ແຂວງຫຼວງພະບາງ, ວັນທີ 6 ພຶດສະພາ 2026 — ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ຈັດກິດຈະກຳ “ລົງເຜີຍແຜ່ວຽກງານສິ່ງແວດລ້ອມ ແລະ ຊຸມຊົນ” ຂຶ້ນທີ່ ສະໂມສອນ ບ້ານສາມັກຄີໄຊ, ເມືອງຊຽງເງິນ ແຂວງຫຼວງພະບາງ ໂດຍມີການເຂົ້າຮ່ວມຈາກຜູ້ບໍລິຫານ, ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ.
ກິດຈະກຳໃນຄັ້ງນີ້ ມີທ່ານ ອິນປັນ ບໍລິຫານ ຮັກສາການ ຜູ້ອໍານວຍການຝ່າຍເລຂານຸການ ແລະ ຄຸ້ມຄອງບໍລິຫານ ຮ່ວມເປັນປະທານໃນພິທີເປີດ ແລະ ມີ ທ່ານ ຈະຕຸບຸດ ກອງທອງ ຫົວໜ້າຫ້ອງວ່າການ ປົກຄອງເມືອງ ຊຽງເງິນ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນຄຳກ່າວເປີດ, ທ່ານ ອິນປັນ ບໍລິຫານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານສິ່ງແວດລ້ອມ ຊຶ່ງເປັນໜ້າທີ່ຮ່ວມກັນຂອງທຸກພາກສ່ວນໃນສັງຄົມ.
ບ້ານສາມັກຄີໄຊ ເປັນບ້ານ ຈັດສັນຂອງເຂື່ອນໄຟຟ້ານ້ຳຄານ 3 ເປັນ ບ້ານສຳລັບຊຸມຊົນທີ່ຕັ້ງຢູ່ຕາມລຳນໍ້າຄານ ຊຶ່ງມີບົດບາດສຳຄັນທັງດ້ານຊີວິດຄວາມເປັນຢູ່ ແລະ ການຜະລິດໄຟຟ້າ ເນື່ອງຈາກເປັນທີ່ຕັ້ງຂອງ ເຂື່ອນໄຟຟ້ານ້ຳຄານ 3.
ທ່ານ ອິນປັນ ໄດ້ຊີ້ແຈງວ່າ ການຈັດກິດຈະກຳໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຈິດສຳນຶກໃຫ້ຊຸມຊົນ ເຂົ້າໃຈເຖິງການປ່ຽນແປງດິນຟ້າອາກາດ, ການນຳໃຊ້ແຫຼ່ງນ້ຳຢ່າງຍືນຍົງ ແລະ ການປະຕິບັດກົດລະບຽບໃນການຄຸ້ມຄອງອ່າງເກັບນໍ້າ ພ້ອມທັງ ການປ່ອຍນໍ້າໃນລະດູຝົນ ແລະ ລະດູແລ້ງ ໃຫ້ປອດໄພ ແລະ ເໝາະສົມ.
ນອກນັ້ນ, ທ່ານຍັງໄດ້ກ່າວເຖິງສິ່ງທ້າທາຍທາງດ້ານສິ່ງແວດລ້ອມ ເຊັ່ນ ການຂະຫຍາຍຕົວຂອງເມືອງ, ການບຸກລຸກປ່າໄມ້ ແລະ ແຫຼ່ງນ້ຳ ທີ່ສົ່ງຜົນກະທົບຕໍ່ລະບົບນິເວດ. ດັ່ງນັ້ນ, ການຮ່ວມມືຈາກທຸກຝ່າຍ ໂດຍສະເພາະ ອຳນາດການປົກຄອງ ແລະ ປະຊາຊົນ ແມ່ນມີຄວາມຈຳເປັນຢ່າງຍິ່ງ ໃນການປົກປັກຮັກສາແຫຼ່ງທຳມະຊາດ.
ທ່ານ ຈະຕຸບຸດ ໄດ້ນຳສະເໜີ ຂໍ້ຕົກລົງ ອອກໂດຍເຈົ້າແຂວງຫຼວງພະບາງ ວ່າດ້ວຍ ການຄຸ້ມຄອງ ອ່າງໂຕ່ງ ອ່າງເກັບນ້ຳ ແລະ ການປະມົງ ໃນຂອບເຂດເຂື່ອນໄຟຟ້ານ້ຳຄານ 2-3 ເພື່ອວາງລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ໃນເຂດອ່າງໂຕ່ງ, ອ່າງເກັບນ້ຳ ແລະ ການປະມົງ ຂອງເຂື່ອນໄຟຟ້ານ້ຳຄານ 2 ແລະ 3 ໃຫ້ມີຄວາມຍືນຍົງ
ພາຍໃນກິດຈະກຳ ຍັງມີການນຳສະເໜີຂໍ້ມູນດ້ານການຄຸ້ມຄອງນໍ້າ, ການປົກປັກສິ່ງແວດລ້ອມ ແລະ ການສື່ສານກັບຊຸມຊົນ ຈາກວິທະຍາກອນຂອງໂຄງການ ພ້ອມທັງເປີດໂອກາດໃຫ້ປະຊາຊົນໄດ້ຮ່ວມສົນທະນາ ແລະ ແລກປ່ຽນຄວາມຄິດເຫັນຢ່າງເປີດເຜີຍ.
ການຈັດກິດຈະກຳໃນຄັ້ງນີ້ ຖືເປັນອີກກ້າວໜຶ່ງທີ່ສຳຄັນຂອງ EDL-Gen ໃນການສົ່ງເສີມວຽກງານສິ່ງແວດລ້ອມ ແລະ ການພັດທະນາຊຸມຊົນ ໃຫ້ເກີດຄວາມຍືນຍົງ ຄຽງຄູ່ກັບການຜະລິດພະລັງງານໄຟຟ້າ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ








