ວັນທີ 28 ກຸມພາ 2026, ທີ່ສະໜາມກ໊ອຟເຂື່ອນໄຟຟ້າເຊເສັດ 1-2 ແຂວງສາລະວັນ, ໄດ້ມີການຈັດການແຂ່ງຂັນກິລາກ໊ອຟມິດຕະພາບ ເພື່ອຊິງຂັນທ່ານ ປອ. ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງສາລະວັນ.
ການຈັດງານໃນຄັ້ງນີ້ແມ່ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຄົບຮອບ 15 ປີ (2010-2025) ແລະ ເພື່ອລະດົມທຶນເຂົ້າໃນການພັດທະນາສະໜາມກິລາກ໊ອຟຂອງເຂື່ອນໄຟຟ້າເຊເສັດ 1-2 ໃຫ້ມີຄວາມສົມບູນຂຶ້ນ ເພື່ອຮອງຮັບແຂກທີ່ເຂົ້າມາໃຊ້ບໍລິການສະໜາມໃນປະຈຸບັນ ແລະ ອະນາຄົດ.
ໃນຕອນທ້າຍຂອງການແຂ່ງຂັນ, ທ່ານ ປອ. ດາວວົງ ພອນແກ້ວ ໄດ້ມອບຂັນລາງວັນໃຫ້ແກ່ຜູ້ຊະນະເລີດໃນແຕ່ລະປະເພດ.
ຈາກນັ້ນ, ທ່ານ ພອນປະເສີດ ວົງດາລາ ຜູ້ອຳນວຍການເຂື່ອນໄຟຟ້າເຊເສັດ 1-2 ໄດ້ມອບໃບຍ້ອງຍໍກຽດຕິຄຸນໃຫ້ກັບ ຕາງໜ້າແຕ່ລະພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນງານໃນຄັ້ງນີ້.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ








