ໃນວັນທີ 28 ພະຈິກ 2025, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາວຽກສຳເລັດ 100% ແລະ ມອບ-ຮັບ ເຊິ່ງເປັນວຽກພັດທະນາຊຸມຊົນ 07 ເຂື່ອນ ຂອງ ຜ-ຟຟລ ປະກອບມີ:
- ລົງກວດກາວຽກສຳເລັດ 100% ແລະ ມອບຮັບ ວຽກຖາວອນ ວຽກກໍ່ສ້າງຕາຂ່າຍ 22 kVA ໝໍ້ແປງ 100 kVA ຈໍານວນ 1 ໜ່ວຍ ແລະ ຕາຂ່າຍ 0,4 kV, ເພື່ອສະໜອງໃຫ້ປະຊາຊົນທີ່ຢູ່ເຂດຈັດສັນໃໝ່ ຂອງປະຊາຊົນທີ່ຖືຜົນກະທົບຈາກໄພພິບັດທຳມະຊາດ ປີ 2019 ທີ່ຍົກຍ້າຍມາຢູ່ ເຂດບ້ານ ພູໄກ່ໄຂ່, ເມືອງ ຊະນະສົມບຸນ, ແຂວງ ຈຳປາສັກ.
- ລົງກວດກາວຽກສຳເລັດ 100% ແລະ ມອບ-ຮັບ ວຽກຊົ່ວຄາວ ວຽກກໍ່ສ້າງຕາຂ່າຍ 22/0,4 kV, ຕິດຕັ້ງໝໍ້ແປງ 3P 50 kVA/2P 50 kVA ແລະ ຕິດຕັ້ງໝໍ້ນັບໄຟໃຫ້ ເມືອງ ສາລະວັນ ແລະ ເມືອງ ເລົ່າງາມ ແຂວງ ສາລະວັນ (ວຽກພັດທະນາຊຸມຊົນ ຂອງ ຜ-ຟຟລ ປະຈຳປີ 2024).
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ








