ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ນໍາພາບັນດາທະນາຄານທຸລະກິດ ແລະ ບໍລິສັດຫຼັກຊັບ ຈຳນວນ 6 ພາກສ່ວນ ເຂົ້າຢ້ຽມຢາມ ເຂື່ອນໄຟຟ້ານໍ້າຄານ3 ແລະ ເຂື່ອນໄຟຟ້າໄຊຍະບູລີ ໃນລະຫວ່າງ ວັນທີ 04-06 ທັນວາ 2025 ທີ່ຜ່ານມາ.
ໃນການຢ້ຽມຢາມຄັ້ງນີ້ ນຳໂດຍ ທ່ານ ດາວວຽງ ສຸນັນທະລາດ ຮອງຜູ້ອໍານວຍການໃຫຍ່ ສາຍງານພັດທະນາທຸລະກິດ ຜ-ຟຟລ ພ້ອມດ້ວຍ ຄະນະຮັບຜິດຊອບ, ໂດຍໄດ້ມີການນໍາພາເຂົ້າຮ່ວມຮັບຟັງ ການນຳສະເໜີກ່ຽວກັບການດຳເນີນງານ ແລະ ເຂົ້າຢ້ຽມຊົມໂຮງຈັກຜະລິດໄຟຟ້າ ຂອງທັງສອງເຂື່ອນ.
ການເຂົ້າຢ້ຽມຢາມ ເຂື່ອນໄຟຟ້າຂອງ ຜ-ຟຟລ ໃນປີນີ້ ແມ່ນຈັດຂື້ນເພື່ອສ້າງສາຍພົວພັນອັນດີ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ກັບພາກສ່ວນພາຍນອກທີ່ສະໜັບສະໜູນ ຜ-ຟຟລ ມາໂດຍຕະຫຼອດ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ








