“ຜ-ຟຟລ ຮັບລາງວັນ ThaiBMA Award 2018”

“ຜ–ຟຟລ ຮັບລາງວັນ ThaiBMA Award 2018” ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ(ຜ-ຟຟລ) ໄດ້ຮັບລາງວັນ The Thai Bond Market Association ຫຼື ThaiBMA Award ປະຈໍາປີ 2018, ໃນສາຂາ Distinguished Issuer Award ຫຼື ຜູ້ອອກຮຸ້ນກູ້ທີ່ໂດດເດັ່ນໃນການພັດທະນາຕະຫຼາດຮຸ້ນກູ້ພາກເອກະຊົນ. ThaiBMA ນີ້ແມ່ນສະມາຄົມຕະຫຼາດຮຸ້ນກູ້ແຫ່ງປະເທດໄທ, ຊຶ່ງມີໜ້າທີ່ກ່ຽວກັບການຕິດຕາມສະມາຊິກໃນການເຮັດທຸລະກຳການຄ້າຮຸ້ນ ແລະ ໄດ້ປັບປຸງໃຫ້ສອດຄ້ອງກັບການພັດທະນາຂອງຕະຫຼາດຮຸ້ນທີ່ນັບມື້ເຕີບໃຫຍ່ຂຶ້ນເລື້ອຍໆ.

ຜ-ຟຟລ ຮັບລາງວັນ FinanceAsia Achievement Awards 2018

ຜ–ຟຟລ ຮັບລາງວັນ FinanceAsia Achievement Awards 2018 ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ (ຜ-ຟຟລ) ໄດ້ຮັບລາງວັນ FinanceAsia Achievement Awards ປະຈໍາປີ2018, ໃນສາຂາ Best Laos Deal, EDL-Generation’s 13,7 Billion baht ($410 million) multi-tranche bond ຫຼືການລະດົມທຶນດີເດັ່ນຂອງປະເທດລາວຈາກການອອກຈໍາໜ່າຍຮຸ້ນກູ້ສະກຸນເງິນບາດມູນຄ່າ 13,7 ຕື້ບາດ (ຫຼື 410 ລ້ານໂດລາສະຫະລັດ). ພິທີມອບຮັບລາງວັນ​ໄດ້ຈັດຂຶ້ນໃນວັນທີ 13/02/2019 ທີ່ໂຮງແຮມ Grand Hyatt, ຮົງກົງ.

ແຈ້ງວັນທີປະຊຸມສາມັນຜູ້ຖືຮຸ້ນປະຈຳປີ 2018 ແລະ ວັນປິດປຶ້ມບັນຊີຜູ້ຖືຮຸ້ນ ເພື່ອກຳນົດສິດຂອງຜູ້ຖືຮຸ້ນໃນການເຂົ້າຮ່ວມກອງປະຊຸມສາມັນຜູ້ຖືຮຸ້ນ

ແຈ້ງວັນທີປະຊຸມສາມັນຜູ້ຖືຮຸ້ນປະຈຳປີ 2018 ແລະ ວັນປິດປຶ້ມບັນຊີຜູ້ຖືຮຸ້ນ ເພື່ອກຳນົດສິດຂອງຜູ້ຖືຮຸ້ນໃນການເຂົ້າຮ່ວມກອງປະຊຸມສາມັນຜູ້ຖືຮຸ້ນ

ຜ-ຟຟລ ຮັບລາງວັນ The Asset Triple A Country Awards 2018

ຜ-ຟຟລຮັບລາງວັນ The Asset Triple A Country Awards 2018 ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ(ຜ-ຟຟລ) ໄດ້ຮັບລາງວັນ The Asset Triple A Country Awards ປະຈໍາປີ2018, ໃນສາຂາ Best Corporate Bond for EDL-Generation’s Bt13.66 billion baht bond ຫຼືການລະດົມທຶນດີເດັ່ນດ້ວຍການອອກຈໍາໜ່າຍຮຸ້ນກູ້ສະກຸນເງິນບາດມູນຄ່າ 13,66 ຕື້ບາດ, ເຊິ່ງມີພິທີມອບຮັບ​ຈັດຂຶ້ນໃນວັນທີ 24/01/2019 ທີ່ຮົງກົງຈັດໂດຍ The Asset ເຊິ່ງເປັນວາລະສານດ້ານຕະຫຼາດທຶນທີ່ນໍາໜ້າແລະມີຊື່ສຽງໃນອາຊີ.

ເຊັນສັນຍາ ສຳປະທານ ໂຄງການເຂື່ອນໄຟຟ້າ ນ້ຳພູນ ແລະ ເຂື່ອນ ໄຟຟ້າ ນ້ຳບີ 1,2 ແລະ 3

ເຊັນສັນຍາ ສຳປະທານ ໂຄງການເຂື່ອນໄຟຟ້າ ນ້ຳພູນ ແລະ ເຂື່ອນ ໄຟຟ້າ ນ້ຳບີ 1,2 ແລະ 3 ໃນວັນທີ 11 ທັນວາ 2018, ໄດ້ມີພິທີລົງນາມເຊັນສັນຍາ ສຳປະທານ ໂຄງການເຂື່ອນໄຟຟ້າ ນ້ຳພູນ ແລະ ເຂື່ອນ ໄຟຟ້າ ນ້ຳບີ 1,2 ແລະ 3 ລະຫ່ວາງ ບໍລິສັດ ນ້ຳພູນ ພາວເວີ ຈຳກັດ, ບໍລິສັດ ນ້ຳບີ ພາວເວີ ຈຳກັດ ແລະ ບັນດາ ຄະນະການນຳຂັ້ນກະຊວງ ແລະ ຂັ້ນແຂວງ ທີ່ ກະຊວງແຜນການ  ແລະ ການລົງທຶນ ນະຄອນຫຼວງວຽງຈັນ. ການລົງນາມໃນຄັ້ງນີ້ ມີບັນດາຕາໜ້າການນໍາຈາກກະຊວງ ແລະ ແຂວງທີ່ກ່ຽວຂ້ອງພ້ອມດ້ວຍຄະນະສະພາບໍລິຫານຂອງທັງສອງບໍລິສັດ.