EDL-Gen ຈັດກິດຈະກຳ ‘ຮັກນີ້ແດ່ພີ່ນ້ອງ ປີ 4’
ໃນລະຫ່ວາງ ວັນທີ 23-24 ພຶດສະພາ 2023 ຕາງຫນ້າຈາກ 3 ອົງການຈັດຕັ້ງມະຫາຊົນຂອງ ບໍລິສັດ ຜະລິດ-ໄຟຟ້າລາວ…
ໃນລະຫ່ວາງ ວັນທີ 23-24 ພຶດສະພາ 2023 ຕາງຫນ້າຈາກ 3 ອົງການຈັດຕັ້ງມະຫາຊົນຂອງ ບໍລິສັດ ຜະລິດ-ໄຟຟ້າລາວ…
ຄຽງຄູ່ກັບການຜະລິດພະລັງງານໄຟຟ້າຂອງ ຜ-ຟຟລ, ການພັດທະນາ ພື້ນຖານໂຄງລ່າງຂອງຊຸມຊົນອ້ອມຂ້າງເຂື່ອນ ຖືເປັນສິ່ງທີ່ສຳຄັນ ໃນການພັດທະນາ ໂດຍສະເພາະ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໃສຢູ່ອ້ອມຂ້າງບັນດາເຂື່ອນຂອງ ຜ-ຟຟລ.
ໃນວັນທີີ 7 ກຸມພາ 2023 ການນຳຈາກ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen)…
ໜ່ວຍສະຫະພັນແມ່ຍິງ ຜ–ຟຟລ ມອບອຸປະກອນການສຶກສາ ແລະ ລ້ຽງອາຫານ ແກ່ນ້ອງໆນັກຮຽນ ໃນວັນທີ 18 ກໍລະກົດ 2022…
EDL-Gen ຮັບລາງວັນ ‘The ESQR’s Quality Choice Prize 2022’ ທີ່ ປະເທດສະເປນ…
ໃນລະຫ່ວາງ ວັນທີ 23-24 ພຶດສະພາ 2023 ຕາງຫນ້າຈາກ 3 ອົງການຈັດຕັ້ງມະຫາຊົນຂອງ ບໍລິສັດ ຜະລິດ-ໄຟຟ້າລາວ…
ຄຽງຄູ່ກັບການຜະລິດພະລັງງານໄຟຟ້າຂອງ ຜ-ຟຟລ, ການພັດທະນາ ພື້ນຖານໂຄງລ່າງຂອງຊຸມຊົນອ້ອມຂ້າງເຂື່ອນ ຖືເປັນສິ່ງທີ່ສຳຄັນ ໃນການພັດທະນາ ໂດຍສະເພາະ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໃສຢູ່ອ້ອມຂ້າງບັນດາເຂື່ອນຂອງ ຜ-ຟຟລ.
ໃນວັນທີີ 7 ກຸມພາ 2023 ການນຳຈາກ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen)…
ໜ່ວຍສະຫະພັນແມ່ຍິງ ຜ–ຟຟລ ມອບອຸປະກອນການສຶກສາ ແລະ ລ້ຽງອາຫານ ແກ່ນ້ອງໆນັກຮຽນ ໃນວັນທີ 18 ກໍລະກົດ 2022…
EDL-Gen ຮັບລາງວັນ ‘The ESQR’s Quality Choice Prize 2022’ ທີ່ ປະເທດສະເປນ…
ໃນລະຫ່ວາງ ວັນທີ 23-24 ພຶດສະພາ 2023 ຕາງຫນ້າຈາກ 3 ອົງການຈັດຕັ້ງມະຫາຊົນຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຈັດກິດຈະກຳ ‘ຮັກນີ້ແດ່ພີ່ນ້ອງ ປີ 4’ ຮ່ວມກັບນ້ອງໆນັກຮຽນ ທີ່ ໂຮງຮຽນປະຖົມແຊລະບຳ, ເມືອງ ຊະນະສົມບູນ, ແຂວງ ຈຳປາສັກ.
ຄຽງຄູ່ກັບການຜະລິດພະລັງງານໄຟຟ້າຂອງ ຜ-ຟຟລ, ການພັດທະນາ ພື້ນຖານໂຄງລ່າງຂອງຊຸມຊົນອ້ອມຂ້າງເຂື່ອນ ຖືເປັນສິ່ງທີ່ສຳຄັນ ໃນການພັດທະນາ ໂດຍສະເພາະ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໃສຢູ່ອ້ອມຂ້າງບັນດາເຂື່ອນຂອງ ຜ-ຟຟລ.
ໃນວັນທີີ 7 ກຸມພາ 2023 ການນຳຈາກ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມການກວດກາໜ້າວຽກ ແລະ ມອບ-ຮັບ ອາຄານຮຽນ ໂຮງຮຽນປະຖົມສົມບູນ ບ້ານ ພູເກົ້ານາງ ເຊິ່ງຕັ້ງຢູ່ເມືອງ ທຸລະຄົມ ແຂວງ ວຽງຈັນ.
ໜ່ວຍສະຫະພັນແມ່ຍິງ ຜ–ຟຟລ ມອບອຸປະກອນການສຶກສາ ແລະ ລ້ຽງອາຫານ ແກ່ນ້ອງໆນັກຮຽນ ໃນວັນທີ 18 ກໍລະກົດ 2022 ຄະນະໜ່ວຍສະຫະພັນແມ່ຍິງ ຜ-ຟຟລ ແລະ ພະນັກງານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກິດຈະກໍາ ມອບອຸປະກອນການສຶກສາ ແລະ ລ້ຽງອາຫານທ່ຽງ ແກ່ນ້ອງໆນັກຮຽນ ໂຮງຮຽນ ປະຖົມ ບ້ານ ສາມັກຄີໄຊ, ເມືອງ ຊຽງເງິນ, ແຂວງ ຫຼວງພະບາງ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ, ໂດຍມີ ທ່ານ ນາງ ສຸກສັນ ພົງພິລາ ປະທານໜ່ວຍສະຫະພັນແມ່ຍິງ ຜ-ຟຟລ, ຮອງຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍຄະນະພະນັກງານ ຜ-ຟຟລ, ຫົວໜ້າພະແນກສຶກສາເມືອງຊຽງເງີນ, ຄູອາຈານ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມກິດຈະກຳໃນຄັ້ງນີ້.
EDL-Gen ຮັບລາງວັນ ‘The ESQR’s Quality Choice Prize 2022’ ທີ່ ປະເທດສະເປນ ໃນວັນທີ 03 ກໍລະກົດ 2022, ຕາງໜ້າຄະນະນຳຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຮັບກຽດເຂົ້າຮ່ວມພິທີຮັບລາງວັນ ‘ESQR’s Quality Choice Prize 2022’ ທີ່ ເມືອງ ບາເຊວໂລນາ ປະເທດສະເປນ.
ຜ-ຟຟລ ແລະ ຟຟລ ຮ່ວມກັນຈັດກິດຈະກຳປ່ອຍປາ ສະເຫຼີມສະຫຼອງ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ–ສັດປ່າ ແຫ່ງຊາດ ໃນວັນທີ 13 ກໍລະກົດ 2022 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມກັບ ລັດວິສາຫະກິດໄຟຟ້າລາວ (ຟຟລ) ຈັດກິດຈະກຳປ່ອຍປາ ທີ່ເຂື່ອນໄຟຟ້ານໍ້າງື່ມ-1 ບ້ານແສງສະຫວ່າງ, ເມືອງແກ້ວອຸດົມ, ແຂວງ ວຽງຈັນ ເພື່ອສ້າງຂະບວນການສະເຫຼີມສະຫຼອງ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 25 ປີ ແລະ ວັນຄ້າຍວັນເກີດຂອງ ທ່ານປະທານ ສຸພານຸວົງ ຄົບຮອບ 113 ປີ.
EDL-Gen ຈັດກິດຈະກໍາ ປູກຕົ້ນໄມ້ ແລະ ປ່ອຍປາ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ–ຟຟລ) ຫຼື EDL-Gen ໄດ້ຈັດກິດຈະກຳ ປູກຕົ້ນໄມ້ ແລະ ປ່ອຍປາ ທີ່ເຂື່ອນ ໄຟຟ້າ ນ້ຳສະນາ, ເມືອງ ກາສີ, ແຂວງ ວຽງຈັນ ເພື່ອເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ປະຈໍາປີ 2022.
ຜ-ຟຟລ ຊ່ວຍເຫຼືອວຽກງານການກໍ່ສ້າງໂຮງຮຽນປະຖົມສົມບູນ ໃຫ້ແກ່ຊຸມຊົນອ້ອມຂ້າງເຂື່ອນໄຟຟ້ານໍ້າເລິກ ໃນວັນທີ 21 ມັງກອນ 2022 ທີ່ໂຮງຮຽນປະຖົມສົມບູນບ້ານທ່າເຮືອ ຄະນະກຳມະການ ຈາກສຳນັກງານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ເຂື່ອນໄຟຟ້ານໍ້າເລິກ ຮ່ວມກັບ ບໍລິສັດ ຫຼັກໄຊ ກໍ່ສ້າງຂົວ-ທາງ ຈຳກັດ ຜູ້ດຽວ (ຜູ້ຮັບເໝົາ) ໄດ້ລົງກວດກາວຽກສຳເລັດ 100% ແລະ ໄດ້ມອບ-ຮັບ ໂຄງການ ກໍ່ສ້າງໂຮງຮຽນປະຖົມສົມບູນບ້ານທ່າເຮືອ, ເມືອງ ລ້ອງຊານ, ແຂວງ ໄຊສົມບູນ ຈຳນວນ 1 ຫຼັງ ເຊິ່ງປະກອບມີ ຫ້ອງຮຽນ 5 ຫ້ອງ, ຫ້ອງນໍ້າ 2 ຫ້ອງ ພ້ອມດ້ວຍອຸປະກອນ ກະດານ,ຕູ້,ໂຕະ,ຕັ່ງ ທັງຂອງນັກຮຽນ ແລະ ຄູອາຈານ.
ແຈ້ງການຈັດກອງປະຊຸມປຶກສາຫາລືຂັ້ນທ້ອງຖິ່ນໃນ 7 ເຂື່ອນໄຟຟ້າ ທີ່ ຜ-ຟຟລ ຄຸ້ມຄອງ ກອງປະຊຸມປຶກສາຫາລືຂັ້ນທ້ອງຖິ່ນສຳລັບ 7 ເຂື່ອນໄຟຟ້າທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ຄຸ້ມຄອງ ຈະຈັດຂຶ້ນໃນລະຫວ່າງວັນທີ 12-14 ມັງກອນ 2022, ທີ່ຫ້ອງການຂອງແຕ່ລະເຂື່ອນ. ໂດຍລວມມີ ໂຄງການເຂື່ອນໄຟຟ້າ ນຳ້ຄານ 2, ນຳ້ງື່ມ 1 ພາກຂະຫຍາຍ, ຫ້ວຍລຳພັນໃຫຍ່, ນຳ້ຄານ 3, ເຊເສັດ 3, ເຊເສັດ 2 ພາກຂະຫຍາຍ ແລະ ນໍ້າຈຽນ.
ແຈ້ງການກ່ຽວກັບການປ່ອຍນ້ຳເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ອອກແຈ້ງການກ່ຽວກັບການປ່ອຍນ້ຳເພື່ອປັບລະດັບນ້ຳຂອງອ່າງເກັບນ້ຳຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ເລີ່ມເວລາ 23:00 ໂມງ ຂອງວັນທີ 17 ຕຸລາ 2021 ຫາເວລາ 24:00 ໂມງ ຂອງວັນທີ 22 ຕຸລາ 2021.
ຜ-ຟຟລ ປະກອບສ່ວນວຽກງານຊ່ວຍເຫຼືອສັງຄົມ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື EDL-Gen ໄດ້ອຸປະຖໍາເງິນສຳລັບວຽກງານຊ່ວຍເຫຼືອສັງຄົມ ໂດຍ ໃນວັນທີ 27 ສິງຫາ 2021 ຜູ້ຕາງໜ້າ ຜ-ຟຟລ ໄດ້ມອບເງິນຈຳນວນ 5 ລ້ານກີບໃຫ້ແກ່ ຜູ້ຕາງໜ້າ ລັດວິສາຫະກິດໄຟຟ້າລາວ ເພື່ອປະກອບສ່ວນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມທີ່ແຂວງໄຊຍະບູລີ ຫ່ວາງບໍ່ດົນມານີ້.
ເຂື່ອນໄຟຟ້ານ້ຳງື່ມ -1 ສົ່ງເສີມການອະນຸລັກສັດນໍ້າ ເຂື່ອນໄຟຟ້ານ້ຳງື່ມ -1 ຮ່ວມພິທີສະເຫລີມສະຫລອງວັນປ່ອຍປາ, ອະນຸລັກ ສັດນ້ຳ ແລະ ສັດປ່າ ວັນທີ 13 ກໍລະກົດ 2021 ໂດຍການຮ່ວມສົມທົບ ລະຫວ່າງອົງການປົກຄອງເມືອງ ແກ້ວອຸດົມ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແກ້ວອຸດົມ, ເຂື່ອນໄຟຟ້ານ້ຳງື່ມ -1 ແລະ ອົງການປົກຄອງທ້ອງຖິ່ນບ້ານໃກ້ຄຽງຂອງເມືອງ ແກ້ວອຸດົມ ແຂວງວຽງຈັນ
ຜ-ຟຟລ ຮ່ວມມອບເງີນອຸດໜູນແກ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອເປັນການປະກອບສ່ວນບັນເທົາທຸກຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື, ໃນວັນທີ 03 ທັນວາ 2018,ຄະນະຜູ້ອຳນວຍການໃຫຍ່ ແລະ ຕົວແທນ 3 ອົງການຈັດຕັ້ງມະຫາຊົນ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ຮ່ວມກັບ ຄະນະຄອບຄົວການນຳ ຊຶ່ງນຳໂດຍ ຄອບຄົວ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ,
ໂຄງການ “ຮັກນີ້ແດ່ພີ່ນ້ອງ ປີ 2”ໂຄງການເພື່ອການສຶກສາທີ່ດິຂຶ້ນ ຜ-ຟຟລ ໄດ້ຈັດໂຄງການຊ່ວຍເຫຼືອສັງຄົມທີ່ມີຊື່ວ່າ “ຮັກນີ້ແດ່ພີ່ນ້ອງ ປີ 2” ລະຫວ່າງວັນທີ 16-18 ເດືອນຕຸລາ ປີ 2018, ທີ່ໂຮງຮຽນບ້ານຫ້ວຍດໍາໃໝ່, ເມືອງທ່າແຕງ, ແຂວງເຊກອງ. ເຊິ່ງກິດຈະກໍານີ້ ມີຈຸດປະສົງປະກອບສ່ວນບູລະນະໂຮງຮຽນເຊັ່ນ ການເຮັດຫໍສະໝຸດ, ການຈັດຕັ້ງລະບົບການລ້າງມື, ການເຮັດໜານຜັກ ແລະ ການປູກຕົ້ນໄມ້ອ້ອມໂຮງຮຽນ.
ຜ-ຟຟລ ຮ່ວມສົມທົບທຶນເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອເປັນການປະກອບສ່ວນບັນເທົາຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນທົ່ວປະເທດ, ໃນວັນທີ 04 ຕຸລາ 2018, ທີ່ ສໍານັກງານ ນາຍົກລັດຖະມົນຕີແຫ່ງ ສປປລາວ. ຄະນະການນໍາກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບໍລິສັດ ຜະລິດ – ໄຟຟ້າ ລາວ ມະຫາຊົນ (ຜ-ຟຟລ) ໄດ້ມອບເງີນ ຈໍານວນ 3 ຕື້ກີບ ໃຫ້ກັບລັດຖະບານ ເພື່ອນໍາໄປຊຶ້ແນວພັນພຶດ ມອບໃຫ້ກັບຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມດັ່ງກ່າວ.
ຜ-ຟຟລ ຊ່ວຍເຫຼືອ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອເປັນການປະກອບສ່ວນບັນເທົາຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ໃນວັນທີ 18-19 ກັນຍາ 2018, ສາມອົງການຈັດຕັ້ງມະຫາຊົນຂອງ ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບໍລິສັດ ຜະລິດ – ໄຟຟ້າ ລາວ ມະຫາຊົນ (ຜ-ຟຟລ)
ການນຳລັດຖະບານ ຕິດຕາມ ສະພາບນ້ຳຖ້ວມ ຄະນະການນຳລັດຖະບານ ເຊິ່ງນຳໂດຍ ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ຄຳມະນີ ອິນທິລາດ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ການນຳຈາກລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ໄດ້ລົງຕິດຕາມ ສະພາບນ້ຳຖ້ວມ ຕາມລ່ອງນ້ຳງື່ມ ໃນວັນທີ 8 ກັນຍາ 2018.
ສະພາບການປ່ອຍນໍ້າຜ່ານປະຕູນໍ້າລົ້ນ ຂອງເຂື່ອນໄຟຟ້າ ນໍ້າງື່ມ-1 ໄລຍະຜ່ານມາເກີດມີຮ່ອງມໍລະສຸມ (ຮ່ອງຝົນ) ພັດຜ່ານ ພາກເໜືອ ແລະ ພາກກາງຂອງປະເທດລາວ ສົມທົບກັບ ລົມມໍລະສຸມ ຕາເວັນຕົກ ສຽງໃຕ້ ທີ່ມີກຳລັງແຮງພັດຜ່ານ ເຮັດໃຫ້ມີຝົນຕົກຢ່າງຕໍ່ເນື່ອງ ແຕ່ວັນທີ 3 ກັນຍາ 2018 ຈົນເຖິງປັດຈຸບັນ ແລະ ຍັງມີທ່າທີວ່າຈະມີຝົນຕົກສືບຕໍ່ໄປເຖິງວັນທີ 9 ກັນຍາ 2018 ຕາມການພະຍາກອນຂອງອຸຕຸນິຍົມ. ສົມທົບກັບເຂື່ອນໄຟຟ້າ ນ້ຳງື່ມ 2 ປ່ອຍນໍ້າລົງມາໃສ່ອ່າງນໍ້າງື່ມເປັນຈຳນວນຫຼວງຫຼາຍ ເຊັ່ນດຽວກັບບັນດາເຂື່ອນທີ່ຕັ້ງຢູ່ ອ້ອມຮອບບໍລິເວນອ່າງນໍ້າງື່ມເຊັ່ນ: ເຂື່ອນໄຟຟ້ານໍ້າລິກ 1-2, ເຂື່ອນໄຟຟ້ານໍ້າໄຜ່ເປັນຕົ້ນ. ດັ່ງນັ້ນຈຶ່ງເຮັດໃຫ້ບໍລິເວນອ່າງນໍ້າງື່ມ ມີປະລິມານນໍ້າໄຫຼເຂົ້າອ່າງມີຈຳນວນເພີ່ມຂື້ນ.
ບັນດາການນຳກະຊວງ ແລະ ແຂວງວຽງຈັນ ປືກສາຫາລື ເລື່ອງລະດັບນໍ້າຂອງລ້ອງນໍ້າງື່ມ ໃນວັນທີ 26 ສິງຫາ 2018, ທ່ານ ຈັນສອນ ແສນບຸດຕະລາດ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ, ທ່ານ ບຸນອູ້ມ ສີວັນເພັງ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື
ເຂື່ອນໄຟຟ້ານ້ຳສະນາສະໜັບສະໜູນດ້ານການສຶກສາແກ່ເມືອງກາສີ, ແຂວງວຽງຈັນ ໃນວັນທີ 14 ສິງຫາ 2018 ນີ້, ຢູ່ທີ່ໂຮງຮຽນປະຖົມສົມບູນວຽງແກ້ວ, ບ້ານວຽງແກ້ວ ເມືອງກາສີ ແຂວງວຽງຈັນ ໄດ້ຈັດພິທີມອບຮັບອຸປະກອນການສຶກສາໃຫ້ແກ່ ໂຮງຮຽນ 5 ແຫ່ງ ຄື: ໂຮງຮຽນປະຖົມສົມບູນວຽງແກ້ວ, ໂຮງຮຽນປະຖົມສົມບູນບ້ານນາແທ່ນ, ໂຮງຮຽນປະຖົມສົມບູນໂພນງາມ, ໂຮງຮຽນປະຖົມບ້ານລ້ອງໝາກຄາຍ, ໂຮງຮຽນປະຖົມບ້ານນ້ຳຟົດ ແລະ ນາສັງທອງ. ອຸປະກອນດັ່ງກ່າວລວມມີ: ຕິດຕັ້ງຖັງເກັບນໍ້າ, ໂຕະ-ຕັ່ງ (ນັກຮຽນ ແລະ ຄູ-ອາຈານ), ຕູ້ໃສ່ເອກະສານ, ອຸປະກອນກິລາ, ເຄື່ອງພີມເອກະສານ, ອຸປະກອນແຕ່ງກິນຈຳນວນໜື່ງ ແລະ ສົມທົບທຶນສ້າງຫ້ອງການບ້ານ ບ້ານລ້ອງໝາກຄາຍ ລວມມູນຄ່າທັງໝົດ 27.450.000 ກີບ
ການນຳ ຜ-ຟຟລ ຮ່ວມກັບຫຼາຍພາກສ່ວນ ເພື່ອນຳເອົາວັດຖຸປັດໃຈ ໄປມອບໃຫ້ກັບ ພີ່ນ້ອງ ແຂວງ ອັດຕະປື ເພື່ອເປັນການບັນເທົາຄວາມທຸກ ໃຫ້ແກ່ຜູ້ປະສົບອຸທົກກະໄພ ໃນເບື້ອງຕົ້ນ ໃນວັນທີ 28 ກໍລະກົດ 2018 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ຮ່ວມຂະບວນກັບ ລັດວິສາຫະກິດໄຟຟ້າລາວ, ການໄຟຟ້າສ່ວນພູມີພາກ ແຫ່ງປະເທດໄທ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ໄດ້ເດີນທາງໄປທີ່ແຂວງອັດຕະປື ເພື່ອນຳເອົາເຄື່ອງອຸປະໂພກ, ບໍລິໂພກ, ຢາປົວພະຍາດ, ອຸປະກອນຊູຊີບ ແລະ ປັດໄຈ ຈຳນວນຫນຶ່ງ ໄປມອບທີ່ຫ້ອງວ່າການປົກຄອງແຂວງອັດຕະປື ເພື່ອປະກອບສ່ວນແບ່ງປັນນ້ຳໃຈຊ່ວຍເຫຼືອໃຫ້ແກ່ຜູ້ປະສົບອຸທົກກະໄພ ທີ່ແຂວງອັດຕະປື.
ພະນັກງານ ຜ-ຟຟລ ແລະ ພະນັກງານບໍລິສັດ ອອ້ມຂ້າງຮ່ວມບໍລິຈາກໃຫ້ຜູ້ປະສົບໄພນໍ້າຖ້ວມ ທີ່ ເມືອງ ສະໜາມໄຊ, ແຂວງອັດຕະປື ພາຍຫຼັງທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ໃຫ້ການບໍລິຈາກເບື້ອງຕົ້ນ ເປັນຈໍານວນເງິນທັງໝົດ 100.000.000 ກີບ ໃນວັນທີ 25 ກໍລະກົດ 2018 ເພື່ອຊ່ວຍເຫຼືອຜູ້ປະສົບໄພ ທີ່ໄດ້ຮັບຜົນກະທົບຈາກເຫດການອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຢູ່ແຂວງອັດຕະປື ໃນຄັ້ງວັນທີ 23 ກໍລະກົດ 2018.
ຜ-ຟຟລ ໃຫ້ຄວາມຊ່ວຍເຫລືອຜູ້ທີ່ຖືກຜົນກະທົບຈາກການເກີດອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍພະນັກງານທຸກລະດັບ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ເປັນຫວ່ງເປັນໃຍຢ່າງຍິ່ງຕໍ່ປະຊາຊົນ ຄອບຄົວ ແລະ ທຸກພາກສ່ວນທີ່ໄດ້ຮັບຜົນກະທົບຈາກການເກີດອຸປະຕິເຫດໃນຄັ້ງນີ້. ຜ-ຟຟລ ພ້ອມດ້ວຍພະນັກງານທຸກຄົນ ຈຶ່ງຂໍແບ່ງປັນ ແລະ ບັນເທົາຄວາມທຸກຂອງພີ່ນ້ອງຮ່ວມຊາດ ດ້ວຍການບໍລິຈາກເບື້ອງຕົ້ນ ເປັນຈຳນວນເງິນທັງໝົດ 100.000.000 ກີບ ໃນວັນທີ 25 ກໍລະກົດ 2018; ແລະຫວັງຢ່າງຍິ່ງວ່າສະພາບການຕ່າງໆຄົງຈະດີຂຶ້ນ ແລະ ສາມາດຄວບຄຸມໄດ້.
ເຂື່ອນໄຟຟ້າ ຜ-ຟຟລ ປ່ອຍປາ ເນື່ອງໃນ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປາ ແຫ່ງຊາດ ເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປາ ແຫ່ງຊາດ ວັນທີ 13 ກໍລະກົດ ບັນດາເຂື່ອນໄຟຟ້າຕ່າງໆທີ່ຂຶ້ນກັບ ຜ-ຟຟລ ໄດ້ເອົາໃຈໃສ່ຕໍ່ກັບການສົ່ງເສີມ, ຮັກສາຊິວະນາໆພັນ, ຄືນຄວາມອຸດົມສົມບູນໃຫ້ກັບແຫຼ່ງນໍ້າ ໃຫ້ມີຄວາມຍືນຍົງດັ່ງນັ້ນຈິ່ງໄດ້ຈັດກິດຈະກຳ ປ່ອຍປາ ຂຶ້ນໃນແຕ່ລະເຂື່ອນເຊິ່ງໃນນັ້ນມີ.
ພະນັກງານ ຂອງ ຜ-ຟຟລ ຮ່ວມຊ່ວຍເຫຼືອຄອບຄົວທີ່ຖືກເຄາະຮ້າຍ ຈາກເຫດໄຟໃໝ້ ທີ່ ບ້ານ ສັນແຟນ ໃນວັນທີ 10 ມິຖຸນາ 2018, ພະນັກງານ 3 ອົງການຈັດຕັ້ງມະຫາຊົນ ຂອງ ບໍລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ ຫຼື ຜ-ຟຟລ ໄດ້ຮ່ວມໃຈກັນສົມທົບທຶນ ຈຳນວນ 20 ກວ່າລ້ານກີບ ພ້ອມດ້ວຍສິ່ງຂອງຈຳນວນໜຶ່ງ ລວມມີ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງອຸປະໂພກບໍລິໂພກ ໃຫ້ແກ່ຄອບຄົວທີ່ເຄາະຮ້າຍ ຈາກເຫດໄຟໃໝ້ ທີ່ ບ້ານສັນແຟນ, ເມືອງຄໍາ, ແຂວງຊຽງຂວາງ.
ກິດຈະກຳປູກຕົ້ນໄມ້ ທີ່ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກິດຈະກຳປູກຕົ້ນໄມ້ ໃນວັນທີ 30 ພຶດສະພາ 2018, ທີ່ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່, ເມືອງ ທ່າແຕງ ແຂວງເຊກອງ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກສາກົນ ທີ 1 ມິຖຸນາ 2018. ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ປອ. ຄຳມະນີ ອິນທິລາດ, ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະພາບໍລິຫານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງ ແຂວງ ເຊກອງ ພ້ອມດ້ວຍ ຄະນະຜູ້ອໍານວຍການໃຫຍ່ ແລະ ບັນດາພະນັກງານ ຂອງ ຜ-ຟຟລ, ຕາງໜ້າອຳນາດການປົກຄອງທຸກຂັ້ນ ແລະ…
ຜ-ຟຟລ ຮ່ວມກິດຈະກຳ “ໂຄງການຈິດອາສາໄຟຟ້າລາວ ມອບຄວາມຮູ້ ແລະ ການສຶກສາ” ວັນທີ 26 ມັງກອນ 2018, ຜ-ຟຟລ ຮ່ວມກັບ ລັດວິສາຫະກິດ ໄຟຟ້າລາວ ແລະ ບໍລິສັດໄຟຟ້າ ນໍ້າງື່ມ3 ພາວເວີ້ ຈຳກັດ ໄດ້ເຂົ້າຮ່ວມ ກິດຈະກຳ “ໂຄງການຈິດອາສາໄຟຟ້າລາວ ມອບຄວາມຮູ້
ຜ-ຟຟລ ສະໜັບສະໜູນ ອຸປະກອນການສຶກສາ ໃຫ້ແກ່ ນັກຮຽນແຂວງຫຼວງພະບາງ ທ່ານ ທອງເພັດ ດ້ວງເງີນ ຮອງຜູ້ອຳນວຍການໃຫຍ່ ສາຍງານພັດທະນາທຸລະກິດ ບໍລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍ ທ່ານເຈົ້າເມືອງ ຊຽງເງິນ ແຂວງຫຼວງພະບາງ ນຳພາຄະນະການນຳຂັ້ນ
ຜ-ຟຟລ ມອບເງິນສະໜັບສະໜູນ ໃຫ້ແກ່ສູນຝຶກອົບຮົມ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 1 ພະຈິກ 2017, ທ່ານ ທອງເພັດ ດ້ວງເງິນ, ຮອງຜູ້ອໍານວຍການໃຫຍ່ ສາຍງານພັດທະນາທຸລະກິດ ຕາງໜ້າໃຫ້ແກ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ມອບເງິນສະໜັບສະໜູນ
ຜ-ຟຟລ ອຸປະຖໍາ ທຶນໃຫ້ກັບ ໂຮງຮຽນ ສີລະປະດົນຕີແຫ່ງຊາດ ທ່ານ ດຣ. ບຸນສະຫຼອງ ສຸດທິດາຣາ, ຮອງຜູ້ອຳນວຍການໃຫຍ່ ສາຍງານການເງີນ ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ມອບເງິນ ສະໜັບສະໜູນ ມູນຄ່າ 4 ລ້ານກີບ ສຳລັບ ຈັດຊື້ເຄື່ອງດົນຕີ ໃຫ້
ພະນັກງານ ຜ-ຟຟລ ຮ່ວມໃຈອຸປະຖໍາທຶນການສຶກສາ ໃຫ້ເດັກນ້ອຍພິການ ຄະນະສະພາບໍລິຫານ ແລະ ພະນັກງານຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມໃຈກັນ ອຸປະຖໍາທຶນການສຶກສາ ມູນຄ່າ 30 ລ້ານກີບ ໃຫ້ແກ່ມູນນິທິການສຶກສາເພື່ອການພັດທະນາ ຫຼື Education for Development Fund (EDF)
ຜ-ຟຟລ ອຸປະຖໍາ ວຽກງານ ບໍລິຈາກເລືອດ ທ່ານ ນາງ ລັດຕະນາ ປະທຸມວັນ ຜູ້ອໍານວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ ຕາງໜ້າໃຫ້ກັບ ບໍລິສັດ ອຸປະຖຳເສື້ອຍືດ ມູນຄ່າ 6,000,000 ກີບ
ກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ ທີ່ເຂື່ອນໄຟຟ້ານໍ້າງື່ມ-1 ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ ໃນວັນທີ 27 ພຶດສະພາ 2017, ທີ່ເຂື່ອນໄຟຟ້ານໍ້ຳງື່ມ-1, ເມືອງ ແກ້ວອຸດົມ ແຂວງວຽງຈັນ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກສາກົນ ທີ 1 ມິຖຸນາ.
ຜ-ຟຟລ ມອບອຸປະກອນ PLC ໃຫ້ກັບຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ ວັນທີ 19 ພຶດສະພາ 2017, ທີ່ ສຳນັກງານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ). ທ່ານ ນາງ ລັດຕະນາ ປະທຸມວັນ,
ຜ-ຟຟລ ສໍາເລັດການຈັດຝຶກອົບຮົມ ໃນຫົວຂໍ້ ມາດຕະຖານການດໍາເນີນງານ ໃນວຽກງານສິ່ງແວດລ້ອມ – ສັງຄົມ ໃຫ້ແກ່ ລະດັບຜູ້ອໍານວຍການເຂື່ອນ ໃນລະຫວ່າງວັນທີ 31 ມີນາ ຫາ ວັນທີ 2 ເມສາ 2015 ທີ່ຜ່ານມາ ຢູ່ທີ່ ສໍານັກງາານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ມີການຈັດຝຶກອົບຮົມວຽກງານສິ່ງແວດລ້ອມ ແລະ ສັງຄົມ ໃຫ້ແກ່ ພະນັກງານ
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ສຳເລັດການຈັດຕັ້ງປະຕິບັດ ໂຄງການ “ຮັກນີ້ແດ່ພີ່ນ້ອງ” ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ມີການຈັດຕັ້ງ ການຈັດກ່ອງຮັບບໍລິຈາກ ແລະ ລົງປະກາດແຈ້ງຂ່າວ ໃນຈໍໂທລະພາບ ພາຍໃຕ້ ໂຄງການ “ຮັກນີ້ແດ່ພີ່ນ້ອງ” ທີ່ສໍານັກງານໃຫຍ່ ພ້ອມທັງ
ຜ-ຟຟລ ອຸປະຖຳ ການສາຍຮູບເງົາຈໍໃຫຍ່ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ທ່ານ ນາງ ລັດຕະນາ ປະທຸມວັນ ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໃຫ້ກຽດເປັນຕົວແທນບໍລິສັດມອບເງິນອຸປະຖຳ ຈຳນວນ 3.500.000 ກີບ ໃຫ້ແກ່ ກົມຮູບເງົາ,
ຜ-ຟຟລ ມອບທຶນສະໜັບສະໜູນ ແລະ ຜ້າຫົ່ມໃຫ້ແກ່ກະຊວງປ້ອງກັນປະເທດ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫະຊົນ ຮ່ວມກັບ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບທຶນສະໜັບສະໜູນ ແລະ ຜ້າຫົ່ມຈຳນວນ 100 ຜືນ ໃຫ້ແກ່ກະຊວງປ້ອງກັນປະເທດ
ຜ-ຟຟລ ໃຫ້ການອຸປະຖຳອາຄານຮຽນຫຼັງໃໝ່ໂຮງຮຽນປະຖົມສົມບູນສຶກສາແສງສະຫວ່າງ ເມືອງແກ້ວອຸດົມ, ແຂວງວຽງຈັນ ຄັ້ງວັນທີ 26/12/2016 ວັນທີ 26 ເດືອນ ທັນວາ 2016, ຜ-ຟຟລ ໂດຍຮ່ວມກັບ ທ່ານ ສົມບູນ ເນຕິບັນດິດ ແລະ ທ່ານ ວັນໄຊ ເນຕິບັນດິດ ໄດ້ຈັດພິທີມອບ-ຮັບ ອາຄານຮຽນຫຼັງໃໝ່ໂຮງຮຽນ ປະຖົມສົມບູນສຶກສາແສງສະຫວ່າງ,
ຜ-ຟຟລ ມອບອຸປະກອນການສຶກສາ ແລະ ກິລາ ພ້ອມດ້ວຍເຄື່ອງອຸປະໂພກບໍລິໂພກໃຫ້ໂຮງຮຽນບ້ານພູຊ້າງ, ເມືອງຊຽງເງິນ ແຂວງຫຼວງພະບາງ. ໃນລະຫວ່າງວັນທີ 5-8 ເດືອນ ທັນວາ 2016, ພະແນກສິ່ງແວດລ້ອມ ໂດຍການສົມທົບກັບເຂື່ອນໄຟຟ້ານ້ຳຄານ 2 ຂອງ ຜ-ຟຟລ,
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ສະໜັບສະໜູນ ງົບປະມານໃຫ້ແກ່ ສະມາຄົມຄົນຫູໜວກ ໃນວັນທີ 15 ພະຈິກ 2016, ຜ-ຟຟລ ໄດ້ມອບເງິນສະໜັບສະໜູນ ຈໍານວນ 8.000.000 ກີບໃຫ້ແກ່ ສະມາຄົມຄົນຫູໜວກ ເພື່ອປະກອບສ່ວນເຂົ້າໃນໂຄງການເຂົ້າຮ່ວມການແຂ່ງຂັນກິລາບານເຕະຂອງຄົນຫູໜວກ
ຜ-ຟຟລ ສົມທົບທຶນເຂົ້າໃນການບູລະນະປະຕິສັງຂອນ ພິພິທະພັນພະທາດຫຼວງ ວຽງຈັນ ໃນວັນທີ 07 ພະຈິກ 2016, ຜ-ຟຟລ ໄດ້ສົມທົບທຶນເຂົ້າໃນການບູລະນະປະຕິສັງຂອນ ພິພິດທະພັນພະທາດຫຼວງ ວຽງຈັນ ເປັນເງິນມູນຄ່າ 20.000.0000 ກີບ
ຜ-ຟຟລ “ເຂື່ອນໄຟຟ້ານໍ້າງື່ມ 1” ຈັດກິດຈະກຳ ປະຊາສຳພັນ ວຽກງານສິ່ງແວດລ້ອມ ແລະ ສັງຄົມ ໃນວັນທີ 03 ພະຈິກ 2016, ຜ-ຟຟລ ກໍ່ຄື ເຂື່ອນໄຟຟ້ານໍ້າງື່ມ1 ໄດ້ລົງຈັດກິດຈະກຳຮ່ວມກັບ ນ້ອງໆນັກຮຽນ ທີ່ ໂຮງຮຽນ ມັດທະຍົມສົມບູນ ໂພນໝີ, ເມືອງວຽງຄຳ ແຂວງວຽງຈັນ.
ຜ-ຟຟລ ໃຫ້ການສະໜັບສະໜູນ ໃນການກໍ່ສ້າງອາຄານຮຽນ ໃຫ້ແກ່ ໂຮງຮຽນ ປະຖົມ ບ້ານ ນາຊູ ໃນວັນທີ 27 ຕຸລາ 2016 ທີ່ຜ່ານມາ, ຜ-ຟຟລ ໄດ້ຈັດພິທີ ມອບ-ຮັບ ອາຄານຮຽນຫຼັງໃຫມ່ ໃຫ້ແກ່ ໂຮງຮຽນ ປະຖົມ ບ້ານ ນາຊູ, ເມືອງ ກາສີ, ແຂວງ ວຽງຈັນ.
5 ປີ ທີ່ ຜ-ຟຟລ ສະໜັບສະໜູນທຶນ ໃນການຄຸ້ມຄອງປົກປັກຮັກສາ ເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ ຜ-ຟຟລ ໄດ້ສົມທົບທຶນໃນການຄຸ້ມຄອງປົກປັກຮັກສາ ແລະ ຟື້ນຟູເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເປັນຈຳນວນ 500,000,000 ກີບ ເລີ່ມແຕ່ ປີ 2011 ຈົນມາຮອດ ປີ 2015.
ຜ-ຟຟລ ໃຫ້ການສະໜັບສະໜູນທຶນເຂົ້າໃນໂຄງການເພື່ອສັງຄົມ ແລະ ສິ່ງແວດລ້ອມ ໃນ ວັນທີ 29 ກັນຍາ 2016 ທີ່ຜ່ານມາ, ຜ-ຟຟລ ໄດ້ສົມທົບທຶນ ຈຳນວນ 165,000,000 ກີບ ເຂົ້າໃນໂຄງການໂຄສະນາ, ປຸກລະດົມຂະບວນການຮັກສາປ່າໄມ້-ແຫຼ່ງນໍ້າ
ຟຟລ ແລະ ຜ-ຟຟລ ມອບອຸປະກອນການແພດ ແລະ ຢາປົວພະຍາດ ໃຫ້ແກ່ ບ້ານພູຊ້າງ ເມືອງ ຊຽງເງິນ ແຂວງ ຫຼວງພະບາງ ໃນວັນທີ 07 ກັນຍາ 2016 ທີ່ຫ້ອງປະຊຸມຂອງຫ້ອງການສາທາລະນະສຸກ, ເມືອງຊຽງເງິນ, ແຂວງຫລວງພະບາງ ລັດວິສາຫະກິດໄຟຟ້າລາວ ຮ່ວມກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
ຜ-ຟຟລ ຮ່ວມຈັດງານ ວັນປ່ອຍປາ ແລະ ວັນອະນຸລັກສັດນ້ຳ – ສັດປ່າແຫ່ງຊາດ ກະຊວງພະລັງງານ ແລະ ບໍ່ແຮ ຮ່ວມກັບ ລັດວິສະຫະກິດໄຟຟ້າລາວ, ບໍລິສັດຜະລິດໄຟຟ້າລາວມະຫາຊົນ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຈັດງານປ່ອຍປາ ເນື່ອງໃນໂອກາດວັນປ່ອຍປາ
ຜ-ຟຟລ ຈັດພິທີ ປູກຕົ້ນໄມ້ ແລະ ປ່ອຍປາ ປະຈໍາປີ 2016 ໃນວັນທີ 04 ມິຖຸນາ 2016, ຜ-ຟຟລ ໄດ້ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນງານວັນປູກຕົ້ນໄມ້ແຫ່ງຊາດ, ເຊິ່ງໄດ້ຈັດຂຶ້ນທີ່ເຂື່ອນໄຟຟ້ານໍ້ຳຊອງ, ເມືອງ ຫີນເຫີບ, ແຂວງ ວຽງຈັນ.
ຜ-ຟຟລ ມອບທາງເຂົ້າໂຮງຮຽນປະຖົມ ແລະ ມັດທະຍົມ ສົມບູນເຊເສັດ ໃນວັນທີ 27 ເມສາ 2016, ທີ່ ໂຮງຮຽນປະຖົມ ແລະ ມັດທະຍົມເຊເສັດ ໄດ້ຈັດພິທີມອບ-ຮັບ ທາງເຂົ້າໂຮງຮຽນ ໃຫ້ແກ່ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນເຊເສັດ
ຜ-ຟຟລ ຈັດກິດຈະກຳ ຮ່ວມກັບຊຸມຊົນໃນການສົ່ງເສີມວຽກງານສິ່ງແວດລ້ອມ ແລະ ສັງຄົມ ວັນທີ່ 16 ມີນາ 2016, ຜ-ຟຟລ ໄດ້ຈັດການປະຊາສຳພັນ ແລະ ເຮັດກິດຈະກຳ ຮ່ວມກັບຊຸມຊົນໃນການສົ່ງເສີມວຽກງານສິ່ງແວດລ້ອມ ແລະ ສັງຄົມໃຫ້ມີຄວາມຢືນຍົງ, ທີ່ບ້ານ ນາຊູ ເມືອງກາສີ, ແຂວງວຽງຈັນ.
ຜ-ຟຟລ ສະໜັບສະໜູນວຽກງານການສຶກສາ ໃນວັນທີ 11 ມີນາ 2016, ຜ-ຟຟລ ໄດ້ມອບອຸປະກອນການຮຽນ ແລະ ອຸປະກອນກິລາ, ເຄື່ອງກິລາ ໂດຍສົມທົບກັບ ຫ້ອງການສຶ່ງແວດລ້ອມ ຂອງ ລັດວິສາຫະກິດ ໄຟຟ້າລາວ,
ພິທີມອບຮັບ ພື້ນຖານໂຄງລ່າງ ທ່ານ ດຣ. ຄຳມະນີ ອິນທິລາດ. ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
ພະນັກງານ ຜ-ຟຟລ ແລະ ຟຟລ ທັດສະນະສຶກສາໃນວຽກງານສິ່ງແວດລ້ອມ ສັງຄົມ (CSR) ທີ່ເຂື່ອນສິຣິກິດ, ປະເທດໄທ ໃນລະຫວ່າງວັນທີ 26-29 ພຶດສະພາ 2015, ພະນັກງານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ລັດວິສາຫະກິດໄຟຟ້າລາວ ຈຳນວນ 12 ທ່ານ ໄດ້ໄປສຶກສາແລກປ່ຽນຄວາມຮູ້
ຜ-ຟຟລ ຈັດພິທີ ປູກຕົ້ນໄມ້ ແລະ ປ່ອຍປາ ປະຈໍາປີ 2015 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດພິທີ ປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ ຢູ່ທີ່ບໍລິເວນເຂື່ອນໄຟຟ້ານ້ຳສະນາ, ເມືອງ ກາສີ, ແຂວງ ວຽງຈັນ ໃນວັນທີ 02 ມິຖຸນາ 2015.
ຜ-ຟຟລ ມອບອຸປະກອນການສຶກສາ ແລະ ກິລາ ໃຫ້ແກ່ ໂຮງຮຽນເດັກກໍາພ້າ ຢູ່ທີ່ ແຂວງຫຼວງພະບາງ ໃນວັນທີ 21 ເມສາ 2015 ທີ່ຜ່ານມາ ຢູ່ທີ່ ສໍານັກງານໃຫຍ່ ບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ ໄດ້ມີການມອບຮັບເຄື່ອງອຸປະກອນການສຶກສາ ແລະ ເຄື່ອງກິລາ ເຊິ່ງຕາງໜ້າມອບ ຈາກ ບໍລິສັດ ຜະລິດ – ໄຟຟ້າລາວ
ຜ-ຟຟລ ມອບເສື້ອ 500 ຜືນ ໃຫ້ແກ່ ກິດຈະກໍາວັນນໍ້າໂລກ ເນື່ອງໃນໂອກາດ ວັນນໍ້າໂລກ 22 ມີນາ 2015 ທີ່ຈະມາຮອດນີ້, ຜ-ຟຟລ ໄດ້ມອບເສື້ອຍືດ ເພື່ອອຸປະຖໍາໃນການສະເຫຼີມສະຫຼອງວັນດັ່ງກ່າວ ຈໍານວນ 500 ຜືນ ໃນວັນທີ 16 ມີນາ 2015 ທີ່ຜ່ານມາ ຢູ່ທີ່ ກະຊວງຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ;