1. ເປັນບໍລິສັດນຳໜ້າ ຂອງ ສປປ ລາວ ໃນການຜະລິດພະລັງງານໄຟຟ້າ ທີ່ໝັ້ນຄົງ ເພື່ອຕອບສະໜອງໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຂອງພູມີພາກຕາມທິດ ສີຂຽວ ແລະ ຍືນຍົງ.
2. ເປັນບໍລິສັດນຳໜ້າ ໃນການໃຫ້ບໍລິການຄຸ້ມຄອງ ແລະ ບຳລຸງຮັກສາ ໂຮງງານຜະລິດໄຟຟ້າໃນ ສປປ ລາວ ແລະ ໃນພູມີພາກ.
3. ເປັນບໍລິສັດນຳໜ້າທີ່ ສ້າງມູນຄ່າເພີ່ມ ໃຫ້ແກ່ຜູ້ຖືຮຸ້ນ.
ພາລະກິດ
1. ສະໜອງໄຟຟ້າ ດ້ວຍແຫຼ່ງພະລັງງານສະອາດ ແລະ ພະລັງງານທົດແທນ ໂດຍຄຳນຶງເຖິງສິ່ງແວດລ້ອມ ເພື່ອສ້າງຄວາມໝັ້ນຄົງ ແລະ ຍືນຍົງທາງດ້ານພະລັງງານໃຫ້ແກ່ປະເທດ ແລະ ພູມີພາກ.
2. ມີຂະບວນການຕັດສິນໃຈ ແລະ ຂັ້ນຕອນການດຳເນີນງານທີ່ຈະແຈ້ງ, ໂປ່ງໃສ ແລະ ກວດສອບໄດ້.
3. ສົມທົບຢ່າງສະໜິດແໜ້ນ ກັບ ຄູ່ຮ່ວມຍຸດທະສາດ ແລະ ບໍລິສັດຈຳໜ່າຍພະລັງງານໄຟຟ້າ ໃນການສະໜອງພະລັງງານໄຟຟ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ ແລະ ພູມີພາກ.
4. ຕັ້ງໜ້າຍົກສູງປະສິດທິພາບ ແລະ ພັດທະນາບໍລິສັດໃນທຸກດ້ານ ເພື່ອໃຫ້ກາຍເປັນທັງຜູ້ຜະລິດ ແລະ ໃຫ້ບໍລິການຄຸ້ມຄອງ-ບຳລຸງຮັກສາ ໂຮງງານຜະລິດໄຟຟ້າ ໃນ ສປປ ລາວ ແລະ ພູມີພາກ.
5. ລົງທຶນໃນທຸລະກິດທີ່ເນັ້ນໃສ່ການສ້າງມູນຄ່າເພີ່ມ ທັງໄລຍະສັ້ນ ແລະ ໃນໄລຍະຍາວ ເພື່ອໃຫ້ໄດ້ຮັບຜົນຕອບແທນ ທີ່ ສູງສຸດ ຢ່າງຕໍ່ເນື່ອງໃຫ້ແກ່ຜູ້ຖືຮຸ້ນ.