ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ຮັບລາງວັນ Asia’s Best Performing Companies ປະຈຳປີ 2025 ຈາກງານ ACES Awards (Asia Corporate Excellence and Sustainability Awards) ທີ່ຈັດຂຶ້ນ ໃນວັນທີ 28 ພະຈິກ 2025 ທີ່ Intercontinental Resort Bali ປະເທດອິນໂດເນເຊຍ, ຊຶ່ງ ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ EDL-Gen ພ້ອມດ້ວຍຄະນະ ໄດ້ເປັນຜູ້ຕາງໜ້າ ບໍລິສັດຂຶ້ນຮັບລາງວັນອັນຊົງກຽດໃນຄັ້ງນີ້.
ຖືເປັນການຮັບລາງວັນຄັ້ງທີສອງ ຂອງ EDL-Gen ທີ່ໄດ້ຮັບລາງວັນຈາກງານ ACES Awards ຕັ້ງແຕ່ ຄັ້ງທຳອິດ ແມ່ນປີ 2018 ແລະ ການທີ່ໄດ້ຮັບລາງວັນໃນຄັ້ງນີ້ແມ່ນການຢືນຢັນເຖິງວິໄສທັດອັນຊັດເຈນຂອງ EDL-Gen ໃນການເປັນບໍລິສັດນຳໜ້າໃນການຜະລິດພະລັງງານໄຟຟ້າທີ່ ໝັ້ນຄົງ, ສີຂຽວ, ແລະ ຍືນຍົງ ໃນພູມີພາກອາຊີ.
ການມອບລາງວັນດັ່ງກ່າວແມ່ນເປັນໂຄງການ ທີ່ມຸ່ງໝາຍຍ້ອງຍໍບັນດາຜູ້ນຳ ແລະ ອົງກອນທີ່ມີຄວາມໂດດເດັ່ນໃນພູມມີພາກອາຊີ ທີ່ສະແດງຄວາມເປັນເລີດ ບໍ່ວ່າຈະເປັນທາງດ້ານການບໍລິຫານ, ການພັດທະນາຢ່າງຍືນຍົງ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ.
ລາງວັນນີ້ເປັນການສັນລະເສີນແກ່ອົງກອນ ແລະ ບຸກຄົນທີ່ມີບົດບາດ ທີ່ເປັນແບບຢ່າງ ແລະ ສ້າງມາດຕະຖານໃໝ່ໃນວົງການອຸດສາຫະກຳ ພ້ອມທັງມີສ່ວນຮ່ວມໃນການຂັບເຄື່ອນຄວາມກ້າວໜ້າທາງເສດຖະກິດ ແລະ ສັງຄົມໃນພູມພາກ.
ລາງວັນ Asia Corporate Excellence & Sustainability Awards (ACES) ເປັນລາງວັນຊັ້ນນຳທີ່ຍົກຍ້ອງຄວາມໂດດເດັ່ນດ້ານຄວາມເປັນຜູ້ນຳ ແລະ ການພັດທະນາຢ່າງຍືນຍົງໃນອາຊີ.
ໂດຍລາງວັນນີ້ມຸ່ງເນັ້ນໃສ່ບໍລິສັດ ແລະ ບຸກຄົນທີ່ສະແດງມາດຕະຖານສູງສຸດດ້ານການບໍລິຫານ, ການດຳເນີນກິດຈະການຢ່າງມີຄວາມຮັບຜິດຊອບ, ການດຳເນີນທຸລະກິດຢ່າງມີຈັນຍາບັນ ແລະ ການພັດທະນາຢ່າງຍືນຍົງ.
ຂະບວນການໃນການປະເມີນ ຜູ້ທີ່ຈະໄດ້ຮັບລາງວັນແມ່ນ ທາງໂຄງການ ACES ໃຊ້ການປະເມີນທີ່ເຂັ້ມງວດ, ເປັນລະບົບ ແລະ ຂັບເຄື່ອນໂດຍຂໍ້ມູນການຄົ້ນຄວ້າ ເພື່ອຄັດເລືອກຜູ້ນຳທີ່ມີການເຕີບໂຕຢ່າງຮັບຜິດຊອບ, ຍຶດຖືຫຼັກທຸລະກິດທີ່ມີທິດທາງ ແລະ ມີສ່ວນຮ່ວມໃນການຂັບເຄື່ອນເປົ້າໝາຍການພັດທະນາຢ່າງຍືນຍົງໃນລະດັບໂລກ.
ສຳລັບການມອບລາງວັນ ແລະ ປະເພດຂອງລາງວັນ ປະກອບມີ 3 ຫມວດຫຼັກ ຄື:
- ຫມວດບຸກຄົນ (Individual Category) – ຍົກຍ້ອງຜູ້ນຳທີ່ມີວິໄສທັດ ແລະ ສ້າງອິດທິພົນໃນອຸດສາຫະກຳ.
- ຫມວດບໍລິສັດ (Corporate Category) – ຍົກຍ້ອງອົງກອນທີ່ມີການບໍລິຫານທີ່ໂດດເດັ່ນ ແລະ ປະສິດທິຜົນ.
- ຫມວດການຍືນຍົງ (Sustainability Category) – ຍົກຍ້ອງອົງກອນທີ່ມີຄວາມເປັນເລີດດ້ານການພັດທະນາຢ່າງຍືນຍົງ ແລະ ການບໍລິຫານສິ່ງແວດລ້ອມ.
ປີນີ້ ງານ ACES Awards ໄດ້ຮັບການສະເໜີຊື່ເຂົ້າຮ່ວມຮັບລາງວັນ ຫຼາຍກວ່າ 827 ບໍລິສັດ ຈາກ 32 ປະເທດ ແລະ ຄອບຄຸມຫຼາຍກວ່າ 40 ອຸດສາຫະກຳ—ເປັນຈຳນວນທີ່ທຳລາຍສະຖິຕິຫຼາຍກວ່າປີຜ່ານໆມາ. ຈາກລາຍຊື່ບໍລິສັດ ທີ່ສະເໜີມາ ມີພຽງ 381 ບໍລິສັດໄດ້ຜ່ານເຂົ້າສູ່ຮອບສຸດທ້າຍ ຫຼັງຈາກຜ່ານການປະເມີນຢ່າງເຂັ້ມງວດ ໂດຍຄະນະກຳມະການ ACES ເປັນເວລາຫຼາຍເດືອນ ລວມເວລາກວດກາປະເມີນຜົນກວ່າ 946 ຊົ່ວໂມງ. ແລະ ໃນທີ່ສຸດພິທີມອບລາງວັນໃນຄັ້ງນີ້ ມີພຽງແຕ່ 46 ບໍລິສັດທີ່ດີເດັ່ນຂອງອາຊີ ເຊິ່ງສະແດງເຖິງຄວາມເຂັ້ມແຂງ, ຄວາມຫຼາກຫຼາຍ, ແລະ ຄວາມເປັນເລີດໃນການບໍລິຫານງານຂອງອົງກອນ ແລະ ໜື່ງໃນນັ້ນກໍ່ແມ່ນ EDL-Gen ທີ່ໄດ້ຮັບລາງວັນ ໃນສາຂາ Asia’s Best Performing Companies ທີ່ເປັນບໍລິສັດທີ່ສະແດງໃຫ້ເຫັນເຖິງການບໍລິຫານງານຂອງອົງກອນທີ່ແຂງແກ່ງ, ມີຍຸດທະສາດທີ່ຊັດເຈນ, ແລະ ການປະຕິບັດທີ່ເປັນເລີດ.
EDL-Gen ຂໍສະແດງຄວາມຂອບໃຈມາຍັງພະນັກງານທຸກທ່ານ, ຜູ້ຖືຮຸ້ນ, ແລະ ລັດຖະບານທີ່ໃຫ້ການສະໜັບສະໜູນຕະຫຼອດມາ.
ຄວາມສຳເລັດຄັ້ງນີ້ແມ່ນຜົນງານຂອງການຮ່ວມມື ແລະ ຄວາມຕັ້ງໃຈຂອງທຸກພາກສ່ວນ.
ພະລັງງານທີ່ຍືນຍົງສຳລັບຊາດ




