ໃນລະຫວ່າງວັນທີ 4-5 ກຸມພາ 2026, ທີ່ເຂື່ອນໄຟຟ້ານໍ້າງື່ມ-1, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດຊຸດຝຶກອົບຮົມໃນຫົວຂໍ້: “ການຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາການ ຂອງພະນັກງານ ຜ-ຟຟລ ກ່ຽວກັບວຽກງານສິ່ງແວດລ້ອມ ແລະ ຊຸມຊົນ”. ໂດຍການໃຫ້ກຽດເປັນວິທະຍາກອນຈາກ ກົມສິ່ງແວດລ້ອມ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ.
ຈຸດປະສົງຫຼັກຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອ:
• ຍົກລະດັບທັກສະ: ເພີ່ມພູນຄວາມຮູ້ໃຫ້ແກ່ພະນັກງານວິຊາການພາກສະໜາມ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບການຄຸ້ມຄອງຜົນກະທົບຕໍ່ສິ່ງແວດລ້ອມ.
• ສ້າງຄວາມເຂົ້າໃຈດ້ານລະບຽບກົດໝາຍ: ເພື່ອໃຫ້ພະນັກງານກຳແໜ້ນມາດຕະຖານການຕິດຕາມກວດກາ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບວຽກງານສິ່ງແວດລ້ອມ ແລະ ການພົວພັນຊຸມຊົນ.
• ແລກປ່ຽນບົດຮຽນ: ເປັນເວທີໃຫ້ວິຊາການ ແລະ ວິທະຍາກອນ ໄດ້ສົນທະນາແລກປ່ຽນປະສົບການຕົວຈິງ ເພື່ອຊອກຫາວິທີແກ້ໄຂບັນຫາທີ່ເກີດຂຶ້ນໃນໜ້າວຽກຢ່າງມີປະສິດທິພາບ.
ຜ-ຟຟລ ຍຶດໝັ້ນໃນການດຳເນີນທຸລະກິດ ຄຽງຄູ່ກັບການຮັກສາສິ່ງແວດລ້ອມ ແລະ ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນອ້ອມຂ້າງເຂດເຂື່ອນ ຕາມຄຳໝັ້ນສັນຍາທີ່ມີຕໍ່ລັດຖະບານ ແຫ່ງ ສປປ ລາວ. ພວກເຮົາເຊື່ອໝັ້ນວ່າ “ຄວາມສຳເລັດທີ່ແທ້ຈິງ” ແມ່ນການທີ່ໂຄງການສາມາດຢູ່ຮ່ວມກັບທຳມະຊາດຢ່າງຍືນຍົງ ແລະ ສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນຢ່າງແທ້ຈິງ.
ໃຫ້ກຽດເຂົ້າຮ່ວມພິທີເປີດໂດຍ ທ່ານ ອິນປັນ ບໍລິຫານ, ຮັກສາການຜູ້ອຳນວຍການຝ່າຍບໍລິຫານ ຜ-ຟຟລ, ແລະ ທ່ານ ແລວເງິນ ຈັນທະບູລີ, ຜູ້ອຳນວຍການເຂື່ອນໄຟຟ້ານໍ້າງື່ມ-1, ພ້ອມດ້ວຍຄະນະວິຊາການ ແລະ ນັກສໍາມະນາກອນຈາກບັນດາເຂື່ອນໄຟຟ້າພາຍໃຕ້ການຄຸ້ມຄອງຂອງ ຜ-ຟຟລ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ








