ຕາງໜ້າທັງສອງຝ່າຍ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນຳໂດຍ ທ່ານ ສໍານານ ສົນທະນີ, ຄະນະປະຈຳສະພາປະຊາຊົນແຂວງ, ຮອງປະທານ ສະພາປະຊາຊົນແຂວງ ຫຼວງພະບາງ, ພ້ອມດ້ວຍຄະນະ ແລະ ຕາງໜ້າ ຜ-ຟຟລ ນຳໂດຍ ທ່ານ ສິລິພົມ ແສງອ່ອນແກ້ວ, ຮອງຜູ້ອຳນວຍການໃຫຍ່ ສາຍງານຜະລິດ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍຄະນະບໍລິຫານ ຈາກກົມພະລັງງານ ແລະ ກົມຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍທີມງານ
ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈຮ່ວມກັນ ກ່ຽວກັບວຽກງານບໍລິຫານ ຈັດການນ້ຳ ຂອງເຂື່ອນໄຟຟ້ານ້ຳຄານ 2-3 ພ້ອມທັງແລກປ່ຽນຂໍ້ມູນ ແລະ ສ້າງຄວາມເຂົ້າໃຈຢ່າງຮອບດ້ານ ກ່ຽວກັບມາດຕະການບໍລິຫານເຂື່ອນ, ການຄວບຄຸມນໍ້າໃນລະດູຝົນ, ລະບົບເຕືອນໄພ, ການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ການປະສານງານກັບພາກສ່ວນທ້ອງຖິ່ນ ເພື່ອໃຫ້ການດຳເນີນໂຄງການມີຄວາມປອດໄພ, ໂປ່ງໃສ ແລະ ສອດຄ່ອງກັບການພັດທະນາຢ່າງຍືນຍົງ.
ໃນໂອກາດນີ້, ຜ-ຟຟລ ໄດ້ນຳສະເໜີຂໍ້ມູນດ້ານວິຊາການ, ລະບົບການຕິດຕາມສະພາບນໍ້າ, ການນຳໃຊ້ເທັກໂນໂລຊີ Smart Monitoring ເຂົ້າມາຊ່ວຍໃນການຄາດຄະເນ ແລະ ການບໍລິຫານຈັດການນໍ້າ ເພື່ອຍົກລະດັບປະສິດທິພາບ ແລະ ຄວາມປອດໄພໃນການດຳເນີນໂຄງການ.
ພາຍຫຼັງສຳເລັດກອງປະຊຸມ, ຕາງໜ້າຈາກທັງສອງຝ່າຍ ໄດ້ຮ່ວມກັນລົງສະໜາມເພື່ອກວດກາພື້ນທີ່ຕົວຈິງ ຢູ່ເຂດ ບ້ານສາມັກຄີໄຊ, ບ້ານປາກແວດ ແລະ ບ້ານດອນໂມ ເມືອງ ຊຽງເງິນ, ແຂວງ ຫຼວງພະບາງ ເພື່ອຕິດຕາມ ແລະ ປຶກສາຫາລື ຊອກວິທີແກ້ໄຂບັນຫາທີ່ເຄີຍເກີດຂຶ້ນຮ່ວມກັນ ເພື່ອເຮັດໃຫ້ຊຸມຊົນທີ່ອາໄສຢູ່ເຂດລຸ່ມເຂື່ອນໄຟຟ້ານ້ຳຄານ 3 ມີການດຳລົງຊີວິດທີ່ດີ ແລະ ມີການພັດທະນາແບບຍືນຍົງ.
ການລົງພື້ນທີ່ໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ຜ-ຟຟລ ໃນການເຮັດວຽກຮ່ວມກັບພາກລັດ ແລະ ທ້ອງຖິ່ນ ຢ່າງໃກ້ຊິດ ເພື່ອຮ່ວມກັນຊອກຫາແນວທາງພັດທະນາ ແລະ ບໍລິຫານພະລັງງານໄຟຟ້າ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ຍືນຍົງ ຄວບຄູ່ກັບການຮັກສາສິ່ງແວດລ້ອມ ແລະ ຜົນປະໂຫຍດຂອງປະຊາຊົນ.
ພະລັງງານທີ່ຍືນຍົງສຳລັບຊາດ







