ໃນວັນທີ 17-19 ມີນາ 2026, ທີ່ບ້ານຫ້ວຍດຳໃໝ່, ເມືອງທ່າແຕງ, ແຂວງເຊກອງ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍ ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຮ່ວມກັນຈັດການຝຶກອົບຮົມພາກປະຕິບັດຕົວຈິງ ກ່ຽວກັບເຕັກນິກການປູກກາເຟ ໄລຍະ II ໃຫ້ແກ່ຊາວກະສິກອນ 50 ຄອບຄົວ.
ການຝຶກອົບຮົມຄັ້ງນີ້ມີຈຸດປະສົງເພື່ອຍົກລະດັບຄວາມຮູ້ ແລະ ເຕັກນິກການປູກກາເຟແບບໃໝ່ ເພື່ອໃຫ້ໄດ້ຮັບຜົນຜະລິດທີ່ມີຄຸນນະພາບ, ປະລິມານທີ່ຫຼາຍຂຶ້ນ ແລະ ມີຄວາມຍືນຍົງ.
ເນື້ອໃນຫຼັກຂອງການຝຶກອົບຮົມກວມເອົາ 5 ຫົວຂໍ້ທີ່ສຳຄັນໃນລະບົບຕ່ອງໂສ້ການຜະລິດ ປະກອບມີ:
1. ການກ້າເບ້ຍ ແລະ ການປູກ: ການຄັດເລືອກພັນ ແລະ ການກະກຽມດິນທີ່ຖືກຕ້ອງ.
2. ການບົວລະບັດຮັກສາ: ການນຳໃຊ້ຝຸ່ນຄອກ ຫຼື ຝຸ່ນອິນຊີ ເພື່ອເພີ່ມຄວາມອຸດົມສົມບູນຂອງດິນ ແລະ ຫຼຸດຜ່ອນຕົ້ນທຶນ.
3. ການຕັດແຕ່ງກິ່ງງ່າ: ເພື່ອໃຫ້ຕົ້ນກາເຟໄດ້ຮັບແສງແດດພຽງພໍ ແລະ ຫຼຸດຜ່ອນການເກີດເຊື້ອລາ.
4. ການປ້ອງກັນພະຍາດ ແລະ ສັດຕູພືດ: ເນັ້ນໃສ່ການນຳໃຊ້ວິທີທຳມະຊາດ ທີ່ບໍ່ມີສານເຄມີ ແລະ ບໍ່ເປັນອັນຕະລາຍຕໍ່ຄົນ.
5. ການເກັບກ່ຽວ ແລະ ການຕາກ: ເຕັກນິກການເກັບເມັດສຸກແດງ ແລະ ການຕາກທີ່ຖືກສຸຂະອະນາໄມ ເພື່ອຮັກສາລົດຊາດ ແລະ ມາດຕະຖານ.
ກິດຈະກຳດັ່ງກ່າວແມ່ນສ່ວນໜຶ່ງ ຂອງນະໂຍບາຍ CSR ກໍ່ຄືວຽກງານດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງ ຜ-ຟຟລ ທີ່ໃຫ້ການສະໜັບສະໜູນຊຸມຊົນອ້ອມຂ້າງເຂື່ອນ ເພື່ອໃຫ້ເຂົາເຈົ້າມີຊີວິດການເປັນຢູ່ທີ່ດີຂຶ້ນ
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ








