ສະພາບການປ່ອຍນໍ້າຜ່ານປະຕູນໍ້າລົ້ນ ຂອງເຂື່ອນໄຟຟ້າ ນໍ້າງື່ມ-1

ສະພາບການປ່ອຍນໍ້າຜ່ານປະຕູນໍ້າລົ້ນ ຂອງເຂື່ອນໄຟຟ້າ ນໍ້າງື່ມ-1 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ອອກໃບແຈ້ງການ ເຖີງ ທ່ານ ຫົວໜ້າ ຫ້ອງວ່າການ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຄັ້ງວັນທີ 9 ສິງຫາ 2018 ກ່ຽວກັບການປ່ອຍນໍ້າຜ່ານປະຕູນໍ້າລົ້ນ ຂອງເຂື່ອນໄຟຟ້ານໍ້າງື່ມ-1 ເມືອງແກ້ວອຸດົມ, ແຂວງວຽງຈັນ ວ່າຈະໄດ້ມີການປ່ອຍໃນວັນທີ 12 ສິງຫາ 2018. ສະນັ້ນ, ໃນເວລາ 9:00 ໂມງຕອນເຊົ້າຂອງ ວັນທີ 12 ສິງຫາ 2018 ເຂື່ອນໄຟຟ້ານໍ້າງື່ມ-1 ໄດ້ເລີ່ມມີການເປີດປະຕູນໍ້າລົ້ນຈໍານວນ 4 ບານ, ລວງສູງເປີດ 40 ຊັງຕີແມັດ ແລະ ປະລິມານນໍ້າໄຫຼຜ່ານປະຕູນໍ້າລົ້ນ ທັງໝົດສະເລ່ຍ 148 (ໜື່ງຮ້ອຍສີ່ສີບແປດ) ແມັດກ້ອນ/ວິນາທີ ຄາດວ່າຈະເຮັດໃຫ້ລະດັບນໍ້າທ້າຍເຂື່ອນ ແລະ ຕາມລຳນໍ້າງື່ມເພີ່ມຂຶ້ນປະມານ 5-10 ຊັງຕີແມັດ. ຄະນະອຳນວຍການເຂື່ອນໄຟຟ້ານໍ້າງື່ມ-1 ໄດ້ສົ່ງວິຊາການໄປຕິດຕາມກວດກາການເພີ່ມຂຶ້ນຂອງລະດັບນໍ້າແຕ່ລະຈຸດ…

ຝົນຕົກຢ່າງໜັກຕິດຕໍ່ກັນເປັນເວລາຫຼາຍວັນ ເຮັດໃຫ້ລຳດັບນໍ້າໃນອ່າງນໍ້າງື່ມເພີ່ມຂຶ້ນ

ຝົນຕົກຢ່າງໜັກຕິດຕໍ່ກັນເປັນເວລາຫຼາຍວັນ ເຮັດໃຫ້ລຳດັບນໍ້າໃນອ່າງນໍ້າງື່ມເພີ່ມຂຶ້ນ ໃນໄລຍະເດືອນ ກໍລະກົດ 2018 ທີ່ຜ່ານມາ, ປະລິມານນໍ້າທີ່ໄຫຼເຂົ້າອ່າງນໍ້າງື່ມ ໄດ້ມີການເພີ່ມຂື້ນ. ທັງນີ້ກໍ່ຍ້ອນ ສະພາບອາກາດທີ່ມີຝົນຕົກຢ່າງໜັກຕິດຕໍ່ກັນເປັນເວລາຫຼາຍວັນ, ອັນເຮັດໃຫ້ລະດັບນໍ້າໃນອ່າງນໍ້າງື່ມ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ບວກກັບໜັງສືແຈ້ງການຂອງບໍລິສັດ ນ້ຳງື່ມ -2 ຈຳກັດ, ລົງວັນທີ 28 ກໍລະກົດ 2018 ແຈ້ງໃຫ້ຊາບວ່າ ຈະຕ້ອງໄດ້ລະບາຍນ້ຳທີ່ມີຢູ່ໃນອ່າງອອກ ເພຶ່ອຮອງຮັບປະລິມານນ້ຳທີ່ໄຫຼເຂົ້າອ່າງໃນ

ລະດັບນໍ້າຂອງເຂື່ອນໄຟຟ້ານໍ້າຄານ 2-3 ຍັງຢູ່ໃນລະດັບທີ່ປອດໄພ

ລະດັບນໍ້າຂອງເຂື່ອນໄຟຟ້ານໍ້າຄານ 2-3 ຍັງຢູ່ໃນລະດັບທີ່ປອດໄພ. ຄະນະຮັບຜິດຊອບ ເຂື່ອນ ໄຟຟ້ານ້ຳຄານ 2-3 ໄດ້ມີການອອກແຈ້ງການເຖີງບັນດາພາກສ່ວນຕ່າງໆພາຍໃນເມືອງຫຼວງພະບາງ ແລະ ເມືອງຊຽງເງິນ, ແຂວງຫຼວງພະບາງ ຊາບທົ່ວເຖີງກັນວ່າ ນັບຕັ້ງແຕ່ວັນທີ 20 ກໍລະກົດ 2018 ເປັນຕົ້ນມາ ໄດ້ມີການລະບາຍນ້ຳຜ່ານປະຕູນໍ້າລົ້ນ ຂອງເຂື່ອນ ໄຟຟ້ານ້ຳຄານ 3 ດັ່ງນັ້ນ ຈຶ່ງໄດ້ປະຊາສຳພັນ ເຖິງອໍານາດການປົກຄອງ, ຜູ້ປະກອບການທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ທີ່ອາໃສ່ຢູ່ລ້ອງສາຍນ້ຳຄານຕອນລຸ່ມ ໃຫ້ມີສະຕິກຽມພ້ອມ ໃຫ້ເຝົ້າລະວັງ ແລະ ເກັບມ້ຽນສິ່ງຂອງ ເພື່ອປ້ອງກັນການເສຍຫາຍ ຈາກນ້ຳຖ້ວມເຖິງ ອັນເນື່ອງມາຈາກການລະບາຍນໍ້າຜ່ານປະຕູນ້ຳລົ້ນ ແລະ ນ້ຳຫ້ວຍກ້ອງເຂຶື່ອນ ເຊິ່ງຈະເຮັດໃຫ້ລະດັບນ້ຳທ້າຍເຂື່ອນ ໄຟຟ້ານ້ຳຄານ 3 ແລະ ລ້ອງນໍ້າຄານຕອນລຸ່ມເພີ່ມຂຶ້ນ ເຊິ່ງການລະບາຍນ້ຳຈະມີຄື:

ພະນັກງານ ຜ-ຟຟລ ແລະ ພະນັກງານບໍລິສັດ ອອ້ມຂ້າງຮ່ວມບໍລິຈາກໃຫ້ຜູ້ປະສົບໄພນໍ້າຖ້ວມ ທີ່ ເມືອງ ສະໜາມໄຊ, ແຂວງອັດຕະປື

ພະນັກງານ ຜ-ຟຟລ ແລະ ພະນັກງານບໍລິສັດ ອອ້ມຂ້າງຮ່ວມບໍລິຈາກໃຫ້ຜູ້ປະສົບໄພນໍ້າຖ້ວມ ທີ່ ເມືອງ ສະໜາມໄຊ, ແຂວງອັດຕະປື ພາຍຫຼັງທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ໃຫ້ການບໍລິຈາກເບື້ອງຕົ້ນ ເປັນຈໍານວນເງິນທັງໝົດ 100.000.000 ກີບ ໃນວັນທີ 25 ກໍລະກົດ 2018 ເພື່ອຊ່ວຍເຫຼືອຜູ້ປະສົບໄພ ທີ່ໄດ້ຮັບຜົນກະທົບຈາກເຫດການອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຢູ່ແຂວງອັດຕະປື ໃນຄັ້ງວັນທີ 23 ກໍລະກົດ 2018.

ຜ-ຟຟລໃຫ້ຄວາມຊ່ວຍເຫລືອຜູ້ທີ່ຖືກຜົນກະທົບຈາກການເກີດອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ.

ຜ-ຟຟລ ໃຫ້ຄວາມຊ່ວຍເຫລືອຜູ້ທີ່ຖືກຜົນກະທົບຈາກການເກີດອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າ  ເຊປຽນ-ເຊນໍ້ານ້ອຍ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍພະນັກງານທຸກລະດັບ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ເປັນຫວ່ງເປັນໃຍຢ່າງຍິ່ງຕໍ່ປະຊາຊົນ ຄອບຄົວ ແລະ ທຸກພາກສ່ວນທີ່ໄດ້ຮັບຜົນກະທົບຈາກການເກີດອຸປະຕິເຫດໃນຄັ້ງນີ້. ຜ-ຟຟລ ພ້ອມດ້ວຍພະນັກງານທຸກຄົນ ຈຶ່ງຂໍແບ່ງປັນ ແລະ ບັນເທົາຄວາມທຸກຂອງພີ່ນ້ອງຮ່ວມຊາດ ດ້ວຍການບໍລິຈາກເບື້ອງຕົ້ນ ເປັນຈຳນວນເງິນທັງໝົດ 100.000.000 ກີບ ໃນວັນທີ 25 ກໍລະກົດ 2018; ​ແລະ​ຫວັງ​ຢ່າງ​ຍິ່ງ​ວ່າສະພາບ​ການ​ຕ່າງໆຄົງ​ຈະດີ​ຂຶ້ນ ​ແລະ ສາມາດ​ຄວບ​ຄຸມ​ໄດ້​​.

TRIS RATING ຈັດອັນດັບເຄດິດຫຸ້ນກູ້ບໍ່ດ້ອຍສິດ ບໍ່ມີຫລັກຊັບຄໍ້າປະກັນວົງເງີນບໍ່ເກີນ 17,500 ລ້ານບາດ “EDL-GEN” ທີ່ລະດັບ “BBB+/NEGATIVE”.

TRIS RATING ຈັດອັນດັບເຄດິດຫຸ້ນກູ້ບໍ່ດ້ອຍສິດ ບໍ່ມີຫລັກຊັບຄໍ້າປະກັນວົງເງີນບໍ່ເກີນ 17,500 ລ້ານບາດ “EDL-GEN” ທີ່ລະດັບ “BBB+/NEGATIVE”

ຜົນການຈັດອັນດັບຄວາມໜ້າເຊື່ອຖື ຂອງ ບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ ໂດຍ TRIS Rating ໃນວັນທີ 07 ມິຖຸນາ 2018

ຜົນການຈັດອັນດັບຄວາມໜ້າເຊື່ອຖື ຂອງ ບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ ໂດຍ TRIS Rating ໃນວັນທີ 07 ມິຖຸນາ 2018 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ໃນວັນທີ 07 ມິຖຸນາ 2018  ຜ-ຟຟລ ຍັງສາມາດຮັກສາລະດັບຄວາມໜ້າເຊື່ອຖືຂອງບໍລິສັດ ແລະ ລະດັບຄວາມໜ້າເຊື່ອຖືຂອງຮຸ້ນກູ້ປະເພດບໍ່ດ້ອຍສິດແລະບໍ່ມີຫຼັກປະກັນ ຂອງບໍລິສັດ ໃນລະດັບ “BBB+” ແລະ ມີແນວໂນ້ມຂອງລະດັບຄວາມໜ້າເຊື່ອຖື “ລົບ”. ລາຍລະອຽດກ່ຽວກັບເຫດຜົນແລະຂໍ້ມູນທາງການເງິນທີ່ສໍາຄັນ ແມ່ນໄດ້ລະບຸໄວ້ໃນ ບົດລາຍງານຜົນການຈັດລະດັບຄວາມໜ້າເຊື່ອຖືຂອງບໍລິສັດ ໂດຍ TRIS Rating ທີ່ຄັດຕິດມາພ້ອມນີ້.

ການປ່ຽນກາປະທັບໃໝ່ ຂອງບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ

ການປ່ຽນກາປະທັບໃໝ່ ຂອງບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-​ຟຟລ) ຂໍຖືເປັນກຽດ ແຈ້ງ​ມາ​ຍັງ​ທ່ານ​ເພື່ອ​ຊາບ​ວ່າ: ຜ-ຟ​ຟ​ລ ໄດ້​ມີ​ການ​ປ່ຽນ​ກາ​ປະ​ທັບ​ໃໝ່ ແລະ ມີ​ຜົນ​ບັງ​ຄັບ​ໃຊ້ ເລີ່ມ​ຕັ້ງ​ແຕ່​ວັນ​ທີ 11/05/2018 ເປັນ​ຕົ້ນ​ມາ, ​ມີ​ຕົວ​ຢ່າງ​ກາ​ປະ​ທັບ​ໃໝ່ ແລະ ເກົ່າ ​ດັ່ງ​ນີ້: