ຜ-ຟຟລ ຮ່ວມກັບ ເຂື່ອນໄຟຟ້ານໍ້າມັງ 3 ໄດ້ຈັດພິທີປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ
ໃນຕອນເຊົ້າວັນທີ 30 ພຶດສະພາ 2025 ນີ້ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມກັບ ເຂື່ອນໄຟຟ້ານໍ້າມັງ 3 ໄດ້ຈັດພິທີປູກຕົ້ນໄມ້ ແລະ ຈັດພິທີປ່ອຍປາ ຢູ່ເຂື່ອນໄຟຟ້ານໍ້າມັງ 3 ເມືອງທຸລະຄົມ ແຂວງວຽງຈັນ, ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ໝູນວຽນຄົບຮອບອີກວາລະໜຶ່ງ,