EDL-Gen ສະໜັບສະໜູນງົບປະມານສ້ອມແປງເສັ້ນທາງປູຢາງ ເຂື່ອນໄຟຟ້ານໍ້າຄານ3

ຄຽງຄູ່ກັບການຜະລິດພະລັງງານໄຟຟ້າຂອງ ຜ-ຟຟລ, ການພັດທະນາ ພື້ນຖານໂຄງລ່າງຂອງຊຸມຊົນອ້ອມຂ້າງເຂື່ອນ ຖືເປັນສິ່ງທີ່ສຳຄັນ ໃນການພັດທະນາ ໂດຍສະເພາະ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໃສຢູ່ອ້ອມຂ້າງບັນດາເຂື່ອນຂອງ ຜ-ຟຟລ.

ຜ-ຟຟລ ສະໜັບສະໜູນ ງົບປະມານ ສ້ອມແປງ ອາຄານຮຽນ ບ້ານ ພູເກົ້ານາງ

  ໃນວັນທີີ 7 ກຸມພາ 2023 ການນຳຈາກ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມການກວດກາໜ້າວຽກ ແລະ ມອບ-ຮັບ ອາຄານຮຽນ ໂຮງຮຽນປະຖົມສົມບູນ ບ້ານ ພູເກົ້ານາງ ເຊິ່ງຕັ້ງຢູ່ເມືອງ ທຸລະຄົມ ແຂວງ ວຽງຈັນ.

ໜ່ວຍສະຫະພັນແມ່ຍິງ ຜ-ຟຟລ ມອບອຸປະກອນການສຶກສາ ແລະ ລ້ຽງອາຫານ ແກ່ນ້ອງໆນັກຮຽນ

ໜ່ວຍສະຫະພັນແມ່ຍິງ ຜ–ຟຟລ ມອບອຸປະກອນການສຶກສາ ແລະ ລ້ຽງອາຫານ ແກ່ນ້ອງໆນັກຮຽນ ໃນວັນທີ 18 ກໍລະກົດ 2022 ຄະນະໜ່ວຍສະຫະພັນແມ່ຍິງ ຜ-ຟຟລ ແລະ ພະນັກງານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກິດຈະກໍາ ມອບອຸປະກອນການສຶກສາ ແລະ ລ້ຽງອາຫານທ່ຽງ ແກ່ນ້ອງໆນັກຮຽນ ໂຮງຮຽນ ປະຖົມ ບ້ານ ສາມັກຄີໄຊ, ເມືອງ ຊຽງເງິນ, ແຂວງ ຫຼວງພະບາງ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ, ໂດຍມີ ທ່ານ ນາງ ສຸກສັນ ພົງພິລາ ປະທານໜ່ວຍສະຫະພັນແມ່ຍິງ ຜ-ຟຟລ, ຮອງຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍຄະນະພະນັກງານ ຜ-ຟຟລ, ຫົວໜ້າພະແນກສຶກສາເມືອງຊຽງເງີນ, ຄູອາຈານ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມກິດຈະກຳໃນຄັ້ງນີ້.

EDL-Gen ຮັບລາງວັນ ‘The ESQR’s Quality Choice Prize 2022’ ທີ່ ປະເທດສະເປນ

EDL-Gen ຮັບລາງວັນ ‘The ESQR’s Quality Choice Prize 2022’ ທີ່ ປະເທດສະເປນ ໃນວັນທີ 03 ກໍລະກົດ 2022, ຕາງໜ້າຄະນະນຳຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຮັບກຽດເຂົ້າ​ຮ່ວມພິທີ​ຮັບ​ລາງວັນ ‘ESQR’s Quality Choice Prize 2022’ ທີ່ ເມືອງ ບາເຊວໂລນາ ປະເທດສະເປນ.

ຜ-ຟຟລ ແລະ ຟຟລ ຮ່ວມກັນຈັດກິດຈະກຳປ່ອຍປາ ສະເຫຼີມສະຫຼອງ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ

ຜ-ຟຟລ ແລະ ຟຟລ ຮ່ວມກັນຈັດກິດຈະກຳປ່ອຍປາ ສະເຫຼີມສະຫຼອງ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ–ສັດປ່າ ແຫ່ງຊາດ ໃນວັນທີ 13 ກໍລະກົດ 2022 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມກັບ ລັດວິສາຫະກິດໄຟຟ້າລາວ (ຟຟລ) ຈັດກິດຈະກຳປ່ອຍປາ ທີ່ເຂື່ອນໄຟຟ້ານໍ້າງື່ມ-1 ບ້ານແສງສະຫວ່າງ, ເມືອງແກ້ວອຸດົມ, ແຂວງ ວຽງຈັນ ເພື່ອສ້າງຂະບວນການສະເຫຼີມສະຫຼອງ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 25 ປີ ແລະ ວັນຄ້າຍວັນເກີດຂອງ ທ່ານປະທານ ສຸພານຸວົງ ຄົບຮອບ 113 ປີ.

EDL-Gen ຈັດກິດຈະກໍາ ປູກຕົ້ນໄມ້ ແລະ ປ່ອຍປາ

EDL-Gen ຈັດກິດຈະກໍາ ປູກຕົ້ນໄມ້ ແລະ ປ່ອຍປາ ບໍລິສັດ ຜະລິດ-​ໄຟຟ້າລາວ ມະຫາຊົນ (ຜ–ຟຟລ) ຫຼື EDL-Gen ໄດ້ຈັດກິດຈະກຳ ປູກ​ຕົ້ນ​​ໄມ້ ແລະ ປ່ອຍປາ ທີ່ເຂື່ອນ ໄຟຟ້າ ນ້ຳສະນາ, ເມືອງ​ ກາສີ, ​ແຂວງ ວຽງຈັນ ເພື່ອເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ປະຈໍາປີ 2022.

ຜ-ຟຟລ ຊ່ວຍເຫຼືອວຽກງານການ​ກໍ່​ສ້າງໂຮງຮຽນປະຖົມສົມບູນ ໃຫ້ແກ່ຊຸມຊົນອ້ອມຂ້າງເຂື່ອນໄຟຟ້ານໍ້າເລິກ

ຜ-ຟຟລ ຊ່ວຍເຫຼືອວຽກງານການ​ກໍ່​ສ້າງໂຮງຮຽນປະຖົມສົມບູນ ໃຫ້ແກ່ຊຸມຊົນອ້ອມຂ້າງເຂື່ອນໄຟຟ້ານໍ້າເລິກ ໃນວັນທີ 21 ມັງກອນ 2022 ທີ່ໂຮງຮຽນປະຖົມສົມບູນບ້ານ​ທ່າ​ເຮືອ  ຄະນະກຳມະການ ຈາກສຳນັກງານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ເຂື່ອນໄຟຟ້ານໍ້າເລິກ ຮ່ວມກັບ ບໍລິສັດ ຫຼັກໄຊ ກໍ່ສ້າງຂົວ-ທາງ ຈຳກັດ ຜູ້ດຽວ (ຜູ້ຮັບເໝົາ) ໄດ້ລົງກວດກາວຽກສຳເລັດ 100% ແລະ ໄດ້ມອບ-ຮັບ ໂຄງການ ກໍ່​ສ້າງ​ໂຮງຮຽນປະ​ຖົມ​ສົມ​ບູນບ້ານ​ທ່າ​ເຮືອ, ເມືອງ ລ້ອງ​ຊານ, ແຂວງ ໄຊ​ສົມ​ບູນ ຈຳນວນ 1 ຫຼັງ ເຊິ່ງປະກອບມີ ຫ້ອງຮຽນ 5 ຫ້ອງ, ຫ້ອງນໍ້າ 2 ຫ້ອງ ພ້ອມດ້ວຍອຸປະກອນ ກະດານ,ຕູ້,ໂຕະ,ຕັ່ງ ທັງຂອງນັກຮຽນ ແລະ ຄູອາຈານ.

ແຈ້ງການຈັດກອງປະຊຸມປຶກສາຫາລືຂັ້ນທ້ອງຖິ່ນໃນ 7 ເຂື່ອນໄຟຟ້າ ທີ່ ຜ-ຟຟລ ຄຸ້ມຄອງ

ແຈ້ງການຈັດກອງປະຊຸມປຶກສາຫາລືຂັ້ນທ້ອງຖິ່ນໃນ 7 ເຂື່ອນໄຟຟ້າ ທີ່ ຜ-ຟຟລ ຄຸ້ມຄອງ ກອງປະຊຸມປຶກສາຫາລືຂັ້ນທ້ອງຖິ່ນສຳລັບ 7 ເຂື່ອນໄຟຟ້າທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ຄຸ້ມຄອງ ຈະຈັດຂຶ້ນໃນລະຫວ່າງວັນທີ 12-14 ມັງກອນ 2022, ທີ່ຫ້ອງການຂອງແຕ່ລະເຂື່ອນ. ໂດຍລວມມີ ໂຄງການເຂື່ອນໄຟຟ້າ ນຳ້ຄານ 2, ນຳ້ງື່ມ 1 ພາກຂະຫຍາຍ, ຫ້ວຍລຳພັນໃຫຍ່, ນຳ້ຄານ 3, ເຊເສັດ 3, ເຊເສັດ 2 ພາກຂະຫຍາຍ ແລະ ນໍ້າຈຽນ.

ແຈ້ງການກ່ຽວກັບການປ່ອຍນ້ຳເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່

ແຈ້ງການກ່ຽວກັບການປ່ອຍນ້ຳເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ອອກແຈ້ງການກ່ຽວກັບການປ່ອຍນ້ຳເພື່ອປັບລະດັບນ້ຳຂອງອ່າງເກັບນ້ຳຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ເລີ່ມເວລາ 23:00 ໂມງ ຂອງວັນທີ 17 ຕຸລາ 2021 ຫາເວລາ 24:00 ໂມງ ຂອງວັນທີ 22 ຕຸລາ 2021.

ຜ-ຟຟລ ປະກອບສ່ວນວຽກງານຊ່ວຍເຫຼືອສັງຄົມ

ຜ-ຟຟລ ປະກອບສ່ວນວຽກງານຊ່ວຍເຫຼືອສັງຄົມ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື EDL-Gen ໄດ້ອຸປະຖໍາເງິນສຳລັບວຽກງານຊ່ວຍເຫຼືອສັງຄົມ ໂດຍ ໃນວັນທີ 27 ສິງຫາ 2021 ຜູ້ຕາງໜ້າ ຜ-ຟຟລ ໄດ້ມອບເງິນຈຳນວນ 5 ລ້ານກີບໃຫ້ແກ່ ຜູ້ຕາງໜ້າ ລັດວິສາຫະກິດໄຟຟ້າລາວ ເພື່ອປະກອບສ່ວນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມທີ່ແຂວງໄຊຍະບູລີ ຫ່ວາງບໍ່ດົນມານີ້.