EDL-Gen ໄດ້ຮັບລາງວັນ “ນັກທຸລະກິດຊັ້ນນໍາດີເດັ່ນ ປີ 2024
ວັນທີ 14 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດພິທີມອບລາງວັນ “ນັກທຸລະກິດຊັ້ນນໍາດີເດັ່ນ ປີ 2024” ເນື່ອງໃນໂອກາດຄົບຮອບ 35 ປີ ການກໍ່ຕັ້ງຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ). ພິທີດັ່ງກ່າວໄດ້ຮັບການໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຜູ້ແທນຈາກຫຼາຍພາກສ່ວນ.

