນການຕອບສະໜອງພະລັງງານໄຟຟ້າຮັບໃຊ້ສັງຄົມໃຫ້ໝັ້ນຄົງ ແລະ ຮັບປະກັນ, ຜ່ານການຄົ້ນຄ້ວາ ແລະ ເຫັນດີສະໜັບສະໜູນຂອງກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມທັງເປັນການປະຕິບັດແຜນຍຸດທະສາດຂອງລັດຖະບານໃນການພັດທະນາພະລັງງານທົດແທນໃຫ້ປາກົດຜົນເປັນຈິງເທື່ອລະກ້າວ, ດັ່ງນັ້ນ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຈຶ່ງໄດ້ສ້າງຕັ້ງບໍລິສັດ ອີດີແອວ-ເຈັນ ໂຊລ່າ ພາວເວີ້ ຈຳກັດ ຫຼື EDL-Gen Solar Power ຂຶ້ນໃນວັນທີ 18 ທັນວາ 2015, ຊຶ່ງເປັນບໍລິສັດຮ່ວມທຶນລະຫວ່າງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຖືຮຸ້ນ 60% ແລະ ບໍລິສັດ ພັດທະນາພະລັງງານບໍລິສຸດ ຈຳກັດຜູ້ດຽວ 40%.

ວິໄສທັດ

ບໍລິສັດ ອີດີແອວ-ເຈັນ ໂຊລ່າ ພາວເວີ້ ຈຳກັດ ມີຄວາມປາຖະໜາຢ່າງແຮງກ້າທີ່ຈະເປັນບໍລິສັດນຳໜ້າອັນດັບໜຶ່ງ ຂອງ ສປປ ລາວ ໃນການດຳເນີນທຸລະກິດທາງດ້ານພະລັງງານທົດແທນ ເພື່ອຮັບປະກັນ ແລະ ຕອບສະໜອງພະລັງງານໄຟຟ້າ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຄຽງຄູ່ກັບການຜະລິດພະລັງງານໄຟຟ້າ ດ້ວຍພະລັງງານນ້ຳ.

ບໍລິສັດ ຈະປະກອບສ່ວນຢ່າງແຂງແຮງ ສ້າງໃຫ້ ສປປ ລາວ ໄດ້ກາຍເປັນໝໍ້ໄຟຂອງອາຊຽນ ແລະ ປະກອບສ່ວນຢ່າງເຕັມກຳລັງເຮັດໃຫ້ຂົງເຂດອາຊຽນ ມີຄວາມໝັ້ນຄົງທາງດ້ານພະລັງງານໄຟຟ້າຢ່າງຍືນຍົງ.

ພາລະກິດ

  • ເປັນບໍລິສັດນຳໜ້າອັນດັບໜຶ່ງໃນການດຳເນີນທຸລະກິດຜະລິດໄຟຟ້າດ້ວຍພະລັງງານທົດແທນ ເພື່ອຮັບໃຊ້ພາຍໃນປະເທດ ກໍ່ຄືພາຍໃນຂົງເຂດພາກພື້ນ ດ້ວຍລາຄາທີ່ສົມເຫດສົມຜົນ ແລະ ກາຍເປັນບໍລິສັດມະຫາຊົນຈົດທະບຽນໃນຕະຫຼາດຫຼັກຊັບລາວ.
  • ຢືນຄຽງຄູ່ ແລະ ສົມທົບຢ່າງສະໜິດແໜ້ນກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຮ່ວມຮັກສາຄວາມໝັ້ນຄົງທາງດ້ານພະລັງງານ ບໍ່ວ່າທາງດ້ານປະລິມານ ກໍ່ຄືຄຸນນະພາບ ເພື່ອສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນຂອບເຂດທົ່ວປະເທດ ແລະ ໃນຂົງເຂດອາຊຽນ.
  • ຕັ້ງໜ້າຍົກສູງ ແລະ ພັດທະນາຄຸນສົມບັດ ແລະ ຄວາມສາມາດ ຂອງພະນັກງານຂອງບໍລິສັດ ໃນທຸກລະດັບໃຫ້ມີຄວາມກ້າວໜ້າ ແລະ ມີສ່ວນຮ່ວມໃນການຂະຫຍາຍ ແລະ ພັດທະນາບໍລິສັດ ດ້ວຍຄວາມຮູ້ສຶກທີ່ພາກພູມໃຈ, ມີຄວາມຮັບຜິດຊອບ ແລະ ເປັນເຈົ້າຂອງ.

ທຸລະກິດຫຼັກຂອງບໍລິສັດ

  • ຜະລິດພະລັງງານໄຟຟ້າເພື່ອຂາຍໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ ດ້ວຍພະລັງງານແສງຕາເວັນ, ພະລັງງານລົມ ແລະ ພະລັງງານທົດແທນອື່ນໆ.
  • ລົງທຶນຮ່ວມກັບບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ຜະລິດໄຟຟ້າເພື່ອຮັບໃຊ້ພາຍໃນ ແລະ ປະເທດເພື່ອນບ້ານໃນຂົງເຂດອາຊຽນ ດ້ວຍພະລັງງານທົດແທນຕ່າງໆ ໂດຍສະເພາະພະລັງງານແສງຕາເວັນ.
  • ບໍລິການຕິດຕັ້ງລະບົບພະລັງງານໄຟຟ້າແສງຕາເວັນເທິງຫຼັງຄາ ແລະ ລະບົບໄຟເຍືອງທາງ.
  • ຜະລິດພະລັງງານທົດແທນເພື່ອຮັບໃຊ້ວຽກງານກະສິກຳ ກໍ່ຄືການສະໜອງນ້ຳສະອາດໃຫ້ແກ່ຊຸມຊົນ.

ໂຄງການໃນປະຈຸບັນ ແລະ ແຜນຂະຫຍາຍກຳລັງການຜະລິດ

ບໍລິສັດ ອີດີແອວ-ເຈັນ ໂຊລ່າ ພາວເວີ້ ຈຳກັດ ໄດ້ຜະລິດໄຟຟ້າແສງຕາເວັນຢ່າງເປັນທາງການ ເຊິ່ງເປັນແຫ່ງທຳອິດໃນ ສປປ ລາວ. ໂຄງການດັ່ງກ່າວ ຕັ້ງຢູ່ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ອີງຕາມບົດບັນທຶກກອງປະຊຸມລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ອີດີແອວ-ເຈັນ ໂຊລ່າ ພາວເວີ້ ຈຳກັດ, ກອງປະຊຸມໄດ້ເຫັນດີກັນໃນການກໍ່ສ້າງໂຄງການພະລັງງານແສງຕາເວັນ ໂດຍມີກຳລັງການຕິດຕັ້ງທັງໝົດ 100 MW ແລະ ໄດ້ແບ່ງອອກເປັນ 2 ໄລຍະຄື:

ໄລຍະທີ 1 — 32 MW ຢູ່ໃນຂອບເຂດນະຄອນຫຼວງວຽງຈັນ:

  • ໂຄງການ 3 ແລະ 1,8 MW ສະຖານທີ່ ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
  • ໂຄງການ 7 ແລະ 8 MW ສະຖານທີ່ ບ້ານໂພນຂາມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ
  • ໂຄງການ 2 MW ສະຖານທີ່ ບ້ານນາຫອຍ ເມືອງສັງທອງ ນະຄອນຫຼວງວຽງຈັນ
  • ໂຄງການ 5,2 MW ສະຖານທີ່ ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
  • ໂຄງການ 5 MW ສະຖານທີ່ ບ້ານສີສະຫວາດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ໄລຍະທີ 2 — 68 MW ຈະເລີ່ມກໍ່ສ້າງເມື່ອມີຄວາມພ້ອມທັງດ້ານຈຸດທີ່ດິນ ແລະ ຈຸດເຊື່ອມຕໍ່ລະບົບເຂົ້າກັບ ລັດວິສາຫະກິດໄຟຟ້າລາວ ທີ່ເໝາະສົມ.

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)