ເພື່ອຮັບປະກັນໃຫ້ໄດ້ມີການບໍລິຫານຈັດການນໍ້າທີ່ມີປະສິດທິພາບສູງສຸດ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ການບໍລິຫານຈັດການນ້ຳ ເພື່ອຮັກສາຄວາມສົມດູນຂອງເຂື່ອນໄຟຟ້ານ້ຳຄານ 2 ແລະ ນໍ້າຄານ 3 ໃນຊ່ວງລະດູຝົນ.
ເພື່ອເປັນການບໍລິຫານຈັດການນ້ຳໃຫ້ມີປະສິດທິພາບ, ປອດໄພ ແລະ ສອດຄ່ອງກັບປະລິມານນ້ຳ ໃນປັດຈຸບັນ, ທາງໂຄງການໄດ້ດຳເນີນການລະບາຍນ້ຳຜ່ານປະຕູລະບາຍນ້ຳ (Spillway) ໃນລະດັບທີ່ເໝາະ ສົມ ແລະ ສາມາດຄວບຄຸມໄດ້ ເຊິ່ງເປັນພຽງການປະຕິບັດງານຕາມມາດຕະຖານເຕັກນິກປົກກະຕິ. ລາຍລະອຽດມີດັ່ງນີ້:
ເຂື່ອນໄຟຟ້ານ້ຳຄານ 2: ໄດ້ເລີ່ມປັບການລະບາຍນ້ຳ ໂດຍເປີດປະຕູ 4 ບານ (Gate No. 1, 2, 3, 4) ໃນ ໃນວັນທີ 06/07/2026 ເວລາ 09:00 ໂມງ ໃນລະດັບຄວາມສູງ 50 ຊັງຕີແມັດ ແຕ່ລະບານ ທຽບເທົ່າ 270,42 ແມັດກ້ອນ/ວິນາທີ + ນໍ້າໄຫຼຜ່ານກົງຫັນ 46.25 ແມັດກ້ອນ/ວິນາທີ = ລວມນໍ້າທີ່ປ່ອຍຜ່ານເຂື່ອນນໍ້າຄານ 2 ຈໍານວນ 316.67 ແມັດກ້ອນ/ວິນາທີ.
ເຂື່ອນໄຟຟ້ານ້ຳຄານ 3: ໄດ້ດຳເນີນການເປີດປະຕູລະບາຍນ້ຳໃນເວລາ 18:00 ໂມງ ຂອງວັນທີ 05/07/2026 ໂດຍເປີດປະຕູ 3 ບານ (Gate No. 1, 2, 3) ໃນລະດັບຄວາມສູງ 20 ຊັງຕີແມັດ ແລະ ໄດ້ເປີດເພີ່ມໃນວັນທີ 06/08/2026 ເວລາ 09:00 ໂມງ ໃນລະດັບຄວາມສູງ 50 ຊັງຕີແມັດ ແຕ່ລະບານ ທຽບເທົ່າ 239,79 ແມັດກ້ອນ/ວິນາທີ + ນໍ້າໄຫຼຜ່ານກົງຫັນ 181.54 ແມັດກ້ອນ/ວິນາທີ = ລວມນໍ້າທີ່ປ່ອຍຜ່ານເຂື່ອນນໍ້າຄານ 3 ຈໍານວນ 421.33 ແມັດກ້ອນ/ວິນາທີ.
ການດໍາເນີນການດັ່ງກ່າວແມ່ນຢູ່ໃນແຜນການບໍລິຫານຈັດການນໍ້າທີ່ປອດໄພຕາມມາດຕະຖານເຕັກນິກ, ຖືກຕ້ອງຕາມລະບຽບການ ແລະ ນິຕິກຳກົດໝາຍຂອງ ສປປ ລາວ ທຸກຂັ້ນຕອນ. ຢ່າງໃດກໍຕາມ ທາງເຂື່ອນໄຟຟ້ານ້ຳຄານ 2-3 ໄດ້ແຈ້ງ ອຳນາດການປົກຄອງທ້ອງຖິ່ນ ໃຫ້ຮັບຊາບແລ້ວຕາມແຕ່ລະຂັ້ນຕອນ, ເພື່ອໃຫ້ພໍ່ແມ່ປະຊາຊົນສາມາດກຽມພ້ອມ ແລະ ເຝົ້າລະວັງຢ່າງໃກ້ຊິດ, ໂດຍສະເພາະປະຊາຊົນທີ່ອາໄສຢູ່ເຂດເມືອງຊຽງເງິນ, ນະຄອນຫຼວງພະບາງ ແລະ ບ້ານໃກ້ຄຽງທີ່ນອນຢູ່ລຽບຕາມແຄມນ້ຳຄານ ຮັບຊາບຂໍ້ມູນການປ່ຽນແປງຂອງລະດັບນ້ຳທີ່ອາດຈະເພີ່ມຂຶ້ນເລັກນ້ອຍ
(ສຳລັບຂໍ້ມູນເພີ່ມເຕີມ:ເຂື່ອນນ້ຳຄານ 3 ຕັ້ງຢູ່ສາຍນໍ້າຄານທີ່ມີຄວາມຍາວປະມານ 253 ກິໂລແມັດ ໄຫຼຜ່ານແຂວງຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ)
ພະລັງງານທີ່ຍືນຍົງສຳລັບຊາດ


