ຜ-ຟຟລ ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີ 2026 ເພື່ອສືບຕໍ່ຊຸກຍູ້ການເຕີບໂຕຢ່າງຍືນຍົງ

ໃນວັນທີ 05 ສິງຫາ 2026, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີ 2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 01 ລັດວິສາຫະກິດໄຟຟ້າລາວ ແລະ ຜ່ານລະບົບກອງປະຊຸມທາງໄກ (Video Conference).

ການບໍລິຫານຈັດການນໍ້າປະຈຳລະດູການ ຂອງເຂື່ອນໄຟຟ້ານໍ້າຄານ 2-3 ໃນຊ່ວງລະດູຝົນ

ເພື່ອຮັບປະກັນໃຫ້ໄດ້ມີການບໍລິຫານຈັດການນໍ້າທີ່ມີປະສິດທິພາບສູງສຸດ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ການບໍລິຫານຈັດການນ້ຳ ເພື່ອຮັກສາຄວາມສົມດູນຂອງເຂື່ອນໄຟຟ້ານ້ຳຄານ 2 ແລະ ນໍ້າຄານ 3 ໃນຊ່ວງລະດູຝົນ. ເພື່ອເປັນການບໍລິຫານຈັດການນ້ຳໃຫ້ມີປະສິດທິພາບ, ປອດໄພ ແລະ ສອດຄ່ອງກັບປະລິມານນ້ຳ ໃນປັດຈຸບັນ, ທາງໂຄງການໄດ້ດຳເນີນການລະບາຍນ້ຳຜ່ານປະຕູລະບາຍນ້ຳ (Spillway) ໃນລະດັບທີ່ເໝາະ ສົມ ແລະ ສາມາດຄວບຄຸມໄດ້ ເຊິ່ງເປັນພຽງການປະຕິບັດງານຕາມມາດຕະຖານເຕັກນິກປົກກະຕິ. ລາຍລະອຽດມີດັ່ງນີ້:

ຜ-ຟຟລ ສືບຕໍ່ລົງພື້ນທີ່ສ້າງຮອຍຍິ້ມໃຫ້ຊຸມຊົນ ຜ່ານກິດຈະກຳອາສາສະໝັກ ສ້ອມແປງອາຄານໂຮງຮຽນ ອ້ອມຂ້າງເຂື່ອນໄຟຟ້ານໍ້າມັງ 3

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຍັງຄົງຢຶດໝັ້ນໃນຫຼັກການດຳເນີນທຸລະກິດ ທີ່ເຕີບໃຫຍ່ຄຽງຄູ່ກັບການພັດທະນາສັງຄົມ ແລະ ຊຸມຊົນຢ່າງຍືນຍົງ. ດ້ວຍຄວາມມຸ່ງໝັ້ນໃນການຊຸກຍູ້ ແລະ ສົ່ງເສີມວຽກງານການສຶກສາໃຫ້ແກ່ເຍົາວະຊົນໃນເຂດຫ່າງໄກ, ຜ-ຟຟລ ໄດ້ຈັດກິດຈະກຳອາສາສະໝັກ ເພື່ອລົງພື້ນທີ່ສ້ອມແປງອາຄານໂຮງຮຽນ ໃຫ້ແກ່ນ້ອງໆນັກຮຽນຢູ່ບ້ານວັງເຮືອ ແລະ ບ້ານປ່າແປກ ເຊິ່ງເປັນບ້ານທີ່ຕັ້ງຢູ່ເທິງ ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເມືອງ ທຸລະຄົມ ແຂວງ ວຽງຈັນ ແລະ ເປັນບ້ານທີ່ຕັ້ງຢູ່ເຂດອ້ອມຂ້າງເຂື່ອນໄຟຟ້ານໍ້າມັງ 3.

ຜ-ຟຟລ ສືບຕໍ່ເອົາໃຈໃສ່ວຽກງານສິ່ງແວດລ້ອມ ແລະ ສັງຄົມ ໂດຍການລົງກວດກາຄຸນນະພາບນ້ຳ ແລະ ເກັບກຳຂໍ້ມູນຢູ່ເຂື່ອນໄຟຟ້າທີ່ ຜ-ຟຟລ ຄຸ້ມຄອງ

ເພື່ອຮັບປະກັນການດຳເນີນທຸລະກິດຜະລິດພະລັງງານໄຟຟ້າໃຫ້ມີຄວາມຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ສຸມໃສ່ການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາວຽກງານສິ່ງແວດລ້ອມ ຢ່າງຕໍ່ເນື່ອງ.

ຜ-ຟຟລ ຈັດຝຶກອົບຮົມນຳໃຊ້ Software HEC-ResSim ເພື່ອເພີ່ມປະສິດທິພາບການບໍລິຫານຈັດການນ້ຳນອງຂອງເຂື່ອນ

ໃນວັນທີ 8-12 ມິຖຸນາ 2026 ທີ່ ຕຶກສູນຝຶກໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດການຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ Software HEC-ResSim ເຂົ້າໃນການບໍລິຫານຈັດການນ້ຳນອງ ຂອງເຂື່ອນ ຜ-ຟຟລ” ໂດຍມີ ທ່ານ ສີລິພົມ ແສງອ່ອນແກ້ວ, ຮອງຜູ້ອຳນວຍການໃຫຍ່ ສາຍງານຜະລິດ ຜ-ຟຟລ ເປັນປະທານໃນພິທີເປີດ, ມີຜູ້ເຂົ້າຮ່ວມຈາກເຂື່ອນທີ່ມີອ່າງເກັບນ້ຳຈຳນວນ 2 ທ່ານ ຕໍ່ເຂື່ອນ ແລະ ພະແນກ GHC, Dam Safety ຈຳນວນ 8 ທ່ານ, ຕາງໜ້າສະຖາບັນ ລັດວິສາຫະກິດໄຟຟ້າລາວ

ຜ-ຟຟລ ຈັດກິດຈະກຳ “ປູກຕົ້ນໄມ້ ແລະ ປ່ອຍປາ ປະຈຳປີ 2026”

ໃນວັນທີ 28 ພຶດສະພາ 2026 ທີ່ ເຂື່ອນໄຟຟ້າເຊເສັດ 1-2 ເມືອງ ເລົ່າງາມ, ແຂວງສາລະວັນ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກິດຈະກຳ “ປູກຕົ້ນໄມ້ ແລະ ປ່ອຍປາ ປະຈຳປີ 2026” ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ທີ່ຈະມາເຖິງໃນວັນທີ 1 ມິຖຸນາ 2026.