ຜ-ຟຟລ ຮ່ວມປຶກສາຫາລືກັບ ສະພາປະຊາຊົນແຂວງຫຼວງພະບາງ ກ່ຽວກັບການບໍລິຫານນໍ້າ ແລະ ສິ່ງແວດລ້ອມ ຂອງໂຄງການໄຟຟ້ານໍ້າຄານ 2-3

ວັນທີ 18 ພຶດສະພາ 2026, EDL-Generation Public Company ຫຼື ຜ-ຟຟລ ໄດ້ນຳຄະນະຜູ້ແທນຂອງບໍລິສັດ ເຂົ້າຮ່ວມການປຶກສາຫາລື ແລະ ສ້າງຄວາມເຂົ້າໃຈຮ່ວມກັນ ກັບ ສະພາປະຊາຊົນແຂວງຫຼວງພະບາງ, ພະແນກ ອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການບໍລິຫານຈັດການນໍ້າ, ສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການໄຟຟ້ານໍ້າຄານ 2-3.