ຜົນສຳເລັດການຈັດກອງປະຊຸມ ຜູ້ຖືຮຸ້ນກູ້ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ ໄດ້ສຳເລັດການຈັດກອງປະຊຸມ ຜູ້ຖືຮຸ້ນກູ້ ທີ່ປະເທດໄທ ຈຳນວນ 2 ຄັ້ງ ຄື ວັນທີ 24 ທັນວາ 2024 ແລະ ວັນທີ 07 ມັງກອນ 2025 ທີ່ຜ່ານມາ

ຜ-ຟຟລ ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນດີເດັັ່ນ ແລະ ລາງວັນຄຸ້ມຄອງບໍລິຫານ ດີເດັັ່ນ ປະຈໍາປີ 2024 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ”

ໃນວັນທີ 20 ທັນວາ 2024, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົົ້າຮ່ວມງານ “ພິທີມອບຮັບລາງວັນເປີດເຜີຍຂໍ້ມູນດີເດັັ່ນ ແລະ ລາງວັນຄຸ້ມຄອງບໍລິຫານດີເດັັ່ນປະຈໍາປີ 2024 ຂອງບໍລິສັດຈົດທະບຽນໃນ ຕະຫຼາດຫຼັກຊັບລາວ ຫຼື ຕລຊລ (LSX Disclosure and Corporate Governance Award 2024)”.

ພິທີມອບ-ຮັບໜ້າທີ່ ລະຫ່ວາງ ຜູ້ອໍານວຍການໃຫຍ່ (ຜູ້ເກົ່າ) ແລະ ຮັກສາການຜູ້ອໍານວຍການໃຫຍ່ ຜ-ຟຟລ (ຜູ້ໃໝ່)

ອີງຕາມແຈ້ງການ ມະຕິທີ່ສໍາຄັນຂອງສະພາບໍລິຫານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ ກ່ຽວກັບ ການແຕ່ງຕັ້ງ ທ່ານ ດາວວຽງ ສຸນັນທະລາດ ເປັນຮັກສາການຜູ້ອໍານວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ທັງເປັນກຳມະການສະພາບໍລິຫານຜູ້ໃໝ່ ເພື່ອສືບຕໍ່ປະຕິບັດໜ້າທີ່ບໍລິຫານບໍລິສັດແທນ ກຳມະການສະພາບໍລິຫານຜູ້ເກົ່າທີ່ພັກການຮັບອຸດໜູນບຳເນັດ ແລະ ກຳນົດອາຍຸການຂອງກຳມະການສະພາ ບໍລິຫານບໍ່ເກີນສອງປີ ໂດຍເລີ່ມນັບແຕ່ມື້ກອງປະຊຸມຜູ້ຖືຮຸ້ນ ເປັນຕົ້ນໄປ.

ຜ-ຟຟລ ຈັດກິດຈະກຳ ການຮັກສາສິ່ງແວດລ້ອມ ແລະ ມອບອຸປະກອນການສຶກສາໃຫ້ນ້ອງນັກຮຽນ

ຕາງໜ້າສຳນັກງານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມກັບ ໂຄງການເຂື່ອນໄຟຟ້ານ້ຳເລິກ ແລະ ເຂື່ອນໄຟຟ້າເຊເສັດ 3 ໄດ້ຮ່ວມກັນຈັດກິດຈະກຳ ວຽກງານການປູກຈິດສຳນຶກ ທາງດ້ານການຮັກສາສິ່ງແວດລ້ອມ ໃຫ້ແກ່ ນ້ອງໆນັກຮຽນ ແລະ ຄູອາຈານ ທີ່ ມີໂຮງຮຽນຕັ້ງຢູ່ໃກ້ກັບໂຄງການດັ່ງກ່າວ

ຕາງໜ້າ EDL-Gen ຮັບໃຊ້ ກອງປະຊຸມເຈົ້າໜ້າທີ່ ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42

ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ຮັບໃຊ້ ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ງານວາງສະແດງທຸລະກິດພະລັງງານອາຊຽນ ຄັ້ງທີ 24 ໃນລະຫ່ວາງ ວັນທີ 24-27 ກັນຍາ 2024 ທີ່ ນະຄອນຫຼວງວຽງຈັນ

EDL-Gen ຈັດກິດຈະກໍາ ປູກຕົ້ນໄມ້ ແລະ ປ່ອຍປາ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ–ຟຟລ) ຫຼື  EDL-Gen ໄດ້ຈັດກິດຈະກຳ ປູກຕົ້ນໄມ້ ແລະ ປ່ອຍປາ ທີ່ເຂື່ອນ ໄຟຟ້າ ນ້ຳຄານ 3 , ເມືອງ ຊຽງເງີນ, ແຂວງ ຫຼວງພະບາງ ເພື່ອເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ປະຈໍາປີ 2024.

ກອງປະຊຸມສະຫຼຸບຜົນງານການດໍາເນີນທຸລະກິດ ປະຈໍາປີ 2023 ແລະ ທິດທາງແຜນການດໍາເນີນງານ ປະຈໍາປີ 2024 ຂອງ ຜ-ຟຟລ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຈັດກອງປະຊຸມສະຫຼຸບຜົນງານການດໍາເນີນທຸລະກິດ ປະຈໍາປີ 2023 ແລະ ທິດທາງແຜນການດໍາເນີນງານ ປະຈໍາປີ 2024

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ເຂື່ອນໄຟຟ້ານໍ້າມັງ 3

ໃນວັນທີ 14 ທັນວາ 2023 ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ລົງມາເຄື່ອນໄຫວຢ້ຽມຢາມ ແລະ ປະຕິບັດພາລະກິດຢູ່ ເຂື່ອນໄຟຟ້ານໍ້າມັງ 3 ເຊິ່ງເປັນໂຄງການທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຄຸ້ມຄອງ.

ຜ-ຟຟລ ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນດີເດັ່ນ ແລະ ລາງວັນຄຸ້ມຄອງ ບໍລິຫານດີເດັ່ນ ປະຈຳປີ 2023 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ”

ໃນວັນທີ 07 ທັນວາ 2023 ທີ່ຜ່ານມາ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົ້າຮ່ວມງານ “ພິທີມອບ- ຮັບລາງວັນເປີດເຜີຍຂໍ້ມູນດີເດັ່ນ ແລະ ລາງວັນຄຸ້ມຄອງບໍລິຫານດີເດັ່ນປະຈໍາປີ 2023 ຂອງບໍລິສັດຈົດທະບຽນໃນ ຕະຫຼາດຫຼັກຊັບລາວ ຫຼື ຕລຊລ (LSX Disclosure and Corporate Governance Award 2023)”.

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ມອບເຄື່ອງອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ກັບ ໂຮງຮຽນປະຖົມ 2 ແຫ່ງ

ໃນລະຫວ່າງວັນທີ 07-08 ພະຈິກ 2023 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ມອບເຄື່ອງອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ກັບ ໂຮງຮຽນປະຖົມ 2 ແຫ່ງ ທີ່ເມືອງກາສີ, ແຂວງ ວຽງຈັນ ຄື: ໂຮງຮຽນ ປະຖົມບ້ານ ນໍ້າພົດ ແລະ ໂຮງຮຽນປະຖົມບ້ານ ນາຊູ, ໂດຍມີ ຜູ້ອຳນວຍການເຂື່ອນ ໄຟຟ້ານໍ້າສະນາ ແລະ ພະແນກສິ່ງແວດລ້ອມ ເປັນຜູ້ຕາງໜ້າມອບໃນຄັ້ງນີ້.