ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄດ້ຮັບການມອບໝາຍຈາກການນໍາກະຊວງການເງິນ, ຈາກຄະນະຈັດຕັ້ງສູນກາງພັກ ແລະ ລັດຖະບານ ເພື່ອຮັບໜ້າທີ່ ເປັນປະທານສະພາບໍລິຫານຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ.
ໃນນາມທີ່ຂ້າພະເຈົ້າໄດ້ຮັບກຽດເປັນ ປະທານສະພາບໍລິຫານຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະກາຊົນ (ຜ-ຟຟລ) ຜູ້ໃໝ່, ກ່ອນອື່ນຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ຂອງ ຜ-ຟຟລ, ເຖິງວ່າມີບາງວຽກງານທີ່ມີຄວາມຫຍຸ້ງຍາກໃນໄລຍະຜ່ານມາກໍ່ຕາມ ແຕ່ກໍ່ຜ່ານຜ່າມາໄດ້ຈົນປະສົບຜົນສຳເລັດຄືດັ່ງທີ່ໄດ້ກ່າວໃນບົດລາຍງານປະຈໍາປີ 2021.
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ເປັນບໍລິສັດທຳອິດທີ່ເຂົ້າສູ່ຕະຫຼາດຫຼັກຊັບລາວໃນປີ 2010 ແລະ ເປັນບໍລິສັດທີ່ມີຄວາມສໍາຄັນ ທີ່ພັກ ແລະ ລັດຖະບານ ໄດ້ຫັນເອົາການພັດທະນາຂະແໜງພະລັງງານໄຟຟ້າ ໃຫ້ກາຍເປັນພາລະກິດຂອງທົ່ວປວງຊົນໃຫ້ສັງຄົມມີສ່ວນຮ່ວມ ແລະ ກໍ່ແມ່ນວຽກງານໜຶ່ງທີ່ດຳເນີນຕາມພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ໂດຍຫັນເອົາວິສາຫະກິດສ່ວນໜຶ່ງຂອງລັດ ອອກມາເປັນບໍລິສັດມະຫາຊົນ ແລະ ເຄື່ອນໄຫວຕາມກົນໄກຕະຫຼາດພາຍໃຕ້ການຄຸ້ມຄອງຂອງລັດ.
ຄືດັ່ງທີ່ບັນດາທ່ານຮັບຊາບດີແລ້ວວ່າ ສະພາບໍລິຫານແມ່ນກົງຈັກການຈັດຕັ້ງໜຶ່ງຂອງບໍລິສັດ ຊຶ່ງເປັນຕົວແທນໃຫ້ແກ່ຜູ້ຖືຮຸ້ນໃນການຄຸ້ມຄອງບໍລິຫານ, ກຳນົດນະໂຍບາຍ ແລະ ຕົກລົງບັນຫາທີ່ສຳຄັນທີ່ເປັນພື້ນຖານໃນການດຳເນີນທຸລະກິດຂອງບໍລິສັດຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ຫຼື ມະຕິຂອງກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດ.
ສະນັ້ນ, ໃນເມື່ອພັກ-ລັດ, ປະຊາຊົນ ແລະ ບັນດາຜູ້ຖືຮຸ້ນທັງພາຍໃນ ແລະ ຕ່າງປະເທດໄດ້ມອບໝາຍໃຫ້ຂ້າພະເຈົ້າມາຮັບ ຜິດຊອບວຽກງານດັ່ງກ່າວນີ້ແລ້ວ, ເພື່ອໃຫ້ສົມກັບຄວາມເຊື່ອໝັ້ນນັ້ນ ຂ້າພະເຈົ້າຈະຮ່ວມກັບ ຄະນະກຳມະການສະພາບໍລິ ຫານ ແລະ ຄະນະຜູ້ບໍລິຫານຂອງບໍລິສັດເພື່ອຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດວຽກງານທີ່ສຳຄັນຕາມຫຼັກການ ເຄື່ອນໄຫວຂອງສະພາບໍລິຫານທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍສະພາບໍລິຫານຂອງຄະນະກຳມະການຄຸ້ມຄອງຫຼັກຊັບດັ່ງນີ້:
- ປົກປ້ອງຜົນປະໂຫຍດຂອງຜູ້ຖືຮຸ້ນ;
- ມີຄວາມໂປ່ງໃສ ແລະ ຍຸຕິທຳ;
- ມີຄວາມບໍລິສຸດສັດຊື່ (Duty of Loyalty);
- ຮັບປະກັນຄວາມຮັບຜິດຊອບທາງດ້ານກົດໝາຍ;
- ປະຕິບັດສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ (Duty of Care)
ພ້ອມດຽວກັນນີ້, ຂ້າພະເຈົ້າ ພ້ອມດ້ວຍຄະນະສະພາບໍລິຫານ ກໍ່ຈະໄດ້ຮ່ວມກັບ ຄະນະຜູ້ບໍລິຫານຂອງບໍລິສັດ ໃນການສືບຕໍ່ປະຕິບັດວຽກງານໃຫ້ປະສົບຜົນສຳເລັດ ໂດຍສະເພາະຈະປະຕິບັດທຸກວຽກງານໃຫ້ສອດຄ່ອງກັບ ວິໄສທັດ ແລະ ພາລະກິດຂອງບໍລິສັດ ທີ່ໄດ້ວາງໄວ້ຄື:
ວິໄສທັດ:
1. ເປັນບໍລິສັດນຳໜ້າຂອງ ສປປ ລາວ ໃນການຜະລິດພະລັງງານໄຟຟ້າທີ່ໝັ້ນຄົງ ເພື່ອຕອບສະໜອງໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຂອງພູມີພາກ ຕາມທິດສີຂຽວ ແລະ ຍືນຍົງ.
2. ເປັນບໍລິສັດນຳໜ້າ ໃນການໃຫ້ບໍລິການຄຸ້ມຄອງ ແລະ ບໍາລຸງຮັກສາ ໂຮງງານຜະລິດໄຟຟ້າໃນ ສປປ ລາວ ແລະ ໃນພູມີພາກ.
3. ເປັນບໍລິສັດນຳໜ້າທີ່ ສ້າງມູນຄ່າເພີ່ມໃຫ້ແກ່ຜູ້ຖືຮຸ້ນ.
ພາລະກິດ:
1. ສະໜອງໄຟຟ້າ ດ້ວຍແຫຼ່ງພະລັງງານສະອາດ ແລະ ພະລັງງານທົດແທນ ໂດຍຄຳນຶງເຖິງສິ່ງແວດລ້ອມ ເພື່ອສ້າງຄວາມໝັ້ນຄົງ ແລະ ຍືນຍົງທາງດ້ານພະລັງງານໃຫ້ແກ່ປະເທດ ແລະ ພູມີພາກ.
2. ມີຂະບວນການຕັດສິນໃຈ ແລະ ຂັ້ນຕອນການດໍາເນີນງານທີ່ຈະແຈ້ງ, ໂປ່ງໃສ ແລະ ກວດສອບໄດ້.
3. ສົມທົບຢ່າງສະໜິດແໜ້ນ ກັບ ຄູ່ຮ່ວມຍຸດທະສາດ ແລະ ບໍລິສັດຈຳໜ່າຍພະລັງງານໄຟຟ້າ ໃນການສະໜອງພະລັງງານໄຟຟ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ ແລະ ພູມີພາກ.
4. ຕັ້ງໜ້າຍົກສູງປະສິດທິພາບ ແລະ ພັດທະນາບໍລິສັດໃນທຸກດ້ານ ເພື່ອໃຫ້ກາຍເປັນທັງຜູ້ຜະລິດ ແລະ ໃຫ້ບໍລິການຄຸ້ມຄອງ-ບຳລຸງຮັກສາ ໂຮງງານຜະລິດໄຟຟ້າໃນ ສປປ ລາວ ແລະ ພູມີພາກ.
5. ລົງທຶນໃນທຸລະກິດທີ່ເນັ້ນໃສ່ການສ້າງມູນຄ່າເພີ່ມ ທັງໄລຍະສັ້ນ ແລະ ໃນໄລຍະຍາວ ເພື່ອໃຫ້ໄດ້ຮັບຜົນຕອບແທນ ສູງສຸດ ຢ່າງຕໍ່ເນື່ອງໃຫ້ແກ່ຜູ້ຖືຮຸ້ນ.
ທັງໝົດທີ່ຂ້າພະເຂົ້າໄດ້ກ່າວມານັ້ນ ແມ່ນເປັນພຽງສ່ວນໜຶ່ງເທົ່ານັ້ນ, ຢ່າງໃດກໍ່ຕາມ ລຳພັງການປະຕິບັດຂອງຄະນະສະພາບໍລິຫານ ຫຼື ຄະນະຜູ້ບໍລິຫານແມ່ນວຽກດັ່ງກ່າວນີ້ຈະບໍ່ສຳເລັດຢ່າງແນ່ນອນ. ສະນັ້ນ, ຂ້າພະເຈົ້າຈະຮ່ວມກັບຜູ້ບໍລິຫານທຸກຂັ້ນ ພ້ອມກັນປະຕິບັດທຸກພາລະກິດໃຫ້ສຳເລັດໜ້າທີ່ຕາມການມອບໝາຍ ໂດຍສະເພາະການຊີ້ນໍາ ຈາກຄະນະພັກ ແລະ ການນໍາຂັ້ນເທິງ ເພື່ອເຮັດໃຫ້ວຽກງານຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ກ້າວໄປຂ້າງໜ້າ ແລະ ປະສົບຜົນສຳເລັດຢ່າງຈົບງາມ ແລະ ສ້າງມູນຄ່າເພີ່ມໃຫ້ແກ່ຜູ້ຖືຮຸ້ນຢ່າງສົມເຫດສົມຜົນ.