ເພາະຄວາມຫ່ວງໄຍຄືພະລັງງານທີ່ສຳຄັນ… ໃນວັນທີ 23 ມັງກອນ 2026, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍຄະນະຜູ້ບໍລິຫານເຂື່ອນໄຟຟ້ານ້ຳຄານ 2-3 ແລະ ອຳນາດການປົກຄອງທ້ອງຖິ່ນເມືອງຊຽງເງິນ ໄດ້ຮ່ວມກັນລົງຢ້ຽມຢາມ ແລະ ມອບເຄື່ອງກັນໜາວໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ບ້ານພູຊ້າງ, ແຂວງຫຼວງພະບາງ.
ບ້ານພູຊ້າງ ຕັ້ງຢູ່ເທິງເຂດພູສູງ ເຊິ່ງຕ້ອງປະສົບກັບສະພາບອາກາດທີ່ໜາວເຢັນໃນໄລຍະນີ້.
ດ້ວຍຈິດໃຈແຫ່ງການແບ່ງປັນ, ພະນັກງານ ຜ-ຟຟລ ທຸກຄົນຈຶ່ງໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງ “ໂຄງການມອບອາຍອຸ່ນ ປີ 1” ເພື່ອບັນເທົາຄວາມໜາວ ແລະ ສ້າງຮອຍຍິ້ມໃຫ້ແກ່ຊຸມຊົນອ້ອມຂ້າງເຂື່ອນ.
•
ຖົງມື 120 ຄູ່
•
ຖົງຕີນ (ເດັກນ້ອຍ ແລະ ຜູ້ໃຫຍ່) 240 ຄູ່
•
ເສື້ອກັນໜາວເດັກນ້ອຍ 100 ຊຸດ
•
ຜ້າຫົ່ມ 85 ຝືນ
•
ເຄື່ອງນຸ່ງມືສອງສະພາບດີ 5 ເປົາ
•
ນົມ ແລະ ເຂົ້າໜົມສຳລັບນ້ອງໆນັກຮຽນ
ພິທີມອບ-ຮັບໃນຄັ້ງນີ້ ນຳໂດຍ ທ່ານ ອິນປັນ ບໍລິຫານ ຮັກສາການຜູ້ອຳນວຍການຝ່າຍບໍລິຫານ ຜ-ຟຟລ ພ້ອມດ້ວຍຄະນະ, ເຊິ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມປິຕິຊົມຊື່ນຈາກທັງຜູ້ມອບ ແລະ ຜູ້ຮັບ.
“ເຖິງວ່າສິ່ງຂອງເຫຼົ່ານີ້ຈະມີມູນຄ່າບໍ່ມະຫາສານ, ແຕ່ມັນຄື ‘ນ້ຳໃຈ’ ທີ່ພະນັກງານພວກເຮົາຕັ້ງໃຈມອບໃຫ້ ເພື່ອຊ່ວຍບັນເທົາຄວາມໜາວ ແລະ ເປັນກຳລັງໃຈໃຫ້ພີ່ນ້ອງບ້ານພູຊ້າງທຸກທ່ານ.”
ຜ-ຟຟລ ຍັງຄົງດຳເນີນທຸລະກິດຄຽງຄູ່ກັບການເອົາໃຈໃສ່ພັດທະນາຊຸມຊົນ ແລະ ຄຸ້ມຄອງສິ່ງແວດລ້ອມ ເພື່ອສ້າງສາຍພົວພັນອັນດີ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຍືນຍົງ.
————————–
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ






