ລາຍຊື່ເຂົ້າເປັນພະນັກງານ ຜ-ຟຟລ ພ້ອມສະຖານທີ່ປະຈຳການ
* ສາມາດດາວໂຫລດ ຟາຍ ດ້ານລຸ່ມນີ້ *
ເຖິງ: ຜູ້ສະໝັກເຂົ້າເຮັດວຽກກັບ ຜ-ຟຟລ ທີ່ໄດ້ປະກອບຟອມສະໝັກອອນໄລນ໌ຜ່ານທາງເວັບໄຊ ຜ-ຟຟລ ໃນລະຫວ່າງ
ວັນທີ 11-15 ກຸມພາ 2019 ທີ່ຜ່ານມາ ຜູ້ທີ່ມີເງື່ອນໄຂຄົບຖ້ວນຕາມລະບຽບທີ່ບໍລິສັດໄດ້ກຳນົດ (ດັ່ງລາຍຊື່ຄັດຕິດ).
ກະລຸນາປະກອບເອກະສານ ແລະ ສົ່ງໃຫ້ ຜ-ຟຟລ ດ້ວຍຕົນເອງ ດັ່ງລາຍລະອຽດລຸ່ມນີ້:
ເອກະສານຕ້ອງປະກອບມີ:
1. ສຳເນົາບັດປະຈຳໂຕ/ປຶ້ມສຳມະໂນຄົວ
2. ສຳເນົາໃບປະກາດວິຊາສະເພາະ ແລະ ໃບຄະແນນ (ພ້ອມທັງຖືສະບັບແທ້ມາພ້ອມເພື່ອຢັ້ງຢືນຄວາມຖືກຕ້ອງ)
3. ໃບຢັ້ງຢືນທີ່ຢູ່
4. ໃບກວດສຸຂະພາບ
5. ໃບແຈ້ງໂທດ
ກຳນົດເວລາຮັບເອກະສານ:
– ວັນທີ 25-26 ກຸມພາ 2019 ເວລາ 08:30-16:30 ໂມງ ທີ່ ສຳນັກງານໃຫຍ່ ຜ-ຟຟລ ຊັ້ນ 08 ຫ້ອງ 802.
– ວັນທີ 27-28 ກຸມພາ 2019 ເວລາ 08:30-16:30 ໂມງ ທີ່ ສຳນັກງານໃຫຍ່ ຜ-ຟຟລ ຊັ້ນ 08 ຫ້ອງ 803.


