ໃນວັນທີ 14 ກຸມພາ 2026 ທີ່ແຂວງໄຊຍະບູລີ, ຕາງໜ້າບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ທ່ານ ອິນປັນ ບໍລິຫານ, ຮັກສາການຜູ້ອຳນວຍການຝ່າຍບໍລິຫານ ໄດ້ເຂົ້າຮ່ວມງານມະຫະກຳບຸນຊ້າງແຂວງໄຊຍະບູລີ ປະຈຳປີ 2026 ແລະ ໄດ້ມອບເງີນສະໜັບສະໜູນຈຳນວນ 10 ລ້ານກີບ ເພື່ອເປັນການເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ສະໜັບສະໜູນການທ່ອງທ່ຽວສີຂຽວປອດໄພ ຕາມນະໂຍບາຍຂອງລັດຖະບານ.
ໃນຖານະເເປັນໜຶ່ງໃນບໍລິສັດ ຊັ້ນນໍາພະລັງງານຊັ້ນນຳຂອງປະເທດ, ຜ-ຟຟລ ຮັບຮູ້ເຖິງ ການປົກປັກຮັກສາມໍລະດົກວັດທະນະທຳ ແລະ ສິ່ງແວດລ້ອມຄຽງຄູ່ກັບການພັດທະນາເສດຖະກິດ. ງານບຸນຊ້າງແຂວງໄຊຍະບູລີບໍ່ພຽງແຕ່ເປັນການສືບສານປະເພນີອັນລ້ຳຄ່າຂອງດິນແດນລ້ານຊ້າງເທົ່ານັ້ນ, ແຕ່ຍັງເປັນການສະແດງເຖິງການຮ່ວມມືລະຫວ່າງການທ່ອງທ່ຽວຍືນຍົງ ແລະ ພະລັງງານສະອາດ
ການສະໜັບສະໜູນຄັ້ງນີ້ສະທ້ອນເຖິງຄວາມມຸ່ງໝັ້ນຂອງ ຜ-ຟຟລ ໃນການປະກອບສ່ວນຕໍ່ການພັດທະນາສັງຄົມ (CSR) ແລະ ການເສີມສ້າງຊຸມຊົນທ້ອງຖິ່ນ. ພວກເຮົາເຊື່ອວ່າ ການສ້າງພະລັງງານທີ່ຍືນຍົງນັ້ນ ຕ້ອງຄຽງຄູ່ກັບການອະນຸລັກມໍລະດົກທາງວັດທະນະທຳ ແລະ ທຳມະຊາດ ເພື່ອໃຫ້ລຸ້ນຫຼັງໄດ້ສືບທອດຕໍ່ໄປ.
ຂໍ້ມູນເພີ່ມຕື່ມ:
ວັດຖຸປະສົງ (Purpose)
1. ເພື່ອເສີມຂະຫຍາຍຮີດຄອງປະເພນີ
ເປັນການສືບສານ ແລະ ເສີມຂະຫຍາຍມູນເຊື້ອຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ ທີ່ມີວິຖີຊີວິດຜູກພັນກັບຊ້າງມາແຕ່ດຶກດຳບັນ ອັນເປັນອັດຕະລັກຂອງດິນແດນລ້ານຊ້າງ.
2. ເພື່ອຍົກລະດັບການຮັບຮູ້ ແລະ ການອະນຸລັກ
ໃຫ້ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້ເຖິງປະຫວັດຄວາມເປັນມາຂອງຊ້າງ ແລະ ຮ່ວມກັນປົກປັກຮັກສາຊ້າງໃຫ້ຢູ່ຄູ່ກັບແຂວງໄຊຍະບູລີຢ່າງຍືນຍົງຄົງຕົວ.
3. ເພື່ອສົ່ງເສີມການທ່ອງທ່ຽວ
ໂຄສະນາແຫຼ່ງທ່ອງທ່ຽວໃນແຂວງໄຊຍະບູລີ ແລະ ສປປ ລາວ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຢາມຫຼາຍຂຶ້ນ ສອດຄ່ອງກັບນະໂຍບາຍທ່ອງທ່ຽວສີຂຽວ.
4. ເພື່ອສ້າງບັນຍາກາດການເມືອງທີ່ດີ
ສ້າງຂະບວນການຮ່ວມມື ແລະ ບັນຍາກາດທີ່ຄືກຄື້ນ ເພື່ອກະກຽມສູ່ການເລືອກຕັ້ງ
o ສະມາຊິກສະພາແຫ່ງຊາດ ຊຸດທີ X
o ສະມາຊິກສະພາປະຊາຊົນແຂວງ ຊຸດທີ V
ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງ.
________________________________________
“ໄຊຍະບູລີ ດິນແດນຍາວສຸດ
ຫຼາດ່ານໜ້າທີ່ແຂງແກ່ນ
ແດນພູເຂົາແຫ່ງຄໍາຂຽວ
ທ່ອງທ່ຽວເມືອງຊ້າງ
ເອກອ້າງໝໍ້ໄຟໃຫຍ່ເມືອງຫົງສາ
ໄຟຟ້າເຂື່ອນນໍ້າຂອງ
ສາມັກຄີປອງດອງເຜົ່າຫຼາຍສີສັນ
ພະລັງດັນສູ່ຄວາມມັ່ງຄັ່ງ ເຂັ້ມແຂງ”
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ







