EDL-Gen ໄດ້ຮັບລາງວັນ ‘the International Diamond Prize for Excellence in Quality 2023’ ທີ່ ປະເທດແບນຊິກ

ໃນວັນທີ 9 ກໍລະກົດ 2023 ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື EDL-Gen ເຊິ່ງນຳໂດຍ ທ່ານ ວັນແສງ ວັນນະວົງ ຮັກສາການຜູ້ອຳນວຍການ​ໃຫຍ່ EDL-Gen ພ້ອມດ້ວຍ ທ່ານ ນາງ ສຸກສັນ ພົງພິລາ ຮອງຜູ້ອຳນວຍການ​ໃຫຍ່, ສາຍງານບໍລິຫານ ໄດ້ຮັບກຽດເຂົ້າຮ່ວມຮັບລາງວັນ ‘The International Diamond Prize for Excellence in Quality 2023’ ຈາກສະຖາບັນ European Society for Quality Research ຫຼື ESQR ປະເທດສະວິດສະແລນ, ທີ່ນະຄອນ ບຣຸກແຊນ, ປະເທດແບນຊິກ.

ຟຟລ ແລະ ຜ-ຟຟລ ຮ່ວມກັນ ຈັດພິທີປູກຕົ້ນໄມ້ ແລະ ປ່ອຍປ່າ

ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຮ່ວມກັນຂັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປ່າ ເພື່ອເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ປະຈໍາປີ 2023 ທີ່ຂື່ອນໄຟຟ້ານໍ້າເລິກ, ເມືອງ ລ້ອງຊານ, ແຂວງ ໄຊສົມບູນ.

EDL-Gen ຈັດກິດຈະກຳ ‘ຮັກນີ້ແດ່ພີ່ນ້ອງ ປີ 4’

ໃນລະຫ່ວາງ ວັນທີ 23-24 ພຶດສະພາ 2023 ຕາງຫນ້າຈາກ 3 ອົງການຈັດຕັ້ງມະຫາຊົນຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຈັດກິດຈະກຳ ‘ຮັກນີ້ແດ່ພີ່ນ້ອງ ປີ 4’ ຮ່ວມກັບນ້ອງໆນັກຮຽນ ທີ່ ໂຮງຮຽນປະຖົມແຊລະບຳ, ເມືອງ ຊະນະສົມບູນ, ແຂວງ ຈຳປາສັກ.

EDL-Gen ສະໜັບສະໜູນງົບປະມານສ້ອມແປງເສັ້ນທາງປູຢາງ ເຂື່ອນໄຟຟ້ານໍ້າຄານ3

ຄຽງຄູ່ກັບການຜະລິດພະລັງງານໄຟຟ້າຂອງ ຜ-ຟຟລ, ການພັດທະນາ ພື້ນຖານໂຄງລ່າງຂອງຊຸມຊົນອ້ອມຂ້າງເຂື່ອນ ຖືເປັນສິ່ງທີ່ສຳຄັນ ໃນການພັດທະນາ ໂດຍສະເພາະ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໃສຢູ່ອ້ອມຂ້າງບັນດາເຂື່ອນຂອງ ຜ-ຟຟລ.

ຜ-ຟຟລ ຮັບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2022

  ໃນວັນທີ 29 ມີນາ 2023 ທີ່ຜ່ານມາ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົ້າຮ່ວມຮັບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ແລະ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2022 ທີ່ໂຮງແຮມ ເມືອງແທ່ງ, ນະຄອນຫຼວງວຽງຈັນ.

ຜ-ຟຟລ ເຂົ້າຮ່ວມ ກອງປະຊຸມສໍາມະນາ ຈັດຂຶ້ນໃຫ້ແກ່ບັນດາບໍລິສັດເປົ້າໝາຍ ທີ່ຈະລະດົມທຶນຜ່ານຕະຫຼາດທຶນລາວ

  ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາທີ່ຈັດຂຶ້ນ ໃຫ້ແກ່ບັນດາບໍລິສັດເປົ້າໝາຍ ທີ່ຈະລະດົມທຶນຜ່ານຕະຫຼາດທຶນລາວ ໃນຫົວຂໍ້: “ການເຕີບໃຫຍ່ຂອງທຸລະກິດໃນຂົງເຂດຕະຫຼາດທຶນ” ເຊີ່ງກອງປະຊຸມດັ່ງກ່າວຈັດໂດຍ: ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບລາວ, ຕະຫຼາດຫຼັກຊັບລາວ ແລະ 4 ບໍລິສັດຫຼັກຊັບ, ໃນວັນທີ 13-17 ກຸມພາ 2023 ທີ່ແຂວງ ໄຊຍະບູລີ ແລະ ແຂວງ ຫຼວງພະບາງ.

ຜ-ຟຟລ ສະໜັບສະໜູນ ງົບປະມານ ສ້ອມແປງ ອາຄານຮຽນ ບ້ານ ພູເກົ້ານາງ

  ໃນວັນທີີ 7 ກຸມພາ 2023 ການນຳຈາກ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມການກວດກາໜ້າວຽກ ແລະ ມອບ-ຮັບ ອາຄານຮຽນ ໂຮງຮຽນປະຖົມສົມບູນ ບ້ານ ພູເກົ້ານາງ ເຊິ່ງຕັ້ງຢູ່ເມືອງ ທຸລະຄົມ ແຂວງ ວຽງຈັນ.

ຜ-ຟຟລ ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2023

  ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມ ວິສາມັນຜູ້ຖືຮຸ້ນ ຄັ້ງທີ 1 ປະຈຳປີ 2022 ໃນວັນທີ 30 ມັງກອນ 2023 ທີ່ ຫ້ອງປະຊຸມສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ທີ່ນະຄອນຫຼວງວຽງຈັນ.

ຜ-ຟຟລ ເຂົ້າຮ່ວມຮັບລາງວັນໃນງານ The Annual Global Economics Awards 2022

  ໃນວັນທີ 20 ມັງກອນ 2023 ທີ່ບາງກອກ ແຫ່ງ ປະເທດໄທ ຕາງໜ້າບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົ້າຮ່ວມຮັບລາງວັນ The Annual Global Economics Awards 2022, ໃນສາຂາ Most Sustainable Practices in Energy Laos.

ຜ-ຟຟລ ສຳເລັດການຝຶກອົບຮົມໃຫ້ແກ່ພະນັກງານໃນຫົວຂໍ້ “ການສື່ສານທີ່ມີປະສິດທິພາບພາຍໃນອົງກອນ ແລະ ທັກສະການນຳສະເໜີບົດ”

  ລະຫ່ວາງວັນທີ 27 ຕຸລາ – 03 ພະຈິກ 2022 ທີ່ສໍານັກງານໃຫຍ່  ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ ໄດ້​ຈັດ​ຝຶກ​ອົບ​ຮົ​ມ​ໃຫ້​ກັບ ພະນັກງານ ຈຳ​ນວນ  60 ທ່ານ ໃນຫົວຂໍ້ “ການສື່ສານທີ່ມີປະສິດທິພາບພາຍໃນອົງກອນ ແລະ ທັກສະການນຳສະເໜີບົດ”