ອີດີແອວ-ເຈັນ
ໂຊລ່າ ພາວເວີ້

I. ຄວາມເປັນມາ
ເພື່ອເປັນການຕອບສະໜອງພະລັງງານໄຟຟ້າຮັບໃຊ້ສັງຄົມໃຫ້ໝັ້ນຄົງ ແລະ ຮັບປະກັັນ, ຜ່ານການຄົ້ນຄ້ວາ ແລະ ເຫັນດີສະໜັບສະໜູນຂອງກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມທັງເປັນການປະຕິບັດແຜນຍຸທະສາດຂອງລັດຖະບານໃນການພັດທະນາພະລັງງານທົດແທນໃຫ້ປາກົດຜົນເປັນຈິງເທື່ອລະກ້າວ, ດັ່ງນັ້ນບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນຈຶ່ງໄດ້ສ້າງຕັ້ງບໍລິສັດ ອີດີແອວ-ເຈັນ ໂຊລ່າ ພາວເວີ້ ຈຳກັດ ຫຼື EDL-Gen Solar Power ຂຶ້ນໃນວັນທີ 18 ທັນວາ 2015, ຊິ່ງເປັນບໍລິສັດຮ່ວມທຶນກັນລະຫ່ວາງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຖືຮຸ້ນ 60% ແລະ ບໍລິສັດພັດທະນາພະລັງງານບໍລິສຸດຈຳກັດຜູ້ດຽວ 40%.

II. ວິໃສທັດ
ບໍລິສັດ ອີດີແອວ-ເຈັນ ໂຊລ່າ ພາວເວີ້ ຈຳກັດ ມີຄວາມປາຖະໜາຢ່າງແຮງກ້າທີ່ຈະເປັນບໍລິສັດ ນຳຫນ້າອັນດັບໜຶ່ງ ຂອງ ສປປ ລາວ ໃນການດຳເນີນທຸລະກິດທາງດ້ານ ພະລັງງານທົດແທນເພື່ອຮັບປະກັນ ແລະ ຕອບສະໜອງພະລັງງານໄຟຟ້າ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຄຽງຄູ່ກັບການຜະລິດພະລັງງານໄຟຟ້າ ດ້ວຍພະລັງງານນ້ຳ.
ບໍລິສັດ ຈະປະກອບສ່ວນຢ່າງແຂງແຮງ ສ້າງໃຫ້ ສປປ ລາວ ໄດ້ກາຍເປັນໝໍ້ໄຟຂອງອາຊຽນ ແລະ ປະກອບສ່ວນຢ່າງເຕັມກຳລັງເຮັດໃຫ້ຂົງເຂດອາຊຽນ ມີຄວາມຫມັ້ນຄົງທາງດ້ານພະລັງງານໄຟຟ້າຢ່າງຍືນຍົງ.

III. ພາລະກິດ
• ເປັນບໍລິສັດນຳຫນ້າອັນດັບໜຶ່ງໃນ ການດຳເນີນທຸລະກິດຜະລິດໄຟຟ້າດ້ວຍພະລັງງານທົດແທນເພື່ອຮັບໃຊ້ພາຍໃນປະເທດ ກໍ່ຄືພາຍໃນຂົງເຂດພາກພື້ນ ດ້ວຍລາຄາທີ່ສົມເຫດສົມຜົນ ແລະ ກາຍເປັນບໍລິສັດມະຫາຊົນຈົດທະບຽນໃນຕະຫຼາດຫຼັກຊັບລາວ.
• ຢືນຄຽງຄູ່ ແລະ ສົມທົບຢ່າງສະຫນິດແໜ້ນກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນຮ່ວມຮັກສາຄວາມໝັ້ນຄົງທາງດ້ານພະລັງງານ ບໍ່ວ່າທາງດ້ານປະລິມານ ກໍ່ຄືຄຸນນະພາບ ເພື່ອສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນຂອບເຂດ ທົ່ວປະເທດ ແລະ ໃນຂົງເຂດອາຊຽນ.
• ຕັ້ງໜ້າ ຍົກສູງ ແລະ ພັດທະນາ ຄຸນສົມບັດ ແລະ ຄວາມສາມາດ ຂອງ ພະນັກງານ ຂອງບໍລິສັດ ໃນທຸກລະດັບໃຫ້ມີຄວາມກ້າວຫນ້າ ແລະ ມີສ່ວນຮ່ວມ ໃນການຂະຫຍາຍ ແລະພັດທະນາ ບໍລິສັດດ້ວຍຄວາມຮູ້ສຶກທີ່ພາກພູມໃຈ, ມີຄວາມຮັບຜິດຊອບ ແລະ ເປັນເຈົ້າຂອງ.

IV. ທຸລະກິດຫຼັກຂອງບໍລິສັດ
• ຜະລິດພະລັງງານໄຟຟ້າເພື່ອຂາຍໃຫ້ແກ່ ລັດວິສາຫະກິດໄຟຟ້າລາວດ້ວຍພະລັງງານແສງຕາເວັນ, ພະລັງງານລົມ ແລະ ພະລັງງານທົດແທນອື່ນໆ.
• ລົງທຶນຮ່ວມກັບ ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ຜະລິດໄຟຟ້າເພື່ອຮັບໃຊ້ພາຍໃນ ແລະ ປະເທດເພື່ອນບ້ານ ຢູ່ໃນຂົງເຂດອາຊຽນ ດ້ວຍພະລັງງານທົດແທນຕ່າໆໆ ໂດຍສະເພາະ ພະລັງງານແສງຕາເວັນ.
• ບໍລິການຕິດຕັ້ງລະບົບພະລັງງານໄຟຟ້າແສງຕາເວັນເທີງຫຼັງຄາ ແລະ ລະບົບໄຟເຍືອງທາງ
• ຜະລິດພະລັງງານທົດແທນເພື່ອຮັບໃຊ້ວຽກງານກະສິກຳ ກໍ່ຄືການສະໜອງນໍ້າສະອາດໃຫ້ແກ່ຊຸມຊົນ.

V.ໂຄງການໃນປະຈຸບັນ ແລະ ແຜນຂະຫຍາຍກຳລັງການຜະລິດໃນແຕ່ລະປີ:
ບໍລິສັດ ອີດີເອວ – ເຈັນ ໂຊລ່າ ພາວເວີ້ຈໍາກັດ ໄດ້ຜະລິດ-ໄຟຟ້າແສງຕາເວັນຢ່າງເປັນທາງການ ເຊິ່ງເປັນແຫ່ງທຳອິດໃນ ສປປ ລາວ. ໂຄງການດັ່ງກ່າວ ຕັ້ງຢູ່ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
ອີງຕາມບົດບັນທຶກກອງປະຊຸມລະຫວ່າງ ບໍລິສັດ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ອີດີເອວ-ເຈັນໂຊລ້າ ພາວເວີ້ ຈຳກັດ ກອງປະຊຸມໄດ້ເຫັນດີກັນໃນການກໍ່ສ້າງໂຄງການພະລັງງານແສງຕາເວັນໂດຍມີກຳລັງການຕິດຕັ້ງທັງໝົດ 100 MW ແລະ ໄດ້ແບ່ງອອກເປັນ 2 ໄລຍະຄື:

  1. ໄລຍະທີ່ 1 ແມ່ນ 32 MW ຢູ່ໃນຂອບເຂດນະຄອນຫລວງວຽງຈັນ.
    – ໂຄງການ 3 ແລະ 1,8 MW ສະຖານທີ່ ບ້ານ ແຈ້ງສະຫວ່າງ ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ.
    – ໂຄງການ 7 ແລະ 8 MW ສະຖານທີ່ ບ້ານໂພນຂາມ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ.
    – ໂຄງການ 2 MW ສະຖານທີ່ ບ້ານນາຫອຍ ເມືອງສັງທອງ ນະຄອນຫລວງວຽງຈັນ.
    – ໂຄງການ 5,2 MW ສະຖານທີ່ ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
    – ໂຄງການ 5 MW ສະຖານທີ່ ບ້ານສີສະຫວາດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
  2. ໄລຍະທີ່ 2 ແມ່ນ 68 MW ແມ່ນເລີ້ມກໍ່ສ້າງເພື່ອມີຄວາມພອ້ມທັງດ້ານຈຸດທີ່ດິນ ແລະ ມີຄວາມພອ້ມທາງດ້ານຈຸດເຊື່ອມຕໍ່ລະບົບເຂົ້າກັບລັດວິສາຫະກິດໄຟຟ້າລາວທີ່ເໝາະສົມ.
solar

ອີດີແອວ-ເຈັນ ໂຊລ່າ ພາວເວີ້

ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ

ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ