EDL-Gen ເຂົ້າຮ່ວມງານ Thailand Focus 2025 ທີ່ບາງກອກ

ໃນວັນທີ 27 ສິງຫາ 2025, ທ່ານ ຄຳໃບ ຫລວງໄຊ, ຮອງຜູ້ອຳນວຍການໃຫຍ່ ສາຍງານການເງິນ ຂອງ ຜ-ຟຟລ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສໍາມະນາ “Thailand Focus 2025” ທີ່ບາງກອກ, ປະເທດໄທ, ພາຍໃຕ້ຫົວຂໍ້ “Beyond the Challenge”.

ການນໍາພາຂອງ EDL-Gen ລົງຕິດຕາມໂຄງການ ເຂື່ອນໄຟຟ້ານໍ້າງື່ມ-1

ໃນວັນທີ 20 ສິງຫາ 2025, ທ່ານ ສີລິພົມ ແສງອ່ອນແກ້ວ ຮອງຜູ້ອຳນວຍການ​ໃຫຍ່ ສາຍງານຜະລິດ ຂອງ EDL-Gen ພ້ອມຄະນະ, ໄດ້ລົງຕິດຕາມ ແລະ ກວດກາການດໍາເນີນວຽກງານການຜະລິດໄຟຟ້າ ລວມທັງການຕິດຕາມລະດັບນໍ້າໃນອ່າງຂອງເຂື່ອນໄຟຟ້ານໍ້າງື່ມ-1.

EDL-Gen ຍົກລະດັບພະນັກງານ ດ້ວຍຫຼັກສູດ IoT ໃນການດຳເນີນວຽກງານຂອງເຂື່ອນໄຟຟ້າ

ວັນທີ 18 ສິງຫາ 2025, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເລີ່ມການຝຶກອົບຮົມສຸດຍອດໃນຫົວຂໍ້ “Internet of Things (IoT) Integration in Hydropower Generation”

ພິທີເຊັນສັນຍາ (MOA) ໂຄງການພະລັງງານແສງຕາເວັນ ລະຫວ່າງ EDL-Gen ແລະ ບໍລິສັດ ASFC Co.,Ltd.

ໃນວັນທີ 6 ສິງຫາ 2025, ທີ່ສຳນັກງານໃຫຍ່ຂອງບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen), ໄດ້ມີພິທີເຊັນສັນຍາ Memorandum of Agreement (MOA) ລະຫວ່າງ ຕາງໜ້າຂອງ EDL-Gen ແລະ ບໍລິສັດ ASFC Co.,Ltd. ເພື່ອຮ່ວມມືກັນພັດທະນາໂຄງການພະລັງງານແສງຕາເວັນ ຢູ່ເຂດໂຄງການເຂື່ອນໄຟຟ້າເເຊລະບຳ, ເຂື່ອນໄຟຟ້າເຊເຊັດ 1-2, ເຂື່ອນໄຟຟ້າເຊເຊັດ 3 ແລະ ເຂື່ອນໄຟຟ້ານ້ຳມັງ 3, ໂດຍມີກຳລັງຕິດຕັ້ງລວມທັງໝົດ 15 MW. ຜູ້ຮ່ວມລົງນາມເຊັນສັນຍາໃນຄັ້ງນີ້ແມ່ນ ທ່ານ ສຸກສະຫວາດ ໂສສຸພັນ, ອຳນວຍການໃຫຍ່ EDL-Gen ແລະ ທ່ານ ນາງ ມິລິນດາ ວິໄລສຸກ, CEO ຂອງບໍລິສັດ ASFC Co.,Ltd. ພ້ອມດ້ວຍຜູ້ຕາງໜ້າຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ໂຄງການນີ້ຖືເປັນບາດກ້າວສຳຄັນໃນການສົ່ງເສີມການຜະລິດພະລັງງານສະອາດ ແລະ ໝູນວຽນ, ເພີ່ມຄວາມເຂັ້ມແຂງໃຫ້ແກ່ລະບົບພະລັງງານຂອງປະເທດ.

ກອງປະຊຸມ ຖະແຫຼງນະໂຍບາຍ ແລະ ທິດທາງແຜນການດໍາເນີນທຸລະກິດໃນຕໍ່ໜ້າ ຂອງ ຜ-ຟຟລ

ໃນວັນທີ 05 ສິງຫາ 2025 ທີ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ ໄດ້ຈັດກອງປະຊຸມ ຖະແຫຼງນະໂຍບາຍ ແລະ ທິດທາງແຜນການດໍາເນີນທຸລະກິດໃນຕໍ່ໜ້າ ໂດຍການເປັນປະທານຂອງ ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍ ຕາງໜ້າຈາກ ຄະນະຜູ້ອຳນວຍການແຕ່ລະຝ່າຍ, ຄະນະເຂື່ອນທີ່ ຜ-ຟຟລ ຄຸ້ມຄອງ ແລະ ບໍລິສັດໃນເຄື່ອຂອງ ຜ-ຟຟລ ເຂົ້າຮ່ວມ.