📍 (ເມືອງແກ້ວອຸດົມ, ແຂວງວຽງຈັນ) – ໃນວັນທີ 30 ມັງກອນ 2026, ໄດ້ມີກອງປະຊຸມເພື່ອເສີມສ້າງຄວາມພ້ອມໃນການຮັບມືກັບເຫດການສຸກເສີນ ຂອງເຂື່ອນໄຟຟ້ານໍ້າງື່ມ 1.
ກອງປະຊຸມນຳໂດຍ ທ່ານ ດາວວຽງ ສຸນັນທະລາດ, ຮອງຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍຄະນະຜູ້ບໍລິຫານ, ຕາງໜ້າຈາກກົມພະລັງງານ ກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍ ກົມສັງຄົມສົງເຄາະ, ກະຊວງແຮງງານ ສະຫວັດດີການສັງຄົມ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອຮ່ວມກັນທົບທວນແຜນຮັບມືສຸກເສີນໃຫ້ມີຄວາມພ້ອມ ໃນການປະຕິບັດຕົວຈິງ
🔍 ສຳລັບວາລະສຳຄັນໃນການດຳເນີນກອງປະຊຸມຄັ້ງນີ້ ປະກອບດ້ວຍ:
✅ ນຳສະເໜີແຜນ EPP 2026: ໂດຍທ່ານ ແລວເງິນ ຈັນທະບູລີ, ຜູ້ອຳນວຍການເຂື່ອນໄຟຟ້ານໍ້າງື່ມ 1.
✅ ກິດຈະກຳກຸ່ມ: ແລກປ່ຽນຄວາມຮູ້ໃນ 5 ຫົວຂໍ້ຫຼັກ ເຊັ່ນ: ລະດັບເຫດສຸກເສີນ, ຂັ້ນຕອນການແຈ້ງເຕືອນ 4 ລະດັບ ແລະ ບົດບາດຂອງແຕ່ລະພາກສ່ວນ.
ຈຸດປະສົງໃນກອງປະຊຸມຄັ້ງກໍ່ປະກອບດ້ວຍ:
- ເຜີຍແຜ່ວິທີການປະເມີນປະສິດທິຜົນຂອງການຮັບມືສຸກເສີນ ແລະ ຄວາມອາດສາມາດໃນການຕອບໂຕ້ໄພພິບັດ;
- ຊ່ວຍໃຫ້ຄະນະຕອບໂຕ້ໄພພິບັດຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນສູນກາງທີ່ໄດ້ເຂົ້າຮ່ວມໃນກິດຈະກໍາ ມີຄວາມລຶ້ງເຄີຍ ແລະ ໝັ້ນໃຈຫຼາຍຂຶ້ນຕໍ່ກັບແຜນຮັບມືສຸກເສີນ, ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ ໃນການຈັດການຜົນກະທົບທີ່ມາຈາກໄພພິບັດນໍ້າຖ້ວມ;
- ເພີ່ມທະວີຄວາມອາດສາມາດໃນການຕອບໂຕ້ໄພພິບັດຂອງຄະນະຕອບໂຕ້ໄພພິບັດຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນສູນກາງ;
- ເຝິກອົບຮົມໃຫ້ກັບຄະນະຕອບໂຕ້ໄພພິບັດຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນສູນກາງ ເພື່ອວ່າເຂົົາເຈົ້າຈະດໍາເນີນການເຝິກອົບຮົມໃຫ້ກັບພວກສ່ວນທີ່ກ່ຽວຂ້ອງທີ່ລະບຸໄວ້ໃນແຜນຮັບມືສຸກເສີນທີ່ຜ່ານການກວດກາແລ້ວ.
🤝 ກິດຈະກຳຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ອົງການ Helvetas ແລະ SDC ຕາງໜ້າລັດຖະບານ ສະວິດເຊີແລນ ພາຍໃຕ້ການຮ່ວມມືກັບກົມພະລັງງານ.
EDL-Gen ຍັງຄົງມຸ່ງໝັ້ນດຳເນີນທຸລະກິດໄຟຟ້າ ໂດຍຄຳນຶງເຖິງຄວາມປອດໄພ ແລະ ຄວາມຮັບຜິດຊອບຕໍ່ສັງຄົມເປັນບຸລິມະສິດສູງສຸດ. 🛡️💦
ພະລັງງານທີ່ຍືນຍົງສຳລັບຊາດ






